ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ແຊນ​ເດີ​ຣ໌​ສ ປະ​ນາມ ການ​ແຊກ​ແຊງ ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ສ​ຫລ


ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ເບີ​ນີ ແຊນ​ເດີ​ຣ໌​ສ ເຊັນ​ຊື່​ໃຫ້​ພວກ​ສະ​ໜັບ​ສະ​ໜຸນ​ຊາວ​ລາ​ຕີ​ໂນ ຢູ່​ບ່ອນ​ໂ​ຄ​ສະ​ນາ​ຫາ​ສຽງ ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ Valley ໃນ​ເມືອງ​ຊານ​ຕາອາ​ນາ ລັດ​ຄາ​ລີຟໍ​ເນຍ ເມື່ອ​ວັນ​ທີ 21 ກຸມ​ພາ 2020. (AP Photo/Damian Dovarganes)
ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ເບີ​ນີ ແຊນ​ເດີ​ຣ໌​ສ ເຊັນ​ຊື່​ໃຫ້​ພວກ​ສະ​ໜັບ​ສະ​ໜຸນ​ຊາວ​ລາ​ຕີ​ໂນ ຢູ່​ບ່ອນ​ໂ​ຄ​ສະ​ນາ​ຫາ​ສຽງ ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ Valley ໃນ​ເມືອງ​ຊານ​ຕາອາ​ນາ ລັດ​ຄາ​ລີຟໍ​ເນຍ ເມື່ອ​ວັນ​ທີ 21 ກຸມ​ພາ 2020. (AP Photo/Damian Dovarganes)

ທ່ານ​ເບີ​ນີ ແຊນ​ເດີ​ຣ໌​ສ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ປະນາມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃດໆ​ກໍ​ຕາມ​ຂອງ​ຣັດ​ເຊຍ ທີ່​ຈະ​ແຊກ​ແຊງເຂົ້າ​ໃນ​ການ​ເລືອກ​ຕັ້ງ​ຂອງ​ສະ​ຫະ​ລັດ, ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັອນ​ທ໌ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ທັນທີຫຼັງ​ຈາກ ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ແຈ້ງໃຫ້​ທ່ານ​ແຊ​ນ​ເດີ​ຣ໌​ສ ຊາບ​ວ່າ ຣັດ​ເຊຍ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ຄະ​ນະ​ໂຄ​ສະ​ນາ​ຫາສຽງ​ຂອງ​ທ່ານ. ຖະ​ແຫຼງ​ການ​ບໍ່​ໄດ້​ໃຫ້​ການຢືນ​ຢັນ​ກ່ຽວ​ກັບ​ລາຍ​ງານ​ດັ່ງ​ກ່າວ.

ທ່ານ​ແຊ​ນ​ເດີ​ຣ໌​ສ ຂຽນ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ສົນ​ໃຈ ​ໃນ​ຄວາມ​ຈິງ​ທີ່​ວ່າ ຜູ້​ໃດ​ທີ່​ປູ​ຕິນ ຢາກ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ຄຳ​ເຕືອນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ປູ​ຕິນ​ກໍ​ແມ່ນ​ຈະ​ແຈ້ງ: ຢ່າ​ເຂົ້າ​ມາ​ຫຍຸ້ງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ກາ ແລະ​ໃນ​ຖາ​ນະ​ປະ​ທາ​ນາທິ​ບໍ​ດ​ດີ ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ເຈົ້າ​ຈະ​ເຮັດ​ແບບນັ້ນ.”

ທ່ານ​ແຊນ​ເດີ​ຣ໌​ສ ກ່າວ​ຕໍ່​ໄປ​ວ່າ “ບໍ່​ຄື​ດໍ​ໂນ​ລ ທ​ຣຳ. ຂ້າ​ພະ​ເຈົ້າ​ບໍ່​ຖື​ວ່າ ວ​ລາ​ດີ​ເມຍ​ ປູ​ຕິນ ເປັນ​ເພື່ອນ​ທີ່​ດີ. ລາວ​ເປັນ​ນັກ​ຜະ​ເດັດ​ການ​ອັນ​ຕະ​ພານ ທີ່​ພະ​ຍາຍາມ​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ ແລະ​ປາບ​ປາມ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢູ່​ໃນ​ຣັດ​ເຊຍ. ຂໍ​ໃຫ້​ເປັນ​ທີ່​ຈະ​ແຈ້ງວ່າ ຣັດ​ເຊຍ​ຕ້ອງ​ການ​ບ່ອນ​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕຂອງ​ອາ​ເມ​ຣິ​ກາ ໂດຍ​ແບ່ງ​ແຍກ​ພວກ​ເຮົາ ແລະບໍ່​ຄື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດຈຸ​ບັນ ຂ້າ​ພະ​ເຈົ້າ​ແມ່ນ​ໜັກ​ແໜ້ນ ຕໍ່​ຕ້ານ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ແລະ​ມະ
ຫາ​ອຳ​ນາດ​ຕ່າງ​ປະ​ເທດ​ອື່ນໆທີ່​ຢາກ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ.”

Democratic presidential candidate Bernie Sanders is condemning any Russian efforts to interfere in the 2020 U.S. election.

The Vermont senator issued a statement immediately after The Washington Post reported U.S. officials told Sanders that Russia was trying to help his campaign. The statement did not confirm the report.

Sanders wrote: "I don't care, frankly, who Putin wants to be president. My message to Putin is clear: Stay out of American elections, and as president I will make sure that you do."

Sanders continued: "Unlike Donald Trump, I do not consider Vladimir Putin a good friend. He is an autocratic thug who is attempting to destroy democracy and crush dissent in Russia. Let's be clear, the Russians want to undermine American democracy by dividing us up and, unlike the current president, I stand firmly against their efforts, and any other foreign power that wants to interfere in our election."

XS
SM
MD
LG