ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕືອນ​ວ່າ ພວກກໍ່​ການ​ຮ້າຍ ອາດທຳ​ການ​ໂຈມ​ຕີ ​ຢູ່ໃນນະ​ຄອນ​ຫຼວງໄນ​ໂຣ​ບີ ​ຂອງເຄັນ​ຢາ


ຜູ້​ຄົນ​ພາ​ກັນ​ແລ່ນ​ປົບ​ໜີ​ຈາກ​ຕຶກ​ການ​ຄ້າ Westgate ໃນນະ​ຄອນ​ໄນ​ໂຣ​ບີ ​ຂອງເຄັນ​ຢາ ໃນ​ວັນ​ທີ 21 ກັນ​ຍາ 2013 ພ​າຍ​ຫລັງ​ທີ່ມື​ປືນ​ຄົນ​ນຶ່ງ ​ແກວ່ງ​ລະ​ເບີດ​ມື ແລະ​ເປີດ​ສາກ​ຍິງ​ໃສ່ຄົນ ຢູ່​ໃນ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີ​ວິດ ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ
ຜູ້​ຄົນ​ພາ​ກັນ​ແລ່ນ​ປົບ​ໜີ​ຈາກ​ຕຶກ​ການ​ຄ້າ Westgate ໃນນະ​ຄອນ​ໄນ​ໂຣ​ບີ ​ຂອງເຄັນ​ຢາ ໃນ​ວັນ​ທີ 21 ກັນ​ຍາ 2013 ພ​າຍ​ຫລັງ​ທີ່ມື​ປືນ​ຄົນ​ນຶ່ງ ​ແກວ່ງ​ລະ​ເບີດ​ມື ແລະ​ເປີດ​ສາກ​ຍິງ​ໃສ່ຄົນ ຢູ່​ໃນ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີ​ວິດ ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ

ສະ​ຫະ​ລັດ ໄດ້​ອອກ​ຄຳ​ເຕືອນ​ວ່າ ກຸ່​ມກໍ່​ການ​ຮ້າຍ​ທັງ​ຫລາຍ ອາດ​ຈະ​ວາງ​ແຜນ​ໂຈມ​ຕີ​ “ໂຮງ​ແຮມ​ໃຫຍ່” ແຫ່ງ​ນຶ່ງ​ທີ່ບໍ່​ບອກ​ຊື່ ຢູ່​ໃນ​ນະ​ຄອນ​ຫລວງ​ຂອງເຄັນ​ຢາ. ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ນະ​ຄອນ​ໄນ​ໂຣ​ບີ ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ເຊື່ອ​ວ່າ ໂຮງ​ແຮມ​ແຫ່ງ​ນັ້ນ​ເປັນໂຮງ​ແຮມ​ທີ່​ພວກ​ນັກ​ທ່ອງ​ທ່ຽວ ແລະ ​ຜູ້​ເດີນ​ທາງ​ທີ່​ເປັນນັກ​ທຸ​ລະ​ກິດ​ນິ​ຍົມໄປ​ພັກ ແລະ​ຮຽກ​ຮ້ອງ​ໃຫ້​ພວກ​ທີ່​ເດີນ​ທາງໄປ​ທີ່ນັ້ນ ​ພາ​ກັນ​ມີ​ສະ​ຕິ​ລະ​ວັງ​ຕົວ​ໃນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ.

ການ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍ​ຢູ່ໃນ​ເຄັນ​ຢາ ບໍ່​ແມ່ນ​ເລື້ອງ​ທີ່​ຜິດ​ປົກ​ກະ​ຕິແຕ່​ຢ່າງ​ໃດ​ເລີຍ. ໃນ​ເດືອນ​ແລ້ວນີ້ ພວກ​ທີ່​ຖືກສົງ​ໄສວ່າເປັນ​ພວກກໍ່​ການ​ຮ້າຍອາ​ລ-ຊາ​ບັບ ໄດ້​ໂຈມ​ຕີ​ໂຮງ​ຮຽນ​ອາ​ນຸ​ບານຢູ່​ໃກ້​ຊາຍ​ແດນ​ໂຊ​ມາ​ເລຍ, ຊຶ່ງ​ເຮັດ​ໃຫ້​ນັກ​ຮຽນ​ເສຍ​ຊີ​ວິດ 3 ຄົນ ແລະ​ໄດ້​ຮັບບາດ​ເຈັບ 4 ຄົນ.

​ກອງ​ທັບ​ເຄັນ​ຢາເວົ້າ​ວ່າ ກຳ​ລັງ​ທະ​ຫານ​ຂອງ​ຕົນ​ໄດ້​ສັງ​ຫານ​ຊີ​ວິດ​ຂອງ​ຜູ້​ທຳ​ການ​ໂຈມ​ຕີ​ນັ້ນ 2 ຄົນ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ພະ​ຍາ​ຍາມ​ຈະ​ລະ​ເບີດ​ເສົາ​ໂທ​ລະ​ຄົມ​ມະ​ນາ​ຄົມ.

ການ​ໂຈມ​ຕີ​ທີ່​ເປັນ​ອັນ​ຕະ​ລາຍ​ຫລາຍ​ທີ່​ສຸດ​ຢູ່​ໃນ​ປະ​ຫວັດ​ສາດ​ສະ​ໄໝ​ໃໝ່​ຂອງ ເຄັນ​ຢາ ແມ່ນ​ດຳ​ເນີນການ​ໂດຍ​ເຄືອ​ຂ່າຍ​ອາ​ລ-ຄາຍ​ດາ ໃນ​ປີ 1998 ເມື່ອ​ມັນ​ໄດ້​ວາງ​ລະ​ເບີດ​ໃສ່ສະ​ຖານ​ທູດ​ສະ​ຫະ​ລັດ​ໃນ​ເຄັນ​ຢາ ຊຶ່ງ​ເຮັດ​ໃຫ້​ຫລາຍກວ່າ 200 ​ຄົນ​ເສຍ​ຊີ​ວິດນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG