ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ສະ​ໝັກແຂ່ງ​ຂັນ ໃຫ້​ຖືກ​ແຕ່ງ​ຕັ້ງຈາກ​ພັກ​ເດ​ໂມ​ແຄ​ຣັດ 7 ທ່ານ ຈະ​ຂຶ້ນ​ໂ​ຕ້ວາ​ທີ ມື້ນີ້ ຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້


ຊ່າງ​ຖ່າຍ​ພາບຍ່າງ​ຜ່ານ​ເວ​ທີທີ່​ຈັດ​ໄວ້​ສຳ​ລັບ​ການ​ໂຕວາ​ທີຂອງຜູ້​ສະ​ໝັກແຂ່ງ​ຂັນໃຫ້​ຖືກ​ແຕ່ງ​ຕັ້ງຈາກ​ພັກ​ເດ​ໂມ​ແຄ​ຣັດ ເພື່ອໄປ​ແຂ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ນະ​ຄອນ​ລັສ ເວ​ກັ​ສ ຂອງ​ລັດ​ເນ​ວາ​ດາໃນ ​ວັນ​ທີ 18 ກຸມ​ພາ, 2020
ຊ່າງ​ຖ່າຍ​ພາບຍ່າງ​ຜ່ານ​ເວ​ທີທີ່​ຈັດ​ໄວ້​ສຳ​ລັບ​ການ​ໂຕວາ​ທີຂອງຜູ້​ສະ​ໝັກແຂ່ງ​ຂັນໃຫ້​ຖືກ​ແຕ່ງ​ຕັ້ງຈາກ​ພັກ​ເດ​ໂມ​ແຄ​ຣັດ ເພື່ອໄປ​ແຂ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ນະ​ຄອນ​ລັສ ເວ​ກັ​ສ ຂອງ​ລັດ​ເນ​ວາ​ດາໃນ ​ວັນ​ທີ 18 ກຸມ​ພາ, 2020

ຜູ້​ສະ​ໝັກແຂ່ງ​ຂັນໃຫ້​ຖືກ​ແຕ່ງ​ຕັ້ງຈາກ​ພັກ​ເດ​ໂມ​ແຄ​ຣັດເພື່ອໄປ​ແຂ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ 7 ທ່ານ ຈະ​ຂຶ້ນ​ໄປ​ເທິງ​ເວ​ທີ​ໂ​ຕ້ວາ​ທີ​ໃນຕອນ​ຄ່ຳ​ຂອງ​ວັນ​ອັງ​ຄານມື້ນີ້ ຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້, ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດນັ້ນ.

ທ່ານເບີນີ ແຊນເດີຣ໌ສ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັນ​ທ໌ ໄດ້​ຮັບ​ພະ​ລັງ​ຜັກ​ດັນ​ຈາກ​ໄຊ​ຊະ​ນະ​ທີ່​ດັງ​ກ້ອງກັງ​ວານຢູ່​ໃນ​ກອງ​ປະ​ຊຸມ​ເລືອກ​ຕັ້ງ ​ຢູ່​ໃນ​ລັດ​ເນ​ວາ​ດາ ​ໃນ​ວັນ​ເສົາ​ຜ່ານ​ມາ ພ້ອມ​ກັບການ​ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ ​ຢູ່​ໃນ​ກາ​ນນັບຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງທັງ​ໝົດ ທີ່​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ​ຕ້ອງ​ໄດ້​ຮັບ​ ເພື່ອ​ຈະ​ໃຫ້​ຖືກ​ເລືອກເປັນ​ຜູ້​ຕາງ​ໜ້າ​ພັກເດ​ໂມ​ແຄ​ຣັດ ໄປ​ແຂ່ງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ໃນ​ເດືອນ​ພະ​ຈິກນີ້ໄດ້.

ສ​ະ​ຖາ​ນະ​ພາບ​ໃນ​ການ​ເປັນ​ຜູ້​ມີ​ຄະ​ແນນ​ນຳ​ໜ້າໝູ່ ສາ​ມາດ​ເຮັດ​ໃຫ້ຜູ້​ສະ​ໝັກ​ເລືອກ​ຕັ້ງຄົນ​ນຶ່ງກາຍ​ເປັນ​ເປົ້າ​ໝາຍ​ຂອງ​ຄົນ​ອື່ນ ຢູ່​ໃນ​ການ​ໂຕ້​ວາ​ທີ​ໄດ້ ແຕ່​ວ່າ ການ​ຢ່ງ​ຫາງ​ສຽງທົ່ວ​ໄປ​ຢູ່​ໃນ​ລັດຄາ​ໂຣ​ໄລ​ນາ​ໃຕ້ ອາດ​ຈະ​ເຮັດ​ໃຫ້​ບາງ​ຄົນ​ໃນ​ນັ້ນ ຫັນ​ໄປ​ເພັ່ງ​ເລັງ​ໃສ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກໍ​ເປັນ​ໄດ້.

ທ່ານ​ໄບ​ເດັນໄດ້​ເປັນ​ທີ 3 ຢູ່​ໃນ​ການ​ນັບຄະ​ແນນ​ຜູ້​ເປັນ​ຕົວ​ແທນ​ການ​ເລືອກ​ຕັ້ງ ພາຍ​ຫລັງ​ທີ່ໄດ້​ເປັນ​ທີ 2 ເມືຶ່ອການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ໃນ​ລັດເນ​ວາ​ດາສິ້ນ​ສຸ​ດ​ລົງ ຊຶ່ງ​ເປັນ​ຊ່ວງ​ເວ​ລາ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ມີ​ມາຂອງ​ທ່ານ ນັບ​ຕັ້ງ​ແຕ່​ພວກ​ປ່ອນ​ບັດ​ໄດ້​ເລີ້ມ​ລົງ​ຄະ​ແນນ​ສຽງ​ໃນ​ເດືອນນີ້ເປັນ​ຕົ້ນ​ມາ. ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ເປັນ​ຄົນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຫລາຍ​ຢູ່​ໃນ​ລັດຄາ​ໂຣ​ໄລ​ນາ​ໃຕ້ ໂດຍ​ທີ່​ມີ​ຄະ​ແນນ​ລື່ນ​ທ່ານ ແຊນ​ເດີຣ໌​ສ ຢູ່​ຫລາຍ​ເປີ​ເຊັນ.

ການ​ຢັ່ງ​ຫາງ​ສຽງຍັງ​ຊີ້​ໃຫ້​ເຫັນ​ວ່າ ມັນເປັນ​ໂອ​ກາດ​ດີ ຢ່າງ​ຫລວງ​ຫລາຍ​ສຳ​ລັບ ເສດ​ຖີ​ເງິນ​ຕື້ ທອມ ສ​ເຕ​ເຢີ (Tom Steyer) ທີ່​ຈະ​ໄດ້​ເປັນ​ທີຂອງ​ທ່ານເປັນ​ຜູ້​ເດັ່ນ​ຂຶ້ນ ຢູ່​ໃນ​ການ​ແຂ່ງ​ຂັນ​ໃນ​ພັກ​ເດ​ໂມ​ແຄ​ຣັດ ໂດຍ​ມີ​ການ​ສະ​ໜັບ​ສະ​ໜຸ​ນ​ທີ່​ທ່ານ​ຍັງ​ບໍ່​ທັນເຄີຍ​ໄດ້​ເຫັນ​ເທື່ອ. ແຕ່​ວ່າ ໃນ​ການມີ​ຜູ້​ເປັນ​ຕົວ​ແທນພຽງ​ຜູ້​ດຽວ, ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານໄດ້​ທີ​ສາມຢູ່​ໃນລັດຄາ​ໂຣ​ໄລ​ນາ​ໃຕ້ ໂດຍ​ນຳ​ໜ້າ ອະ​ດີ​ດ​ເຈົ້າ​ເມືອງຊາວ​ເບນ, ລັດ​ອິນ​ເດຍ​ນາ, ທ່ານ ພີດ ບູ​ດິ​ເຈ​ຈ (Pete Buttigieg), ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ, ທ່ານ​ນາງ​ເອ​ລີ​ຊາ​ເບັດ ວໍ​ເຣນ (Elizabeth Warren) ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ມິນ​ເນ​ໂຊ​ຕາ, ທ່ານ​ນາງ​ເອມ​ມີ ໂຄ​ລ​ບູ​ຈາ (Amy Klobuchar).

ການ​ໂຕ້​ວາ​ທີ​ໃນ​ວັນ​ອັງ​ຄານມື້ນີ້ ​ບໍ່ພຽງ​ແຕ່​ຈະໂອ​ກາດ​ທີ່​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຈະ​ສ້າງຄວາມ​ປະ​ທັບ​ໃຈ​ ຕໍ່​ພວກປ່ອນ​ບັດຢູ່​ໃນລັດຄາ​ໂຣ​ໄລ​ນາ​ໃຕ້ ​ເທົ່າ​ນັ້ນ ມັນ​ຍັງຈະເປັນໂອ​ກາດ​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ພວກ​ທີ່ປ່ອນ​ບັດຢູ່​ໃນ​ລັດ​ອື່ນ ທີ່​ຈະ​ທຳ​ການ​ປ່ອນ​ບັດ​ໃນ​ວັນ​ທີ 3 ເດືອນ​ມີ​ນາ​ຈະ​ມາ​ເຖິງນີ້ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ໄປ​ປ່ອນ​ບັດ​ກ່ອນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ນັ້ນອີກ​ດ້ວຍ.

​ວັນ​ທີ 3 ມີ​ນາ​ໄດ້ຖື​ກຳ​ນົດ​ໃຫ້​ເປັນ​ວັນ​ສຳ​ຄັນໃນ​ການ​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ການແຂ່ງ ​ຂັນໂດຍ​ມີການ​ປ່ອນ​ບັດ​ຢູ່​ໃນ 14 ລັດ​ ພ້ອມ​ໆ​ກັນ ​ກັບຢູ່ໃນ​ເກາະຊາ​ມົວ​ທີ່​ເປັນ​ດິນ​ແດນ​ຂອງ​ສະ​ຫະ​ລັດແຫ່ງ​ນຶ່ງນັ້ນ. ຈະ​ມີ​ຜູ້​ເປັນ​ຕົວ​ແທນ ​ໃນ​ການ​ເລືອກ​ຕັ້ງ 1,357 ຄົນ​ ເພື່ອ​ໃຫ້​ຜູ້​ສະ​ໝັກ​ແຂ່ງ​ກັນເອົາຢູ່​ໃນ​ການ​ເລືອກ​ຕັ້ງ​ມື້ນັ້ນ ເມື່ອ​ທຽບ​ໃສ່​ກັບ 54 ຄົນ ​ຢູ່​ໃນ​ການ​ເລືອກ​ຕັ້ງໃນລັດຄາ​ໂຣ​ໄລ​ນາ​ໃຕ້.

ຜູ້​ທີ່ບໍ່​ໄດ້​ຢູ່​ໃນ​ລາຍ​ຊື່​ໃຫ້​ຄົນ​ປ່ອນ​ບັດ​ເອົາ​ຢູ່ໃນລັດຄາ​ໂຣ​ໄລ​ນາ​ໃຕ້ ແຕ່​ກໍ​ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ຄັ້ງ​ນີ້ກໍ​ຄື​ອະ​ດີດ​ເຈົ້າ​ຄອງ​ນະ​ຄອນນິວຢອກ, ທ່ານໄມ​ໂຄ​ ບ​ລູມເບີກ (Michael Bloomberg).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG