ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫ​ລ​ ແລະເກົາຫຼີ​ໃຕ້​ ອາດຈະ​ຫຼຸດ​ ການ​ຝຶກ​ຊ້ອມ ທາງ​ທະ​ຫານ​ລົງ ທ່າມ​ກາງ ການ​ລະ​ບາດ ຂອງ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານ Mark Esper (ຊ້າຍ) ຈັບ​ມື​ກັບ ທ່ານ Jeong Kyeong-doo,ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເກົາ​ຫລີ​ໃຕ້ ຢູ່ກອງ​ປະ​ຊຸມ ໃນ​ວັນ​ທີ 15 ພະ​ຈິກ, 2019 ຢູ່​ນະ​ຄອນ​ໂຊ​ລ ຂອງເກົາ​ຫລີ​ໃຕ້
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານ Mark Esper (ຊ້າຍ) ຈັບ​ມື​ກັບ ທ່ານ Jeong Kyeong-doo,ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເກົາ​ຫລີ​ໃຕ້ ຢູ່ກອງ​ປະ​ຊຸມ ໃນ​ວັນ​ທີ 15 ພະ​ຈິກ, 2019 ຢູ່​ນະ​ຄອນ​ໂຊ​ລ ຂອງເກົາ​ຫລີ​ໃຕ້

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານ ມາກ​ຄ໌ ແອ​ສ​ເພີ (Mark Esper) ກ່າວ​ວ່າ ກອງ​ທັບສະ​ຫະ​ລັດ​ ແລະເກົາຫຼີ​ໃຕ້ກຳ​ລັງ​ພິ​ຈາ​ລະ​ນາ​ຫຼຸດ​ການ​ຝຶກ​ຊ້ອມ​ທະ​ຫານ​ຢູ່​ໃນ​ແຫລມເກົາຫຼີລົງ ໃນ​ຂະ​ນະ​ທີ່ເກົາຫຼີໃຕ້ດີ້ນ​ຮົນເພື່ອສະ​ກັດ​ກັ້ນ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາຢູ່ນັ້ນ.

ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ຢູ່​ໃນ​ເກົາ​ຫລີ ແລະ​ນາຍ​ພົນ​ຂັ້ນ​ສູງ​ ຂອງ ເກົາຫຼີໃຕ້ "ກຳ​ລັງ​ຫາ​ທາງ​ທີ່​ຈະ​ຫລຸດ​ຄຳ​ສັ່ງ​ໃນທຳ​ການ​ຝຶກ​ຊ້ອມ​ຢູ່​ໃນຖານ​ທັບນັ້ນ ລົງ ເນື່ອງ​ຈາກວ່າ ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບເຊື້ອໄວຣັສໂຄໂຣນາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ແອ​ສ​ເພີ (Esper) ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ຈັນ​ວານນີ້ ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ທຳ​ນຽບ​ຫ້າ​ແຈ ກັບ​ຄູ່​ປະ​ຈຳ​ຕຳ​ແໜ່ງ​ຝ່າຍ​ເກົາ​ຫຼີຂອງ​ເພິ່ນ, ທ່ານ ຈອງ ກີ​ຢອງ-ດູ (Jeong Kyeong-doo).

"ສະ​ຖາ​ນະ​ການ​ຮ້າຍ​ແຮງ​ສົມ​ຄວນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຈອງ (Jeong) ຊຶ່ງ​ທ່ານ​ກ່າວ​ເພີ້ມ​ອີກວ່າ ການ​ເຄື່ອນ​ໄຫວ​ໄປ​ມາ​ຫາ​ກັນ ​ລະ​ຫວ່າງ​ກົມກອງ​ຕ່າງໆ​ຂອງ​ພວກ​ທະ​ຫານ​ ແມ່ນ​ໄດ້ຖືກ​ຈຳ​ກັດ.

ມາ​ຮອດ​ວັນ​ອາ​ທິດ​ຜ່ານ​ມາ ທະ​ຫານ​ໃນ​ກອງ​ທັບເກົາຫຼີໃຕ້ 13 ຄົນ ​ຖືກກວດ​ພົບ​ວ່າໄດ້ຕິດເຊື້ອໄວຣັສໂຄໂຣນາ, ອີງ​ຕາມທ່ານ ຈອງ (Jeong). ທ່ານ​ກ່າວ​ຕໍ່​ໄປ​ວ່າ ທະ​ຫານ​ຂອງກອງ​ທັບ​ເກົາ​ຫລີ​ເຫລົ່າ​ນັ້ນໄດ້​ຖືກ​ຫ້າມບໍ່​ໃຫ້​ເດີນ​ທາງ​ໄປ​ພັກ​ຜ່ອນ ຫລື ຍ້າຍ​ໄປ​ຢູ່​ໃນ​ກອງ​ທະ​ຫານ​ອື່ນ​ເລີຍ ​ເພື່ອ​ພະ​ຍາ​ຍາມ​ສະ​ກັດ​ກັ້ນບໍ່​ໃຫ້​ມີ​ການ​ແຜ່​ຜາຍ​ຂອງ​ເຊື້ອ​ໄວ​ຣັ​ສ​ເພີ້ມໄປ​ອີກ.

ເຈົ້າ​ໜ້າ​ທີ່​ທັງ​ສອງ​ທ່ານ​ເວົ້າ​ວ່າ ຄວາມ​ຄິດເຫັນ​ໃນ​ການ​ປ້ອງ​ກັນ​ຊ​າດ​ຂອງ​ພັນ​ທະ​ມິດຍັງ​ເຂັ້ມ​ແຂງ​ຢູ່ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ການ​ຝຶກ​ຊ້ອມ​ຍ້ອນເຊື້ອ ໄວຣັສໂຄໂຣນາກໍ​ຕາມ.

ຈຳ​ນວນ​ກໍ​ລະ​ນີ​ຄົນ​ຕິດເຊື້ອໄວຣັສໂຄໂຣນາໄດ້​ພຸ້ງສູງ​ຂຶ້ນເຖິງ 833 ລາຍ​ແລ້ວ​ຢູ່​ໃນເກົາຫຼີໃຕ້ ແລະ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ ເຖິງ 7 ຄົນ​ແລ້ວ.

ສະ​ຫະ​ລັດ​ໄດ້ເພີ້ມ​ການ​ເຕືອນ​ໃຫ້​ລະ​ວັງ ​ໃນ​ການ​ເດີນ​ທາງ​ໄປ​ຍັງເກົາຫຼີໃຕ້ ແລະ ​ຍີ່​ປຸ່ນຍ້ອນມີ​ຄວາມ​ຢ້າ​ກົວ​ຢູ່​ທົ່ວ​ໂລກວ່າສອງປະ​ເທດຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ດັ່ງກ່າວ ອາດສາ​ມາດກາຍ​ເປັນ​ແຫລ່ງ​ເພາະ​ການ​ຕິດ​ເຊື້ອ​ຢູ່ນອກ​ປະ​ເທດ​ຈີນ ບ່ອນ​ທີ່​ເຊື້ອ​ໄວ​ຣັ​ສ​ທີ່​ວ່ານີ້​ເລີ້ມ​ຕົ້ນ​ເກີດ​ຂຶ້ນ​ນັ້ນກໍ​ເປັນ​ໄດ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG