ບັນດາເຈົ້າໜ້າທີ່ອັຟການິສຖານ ກ່າວໃນວັນຈັນວານນີ້ວ່າ ຄົນປ່ວຍຜູ້ນຶ່ງທີ່ໄປ ຢ້ຽມຢາມອີຣ່ານ ທີ່ເປັນປະເທດໃກ້ຄຽງນັ້ນ ໄດ້ຖືກກວດພົບວ່າຕິດເຊື້ອ ໄວຣັສ ໂຄໂຣນາ ແລະໄດ້ຖືກກັກໃຫ້ຢູ່ຜູ້ດຽວຢູ່ໃນໂຮງໝໍແຫ່ງນຶ່ງຢູ່ໃນແຂວງເຮີແຣດ (Herat) ທີ່ມີຊາຍແດນຕິດກັບປະເທດອີຣ່ານນັ້ນ.
ການເປີດເຜີຍດັ່ງກ່າວມີຂຶ້ນໃນຂະນະທີ່ມີການລະບາດຂອງພະຍາດທີ່ເອີ້ນວ່າ ໂຄວິດ (COVID)-19 ໄດ້ສັງຫານຊີວິດຂອງ 12 ຄົນ ຢູ່ໃນອີຣ່ານ ແລະໄດ້ເຮັດໃຫ້ຫລາຍສິບຄົນຕິດເຊື້ອ ນັບແຕ່ວັນພຸດແລ້ວນີ້ເປັນຕົ້ນມາ ເມື່ອປະເທດດັ່ງກ່າວໄດ້ລາຍງານຄັ້ງທຳອິດວ່າ ມີຄົນປ່ວຍຕິດພະຍາດນີ້ຢູ່ປະເທດນັ້ນ.
ລັດຖະມົນຕີກະຊວງສາທາລະນະສຸກຂອງອັຟການິສຖານ, ທ່ານເຟໂຣຊຸດດິນ ເຟໂຣສ໌ (Ferozuddin Feroz), ກ່າວຕໍ່ພວກນັກຂ່າວຢູ່ໃນນະຄອນກາບູລ ວ່າໄດ້ມີການປະກາດພາວະສຸກເສີນຢູ່ໃນແຂວງເຮີແຣດ (Herat) ເພື່ອຈະພະຍາຍາມຫລຸດຜ່ອນການແຜ່ຜາຍຂອງເຊື້ອໄວຣັສໂຄໂຣນາ. ທ່ານກ່າວວ່າ "ຂ້າພະເຈົ້າຂໍໃຫ້ປະຊາຊົນ ພະຍາຍາມພາກັນຢູ່ເຮືອນ ແລະຈຳກັດການເຄື່ອນໄຫວໄປມາຂອງເຂົາເຈົ້າ.”
ລັດຖະບານຂອງອັຟການິສຖານໄດ້ງົດການເດີນທາງ ທາງອາກາດ ແລະທາງບົກທຸກຢ່າງທີ່ໄປຫາ ແລະມາຈາກອີຣ່ານນັ້ນໄວ້ໝົດ ໃນວັນເສົາຜ່ານມາ ພາຍ ໃນບໍ່ເທົ່າໃດຊົ່ວໂມງ ຫລັງຈາກເຈົ້າໜ້າທີ່ຢູ່ໃນແຂວງຊາຍແດນແຫ່ງນັ້ນ ໄດ້ກວດພົບ 3 ຄົນ ທີ່ສົງໄສວ່າຕິດເຊື້ອໄວຣັສໂຄໂຣນານີ້. ລັດຖະບານປະເທດດັ່ງກ່າວຍັງໄດ້ງົດການນຳເຂົ້າຜະລິດຕະພັນສັດປີກຂອງອີຣ່ານ, ຕົ້ນຕໍແມ່ນໄກ່ ແລະໄຂ່.
ທ່ານ ເຟໂຣສ໌ ເວົ້າວ່າ ນຶ່ງໃນສາມກໍລະນີນັ້ນ ໄດ້ຮັບການຢືນຢັນວ່າຕິດເຊື້ອ. ຊາວອັຟການິສຖານ 3 ຄົນທີ່ວ່ານີ້ ໄດ້ກັບມາຈາກເມືອງສັກສິດໂກມ (Qom) ຂອງອີຣ່ານ ທີ່ເປັນຈຸດສູນກາງຂອງການລະບາດພະຍາດນີ້.
ພວກຕຳໜິທັງຫລາຍຢ້ານວ່າ ການລະບາດຂອງເຊື້ອໄວຣັສໂຄໂຣນາ ອາດຈະເປັນບັນຫາທ້າທາຍທີ່ຮ້າຍແຮງແກ່ເຈົ້າໜ້າທີ່ໃນອັຟການິສຖານ, ບ່ອນທີ່ມີສົງຄາມແກ່ຍາວມາໄດ້ຫລາຍປີ ແລະການສໍ້ລາດບັງຫລວງທີ່ໄດ້ຫັນເອົາລະບົບການປິ່ນປົວສຸຂະພາບທີ່ມີຄຸນນະພາບຕ່ຳຢູ່ແລ້ວນັ້ນ ໃຫ້ເປັນລະບົບທີ່ຊາວອັຟການິສຖານ ຫລາຍຄົນຖືກຈຳກັດ ຫລື ບໍ່ມີຊ່ອງທາງເຂົ້າເຖິງລະບົບການປິ່ນປົວສຸຂະພາບທີ່ມີຄຸນນະພາບຕໍ່າສຸດອັນນຶ່ງຂອງໂລກນັ້ນໄດ້ເລີຍ.
ສະພາບຄວາມວຸ້ນວາຍໄດ້ກະທົບໃສ່ປະເທດທີ່ຂາດສະຖານທີ່ກັກກັນຄົນໄວ້ ແລະບໍ່ມີວິທີການ, ພະນັກງານການແພດ ທີ່ໄດ້ຮັບການອົບຮົມ ແລະອຸປະກອນການແພດແຫ່ງນັ້ນ.
ສະຖານທີ່ການແພດຕ່າງໆຂອງອີຣ່ານ ເປັນບ່ອນທີ່ຖືກລາຍງານວ່າ ມີຄົນເສຍຊີວິດທີ່ກ່ຽວພັນກັບເຊື້ອໄວຣັສໂຄໂຣນາຫລາຍທີ່ສຸດ ຢູ່ນອກປະເທດຈີນ ບ່ອນທີ່ພະຍາດດັ່ງກ່າວໄດ້ຖືກກວດພົບທໍາອິດໃນເດືອນທັນວາຜ່ານມາ.
ເຕຫະຣ່ານໄດ້ປະກາດໃນວັນເສົາຜ່າມນາວ່າໃຫ້ປິດໂຮງຮຽນ, ມະຫາວິທະຍາໄລ ແລະສູນກາງວັດທະນາທຳຕ່າງໆ ຢູ່ທົ່ວ 14 ແຂວງ ຂອງປະເທດໄວ້ນຶ່ງອາທິດ ເພື່ອຈະພະຍາຍາມທີ່ຈະຫລຸດຜ່ອນການຕິດເຊື້ອໄວຣັສໂຄໂຣນາລົງ.
ສ່ວນປາກິສຖານ ກໍໄດ້ປິດຊາຍແດນຂອງຕົນ ທີ່ຕິດກັບອີຣ່ານໄວ້ຊົ່ວຄາວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້ເພີ້ມເປັນພາສາອັງກິດ