ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຍິງສັງ​ຫານ​ໝູ່ ຢູ່​ໂຮງ​ງານ​ເບຍ ເມືອງ​ມິ​ລວອກ​ກີ ລັດ​ວ​ິ​ສ​ຄອນ​ຊິນ


ຕຳ​ຫຼວດ​ພວມ​ປະ​ຕິ​ບັດ​ໜ້າ​ທີ່ ຢູ່ນອກ​ໂຮງ​ງານ​ເບຍ Molson Coors ໃນ​ເມືອງ​ມິ​ລວອກ​ກີ ລັດ​ວິ​ສ​ຄອນ​ຊິນ ເມື່ອ​ວັນ​ທີ 26 ກຸມ​ພາ 2020 ຫຼັງ​ຈາກ​ມີ​ການ​ຍິງ​ກັນ​ເກີດ​ຂຶ້ນ.
ຕຳ​ຫຼວດ​ພວມ​ປະ​ຕິ​ບັດ​ໜ້າ​ທີ່ ຢູ່ນອກ​ໂຮງ​ງານ​ເບຍ Molson Coors ໃນ​ເມືອງ​ມິ​ລວອກ​ກີ ລັດ​ວິ​ສ​ຄອນ​ຊິນ ເມື່ອ​ວັນ​ທີ 26 ກຸມ​ພາ 2020 ຫຼັງ​ຈາກ​ມີ​ການ​ຍິງ​ກັນ​ເກີດ​ຂຶ້ນ.

ມື​ປືນ​ຄົນ​ນຶ່ງ​ໃນ​ເມືອງ ມິ​ລ​ວອກ​ກີ, ລັດ ວິ​ສ​ຄອນ​ຊິນ ຂອງ ສະ​ຫະ​ລັດ ໄດ້​ສັງ​ຫານ​ຫ້າ​ຄົນ​ກ່ອນ​ຂ້າ​ໂຕ​ເອງ​ຕາຍ​ ຢູ່ໂຮງ​ງານ​ເບຍມອ​ລ​ສັນ ຄວາ​ສ໌ (Molson Coors) ໃນ​ວັນ​ພຸດ​ວານ​ນີ້.

ຕຳຫຼວດ​ໄດ້​ລະ​ບຸ​ຕົວ​ມື​ປືນ​ວ່າ​ແມ່ນ​ຜູ້​ຊາຍ​ອາ​ຍຸ 51 ປີ, ແຕ່ບໍ່​ບອກ​ຊື່​ຂອງ​ລາວ ແລະ ຊື່​ຂອງ​ຜູ້​ເຄາະ​ຮ້າຍ ​ຈົນ​ກວ່າ​ໄດ້​ແຈ້ງ​ໃຫ້​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຊາບ.

ເຈົ້າ​ເມືອງ ມິ​ລອອກ​ກີ ທ່ານ ທັອມ ບາ​ເຣັດ ໄດ້​ກ່າວ​ວ່າ “​ມີ​ຫ້າ​ຄົນ​ທີ່​ໄດ້​ໄປ​ເຮັດ​ວຽກ​ມື້ນີ້, ຄື​ກັບ​ຄົນ​ອື່ນໆ​ທີ່​ໄປ​ເຮັດ​ວຽກ ແລະ ເຂົາ​ເຈົ້າ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ເລີກ​ການ ແລະ ກັບ​ໄປ​ຫາ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ແຕ່​ໜ້​າ​ເສົ້າ​ໃຈ, ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ກັບ​ເມືອ​ບ້ານ​ອີກ.”

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເປີດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ພຸດ​ວານນີ້ ​ໂດຍ​ເອີ້ນ​ການ​ຍິງ​ກັນ​ວ່າ “ເປັນ​ສິ່ງ​ທີ່​ຊົ່ວຮ້າຍຫຼາຍ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ກັບ​ປະ​ຊາ​ຊົນ​ໃນ​ລັດວິ​ສ​ຄອນ​ຊິນ ແລະຄອບ​ຄົວ​ຕ່າງໆ.”

ຕຳຫຼວດ​ໄດ້​ໃຫ້​ຂໍ້​ມູນ​ເລັກ​ນ້ອຍ ກ່ຽວ​ກັບ ການ​ໂຈມ​ຕີ ຫຼື ສິ່ງ​ທີ່​ເປັນ​ແຮງ​ບັນ​ດານ​ໃຈ​ຂອງ​ມື​ປືນ.

ທ່ານ ບາ​ເຣັດ ໄດ້​ກ່າວ​ວ່າ “ຄວາມ​ຮຸນ​ແຮງ​ທີ່​ຊົວ​ຮ້າຍ ແລະ ເປັນອັນ​ຕະ​ລາຍ​ຢ່າງ​ແຮງ​ນັ້ນ​ແມ່ນບໍ່​ສົມ​ເຫດ​ສົມ​ຜົນ.”

ບໍ​ລິ​ເວນ​ຂອງ​ໂຮງ​ງານ​ເບຍ Molton Coors ບໍ່​ໄດ້​ມີ​ພຽງ​ແຕ່​ໂຮງ​ງານ​ເບຍ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ຫ້ອງ​ການ​ຂອງ​ບໍ​ລິ​ສັດ ແລະຖ້ຳ​ໃຕ້​ດິນ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ແລະ ສວນ​ເບຍ​ກາງ​ແຈ້ງ​ຂະ​ໜາດ​ໃຫຍ່.

ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ Molson ທ່ານ ແກວິນ ແຮັດ​ເທີ​ສ​ລີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ມັນ​ບໍ່​ມີ​ຄຳ​ເວົ້າ​ທີ່​ຈະ​ສະ​ແດງອອກ​ເຖິງຄວາມ​ໂສກ​ເສົ້າ​ເສຍ​ໃຈ​ທີ່​ພວກ​ເຮົາຫຼາຍ​ຄົນ​ກຳ​ລັງ​ຮູ້​ສຶກ​ໃນ​ເວ​ລານີ້.”

​ມີ​ການ​ຍິງ​ສັງ​ຫານ​ໝູ່ຫຼາຍ​ຄັ້ງ​ໃນ​ເຂດ​ຕອນ​ເໜືອ​ຂອງ​ລັດ ວິ​ສ​ຄອນ​ຊິນ ທີ່​ຕັ້ງ​ຢູ່​ພາກ​ຕ​າ​ເວັນ​ອອກ​ຕອນ​ກາງນັ້ນ​ໃນ 20 ປີ​ທີ່​ຜ່ານ​ມາ. ເຊິ່ງ​ມັນ​ລວມ​ມີ​ການ​ຍິງ​ສັງ​ຫານ​ໝູ່ 6 ຄົນ​ໃນ​ປີ 2012 ໂດຍ​ຄົນຜິວຂາວ ​ທີ່​ຈຳ​ແນກ​ເຊື້ອ​ຊາດ​ຜິວພັນ​ຄົນ​ນຶ່ງ ​ຢູ່ ນອກວັດ​ສາ​ສະ​ໜາ ຊິກ ໃນ​ເມືອງ ມິ​ລ​ວອກກີ. ມື​ປືນ​ຄົນ​ດັ່ງ​ກ່າວ​ຍັງ​ໄດ້​ເຮັດ​ໃຫ້​ອີກ 4 ຄົນ​ບາດ​ເຈັບ ກ່ອນ​ທີ່​ລາວ​ຈະ​ຂ້າ​ໂຕ​ຕາຍ.

ສະ​ຖານ​ທີ່​ເຮັດ​ວຽກ​ໄດ້​ເປັນ​ບ່ອນ​ທຳ​ມະ​ດາ​ທີ່​ສຸດ ສຳ​ລັບ​ການ​ຍິງ​ສັງ​ຫານ​ໝູ່​ເລີ່ມ​ຈາກ​ຫ້າ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG