ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ ສະ​ຫະ​ລັດ '​ກຽມ​ພ້ອມ​ແລ້ວ' ເພື່ອ​ຮັບ​ມື​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ເຍີງ​ເອກ​ກະ​ສານ​ໃຫ້​ເບິ່ງ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 26 ກຸ່ມ​ພາ ປີ 2020. REUTERS/Carlos Barria
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ເຍີງ​ເອກ​ກະ​ສານ​ໃຫ້​ເບິ່ງ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 26 ກຸ່ມ​ພາ ປີ 2020. REUTERS/Carlos Barria

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ບໍ່​ຄິດ​ວ່າ ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃໝ່ທີ່​ຕິດ​ແປດ​ໃສ່​ຫຼາຍກວ່າ 80,000 ຄົນ ​ຢູ່​ໃນ​ຢ່າງ​ໜ້ອຍ 37 ປະ​ເທດນັ້ນ ສະ​ຫະ​ລັດ​ຈະ​ສາ​ມາດ​ຫຼີກ​ລ່ຽງ​ໄດ້ ແຕ່​ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື.

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ​ວ່າ​ “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ມັນ​ຈະ​ສາ​ມາດຫຼີກ​ລ່ຽງ​ໄດ້ ບາງ​ທີ​ມັນ​ອາດ​ຈະ ມັນ​ຄົງ​ອາດ​ຈະ. ມັນ​ອາດ​ຈະ​ຢູ່​ໃນ​ລະ​ດັບ​ນ້ອຍໆ ຫຼື​ອາດ​ຈະ​ຢູ່​ໃນ​ລະ​ດັບ​ໃຫຍ່. ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ກໍ​ຕາມ ພວກ​ເຮົາ​ແມ່ນ​ກຽມ​ພ້ອມ​ແລ້ວ.”

ທ່ານ​ທ​ຣຳ ກ່າວ​ຕື່ມ​ວ່າ “ຄວາມ​ສ່ຽງ ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ແມ່ນ​ຍັງ​ຕ່ຳ​ຫຼາຍ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ເຈົ້າ​ໜ້​າ​ທີ່​ຢູ່ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ມີ​ພຽງ​ຄຳ​ຖາມ​ດຽວ​ກໍ​ຄື​ວ່າ​ເວລາ​ໃດ​ແທ້​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ຈຶ່ງ​ຈະ​ລະ​ບາດ ແລະ​ມີ​ຜູ້​ຄົນ​ຫຼາຍ​ປານ​ໃດ​ຢູ່​ໃນ​ສະ​ຫະ​ລັດ​ຈະ​ລົ້ມ​ປ່ວຍ​ຢ່າງ​ແຮງ.

ມາ​ຈົນ​ຮອດ​ເວ​ລານີ້ ມີ​ຜູ້​ເຊື້ອ​ທັງ​ໝົດ 60 ກໍ​ນະ​ລີ​ຢູ່​ໃນ​ສະ​ຫະ​ລັດ. ສາມ​ຄົນ​ໃນ​ຈຳ​ນວນ​ດັ່ງ​ກ່າວ ແມ່ນ​ເຄີ​ຍ​ໄປ​ຢ້ຽມ​ຢາມ​ເມືອງວູ​ຮານ ໃນ​ປະ​ເທດ​ຈີນ ຊຶ່ງ​ເປັນຈຸດ​ສູນ​ກາງ​ໃນ​ການ​ແຜ່​ລະ​ບາດ ໃນ​ຂະ​ນະ​ທີ່​ອີກ 42 ຄົນ​ນຳ​ເອົາ​ເຊື້ອ​ໄວ​ຣັ​ສ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຫຼັງ​ຈາກ​ໄດ້​ຕິດ​ເຊື້ອ​ຢູ່​ເທິງ​ກຳ​ປັ່ນ​ສຳ​ລານບ່ອນ​ທີ່​ຫຼາຍ​ຮ້ອຍ​ຄົນ​ໄດ້​ພາ​ກັນ​ລົ້ມ​ປ່ວຍ ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຖືກ​ກັກເພື່ອກວດ​ວ່າ​ໃຜ​ຕິດ​ເຊື້ອ​ຢູ່ນອກແຄມ​ຝັ່ງ​ທະ​ເລ​ຂອງປະ​ເທດ​ຍີ​ປຸ່ນ.

ພວກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ “ການ​ລະ​ບາດ​ໃນ​ຊຸມ​ຊົນ” ຫຼື​ໃນ​ເວ​ລາ​ທີ່​ປະ​ຊາ​ຊົນ​ບໍ່​ຮູ້​ຈັກ​ວ່າ ເຂົາເຈົ້າ​ໄດ້​ຕິດ​ເຊື້ອ​ແບບໃດ ຫຼື​ຢູ່​ບ່ອນ​ໃດ​.

ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະ​ຫະ​ລັດ ລາຍ​ງານ​ໃນ​ວັນ​ພຸດ​ວານນີ້​ວ່າ ຄວາມ​ເປັນ​ໄປ​ໄດ້ກ່ຽວ​ກັບ​ກໍ​ລະ​ນີ​ນຶ່ງ ທີ່​ໄດ້​ກວດ​ພົບ​ວ່າ​ຕິດ​ເຊື້ອ​ໄວ​ຣັ​ສ​ ຢູ່​ລັດຄາ​ລີ​ຟໍ​ເນຍ ຜູ້​ຊຶ່ງ​ມີ​ລາຍ​ງານ​ວ່າບໍ່​ເຄີຍ​ມີ​ປະ​ຫວັດ​ການ​ເດີນ​ທາງ​ໄປ​ຍັງ​ເຂດ​ທີ່​ເຊື້ອ​ໄວ​ຣັ​ສ​ກຳ​ລັງ​ແຜ່​ລະ​ບາດ ຫຼືຢູ່ໃກ້ຄົນ​ປ່ວຍ​ທີ່​ຮູ້​ຈັກ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG