ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອ​ທິ​ໂອ​ເປຍ ຈະ​ບໍ່​ເຂົ້າ​ຮ່ວມ ການ​ເຈ​ລະ​ຈາ ຮອບ​ຫຼ້າ​ສຸດ ໃນ​ເລື້ອງ​ເຂື່ອນ ກັບອີ​ຈິບ ທີ່ ສະ​ຫະ​ລັດ


ເຂື່ອນ​ໃຫຍ່ Renaissance ຂອງ​ເອ​ທິ​ໂອ​ເປຍ ທີ່​ພວມ​​ກໍ່​ສ້າງ​ໃສ່​ແມ່​ນ້ຳ​ໄນ​ລ໌ ວັນ​ທີ 26 ກັນ​ຍາ 2019.
ເຂື່ອນ​ໃຫຍ່ Renaissance ຂອງ​ເອ​ທິ​ໂອ​ເປຍ ທີ່​ພວມ​​ກໍ່​ສ້າງ​ໃສ່​ແມ່​ນ້ຳ​ໄນ​ລ໌ ວັນ​ທີ 26 ກັນ​ຍາ 2019.

ເອ​ທິ​ໂອ​ເປຍຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ ທີ່​ໄກ່​ເກ່ຍ​ໂດຍ​ສະ​ຫະ​ລັດ​ຮອບ​ຫຼ້າ​ສຸດ​ ກັບ​ປະ​ເທດ​ອີ​ຈິບ ແລະ​ຊູ​ດານ ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ໄຟ​ຟ້າພະ​ລັງ​ງານນ້ຳຂະ​ໜາດ​ໃຫຍ່ ​ໃສ່​ແມ່​ນ້ຳ​ໄນ​ລ໌.

ປະ​ເທດ​ທັງ​ສາມ​ໄດ້​ປະ​ກາດ​ໃນ​ເດືອນ​ແລ້ວນີ້​ວ່າ ຕົນ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ເພື່ອ​ຍຸ​ຕິ​ຂໍ້​ຂັດ​ແຍ້ງ ກ່ຽວ​ກັບ​ການ​ເກັບ​ກັກ​ນ້ຳ ແລະ​ການ​ປະ​ຕິ​ບັດ​ງານ​ເຂື່ອນ​ໃຫຍ່ Renaissance ຂອງ​ເອ​ທິ​ໂອ​ເປຍ ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ປະ​ເທດ​ຊູ​ດານ.

ການ​ເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ກຳ​ນົດ​ຈະ​ຈັດ​ຂຶ້ນ​ທີ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ​ໃນ​ວັນ​ພະ​ຫັດ ແລະ​ວັນ​ສຸກ ແຕ່​ໂຄ​ສົກ​ຂອງ​ກະ​ຊວງ​ຮັ​ບ​ຜິດ​ຊອບ​ເລື້ອງ​ນ້ຳ​ຂອງ​ເອ​ທິ​ໂອ​ເປຍ ກ່າວ​ວ່າ ຕົນ​ຈະ​ບໍ່​ສົ່ງ​ຜູ້​ແທນ​ມາ​ຮ່ວມ ຍ້ອນ​ຍັງ​ຈະ​ຕ້ອງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ຢູ່.

ຂໍ້​ຂັດ​ແຍ້ງ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເປັນ​ເຂື່ອນ​ໄຟ​ຟ້າ​ພະ​ລັງ​ນ້ຳ​ທີ່​ໃຫຍ່​ສຸດ​ໃນ​ອາ​ຟ​ຣິ​ກາ ເຮັດ​ໃຫ້​ເອ​ທິ​ໂອ​ເປຍ ຊຶ່ງ​ຢາກ​ຈະ​ແກ່​ດຶງ​ເອົາ​ປະ​ເທດ​ຂອງ​ຕົນ​ອອກ​ຈາກ​ຄວາມ​ທຸກ​ຍາກນັ້ນ ມີ​ການ​ຂັດ​ແຍ້ງ​ຍ້ອນ​ອີ​ຈິບ​ເປັນ​ຫ່ວງ​ຢ້ານ​ມີ​ນ້ຳ​ໃຊ້​ບໍ່​ພຽງ​ພໍ.

ອີ​ຈິບ​ຢາກ​ໃຫ້​ມີ​ການ​ເກັບ​ກັກ​ນ້ຳ​ຢ່າງ​ຊ້າໆ ເພື່ອ​ຫລຸດ​ຜ່ອນ ​ບໍ່​ໃຫ້​ມີ​ການ​ຈຳ​ກັດ​ກ່ຽວ​ກັບ​ການ​ໄຫຼ​ຂອງ​ແມ່​ນ້ຳ​ໄນ​ລ໌.

ແຕ່​ເອ​ທິ​ໂອ​ເປຍ​ກ່າວ​ວ່າ ເຂື່ອນ​ຂອງ​ຕົນ​ຈຳ​ເປັນ​ຕ້ອງ​ໄດ້​ສະ​ໜອງ​ໄຟ​ຟ້າ​ສຳ​ລັບ​ການ​ພັດ​ທະ​ນາ. ໃນ​ເດືອນ​ແລ້ວນີ້ ເອ​ທິ​ໂອ​ເປຍ​ປະ​ກາດ​ວ່າ ຕົນ​ຈະ​ເລີ້ມ​ເກັບ​ກັກ​ນ້ຳ​ໃສ່​ເຂື່ອນ ຊຶ່ງ​ໃນ​ເວ​ລານີ້​ເຕັມ​ແລ້ວ 70 ເປີ​ເຊັນ ໃນ​ຕອນ​ຕົ້ນ​ຂອງ​ລະ​ດູ​ຝົນ​ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ເດືອ​ນ​ກໍ​ລະ​ກົດ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG