ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ສ​ປ​ຊ ຮຽກ​ຮ້ອງ ໃຫ້​ຢຸດ​ຍິງ ໃນ​ທັນ​ທີ ຢູ່​ແຂວງ​ອິດ​ລິບ ຂອງ​ຊີ​ເຣຍ


ຜູ້​ຊາຍ​ທີ່​ເປັນ​ອົບ​ພະ​ຍົບ​ພາຍ​ໃນ​ປະ​ເທດ​ຄົນ​ນຶ່ງ ທີ່​ຫຼົບ​ໜີ​ຈາກ​ແຂວງ​ອິດ​ລິບ ພວມ​ຮຳ​ຢາ​ສູບ ຂະ​ນະ​ທີ່​ລາວ ນັ່ງ​ຢູ່​ທາງ​ຫຼັງ ລົດ​ບັນ​ທຸກ ພ້ອມ​ເຄື່ອງ​ຂອງ ທີ່​ເມືອງ​ອາ​ຊາ​ສ ເມື່ອ​ວັນ​ທີ 15 ກຸມ​ພາ 2020. REUTERS/Khalil Ashawi
ຜູ້​ຊາຍ​ທີ່​ເປັນ​ອົບ​ພະ​ຍົບ​ພາຍ​ໃນ​ປະ​ເທດ​ຄົນ​ນຶ່ງ ທີ່​ຫຼົບ​ໜີ​ຈາກ​ແຂວງ​ອິດ​ລິບ ພວມ​ຮຳ​ຢາ​ສູບ ຂະ​ນະ​ທີ່​ລາວ ນັ່ງ​ຢູ່​ທາງ​ຫຼັງ ລົດ​ບັນ​ທຸກ ພ້ອມ​ເຄື່ອງ​ຂອງ ທີ່​ເມືອງ​ອາ​ຊາ​ສ ເມື່ອ​ວັນ​ທີ 15 ກຸມ​ພາ 2020. REUTERS/Khalil Ashawi

ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກິວ​ເຕ​ເຣັ​ສ ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ໃນ​ທັນ​ທີຢູ່​ໃນ​ແຂວງ​ອິດ​ລິບ ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ ​ຂອງ​ຊີ​ເຣຍ ແລະ​ຍຸ​ຕິ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ “ແລະ​ຫຼີກ​ລ່ຽງ​ຕໍ່​ການ​ກໍ່ຄວາມ​ຮຸນ​ແຮງ​ທີ່​ຄວບ​ຄຸມ​ບໍ່​ໄດ້” ຢູ່​ໃນ​ເຂດ​ດັ່ງ​ກ່າວ.

ທ່ານ​ກິວ​ເຕ​ເຣັ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ນິວຢອກ ໃນ​ວັນ​ສຸກວ​ານນີ້​ວ່າ ​ການ​ປາບ​ປາມ​ຂອງ​ລັດ​ຖະ​ບານ​ທະ​ຫານ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ ​ໂດຍຣັດ​ເຊຍຢູ່​ໃນ​ເຂດ​ດັ່ງ​ກ່າວມ​າ​ເປັນ​ເວ​ລາ​ເກືອບ​ນຶ່ງ​ປີ​ແລ້ວນັ້ນ ໄດ້​ພາ​ໃຫ້​ເກີດ “ການປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ ຊ້ຳ​ແລ້ວ​ຊ້ຳ​ອີກ ລະ​ຫວ່າງ​ທະ​ຫານ​ລັດ​ຖະ​ບານ​ເທີ​ກີກັບ​ລັດ​ຖະ​ບານ​ທະ​ຫານ​ຊີ​ເຣຍ.”

ທ່ານ​ມາກ ໂລ​ຄັອກ ຫົວ​ໜ້າ​ທາງ​ດ້ານ​ມະ​ສຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາຊາດ ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງໃນ​ວັນ​ພຸດ​ຜ່ານ​ມານີ້​ວ່າ ​ມີພົນ​ລະ​ເຮືອນ​ຫຼາຍຮ້ອຍ​ພັນ​ຄົນ​ກຳ​ລັງ​ພະ​ຍາ​ຍາມຈະ​ຫຼົບ​ໜີຈາກໂຈມ​ຕີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກຣັດ​ເຊຍ ພວມ​ໄປ​ເຕົ້າ​ໂຮມ​ກັນ​ຢ່າງ​ໜາ​ແໜ້ນ ​ຢູ່​ໃນ​ບໍ​ລິ​ເວນ​ນ້ອຍໆ​ໃກ້​ກັບ​ຊາຍແດນ​ຂອງ​ເທີ​ກີ “ພາຍ​ໃຕ້​ເງື່ອນ​ໄຂ​ ທີ່​ໜ້າ​ຢ້ານ​ກົວ” ຊຶ່ງ​ເປັນ​ເຫດ​ການ​ທີ່​ໄດ້​ຮັບການ​ຢືນ​ຢັນ​ໂດຍ​ທ່ານ​ກິວ​ເຕ​ເຣັ​ສ ໃນ​ວັນ​ສຸກວານ​ນີ້.

ທ່ານກິວ​ເຕ​ເຣັ​ສກ່າວ​ວ່າ “ເກືອບ 900,000 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ພວກ​ແມ່​ຍິງ​ແລະ​ເດັກ​ນ້ອຍ ໄດ້​ພາ​ກັນ​ຫຼົບ​ໜີ​ ຈາກ​ການ​ສູ້​ລົບ​ຮອບ​ຫຼ້າ​ສຸດ ຊຶ່​ເປັນ​ສະ​ພາບທີ່​ໜ້າ​ເສົ້າ​ໃຈ​ທີ່​ສຸດ. ມີ​ຫລາຍໆ​ຮ້ອຍ​ຄົນ​ໄດ້​ຖືກ​ຂ້າ​ຕາຍ. ຫຼາຍໆ​ຄົນ​ໄດ້​ຖືກຍົກ​ຍ້າຍຫຼາຍໆ​ຄັ້ງ​ມາ​ແລ້ວ. ພວກ​ເດັກ​ນ້ອຍໄດ້​ພາ​ກັນ​ໜາວ​ຕາຍ.”

ທ່ານກິວ​ເຕ​ເຣັ​ສເວົ້າ​ວ່າ ມີ​ປະ​ມານ 2 ລ້ານ 8 ແສນ​ຄົນ​ໃນ​ແຂວງ​ອິດ​ລິບ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ຫຼາຍກວ່າ​ຈຳ​ນວນ​ທີ່​ທາງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຄາດ​ໄວ້​ວ່າ​ມີ 800,000 ຄົນ​ໃນ​ຕົ້ນ​ເດືອນນີ້.

​ວິ​ກິດ​ການ​ດັ່ງ​ກ່າວ​ໄດ້​ບັງ​ຄັບ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຕ້ອງ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ 500 ລ້ານ​ໂດ​ລາ “ເພື່ອສະ​ໜອງ​ການ​ຊ່ວຍ​ເຫຼືອ​ສຳ​ລັບ​ອົບ​ພະ​ຍົບທີ່​ມາ​ຮອດ​ໃໝ່ ໃນ​ໄລ​ຍະ​ຫົກ​ເດືອນ​ຕໍ່​ໜ້າ.”


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG