ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ເມົາ​ເວ​ນີ ເວົ້າວ່າ ລັດ​ຖະ​ບານ​ ປ. ທ​ຣຳ ‘ຕ​້ອງ​ການ’ ຄົນ​ເຂົ້າ​ເມືອງ​ ທີ່​ຖືກ​ກົດ​ໝາຍ​ 'ຫຼາຍທີ່​ສຸດ'


ທ່ານ ເມົາ​ເວ​ນີ, ຜູ້ວ່າ​ການຫົວ​ໜ້າ​ທີ່​ປຶກ​ສາ​ປະ​ຈຳ​ທຳ​ນຽບ​ຂາວ​ກ່າວ ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ລະ​ດັບ​ໂລກ​ ປະ​ຈຳ​ປີ ຄັ້ງ​ທີ 22 ຂອງ​ສະ​ຖາ​ບັນ Milken Institute ຢູ່​ Beverly Hills, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 30 ເມ​ສາ, 2019
ທ່ານ ເມົາ​ເວ​ນີ, ຜູ້ວ່າ​ການຫົວ​ໜ້າ​ທີ່​ປຶກ​ສາ​ປະ​ຈຳ​ທຳ​ນຽບ​ຂາວ​ກ່າວ ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ລະ​ດັບ​ໂລກ​ ປະ​ຈຳ​ປີ ຄັ້ງ​ທີ 22 ຂອງ​ສະ​ຖາ​ບັນ Milken Institute ຢູ່​ Beverly Hills, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 30 ເມ​ສາ, 2019

ທ່ານ ໄມ​ຄ໌ ເມົາ​ເວ​ນີ (Mike Mulvaney), ຜູ້ວ່າ​ການຫົວ​ໜ້າ​ທີ່​ປຶກ​ສາ​ປະ​ຈຳ​ທຳ​ນຽບ​ຂາວ​ ກ່າວ​ຕໍ່ພວກ​ຜູ້​ຟັງ​ຈາກ​ພາກ​ເອ​ກະ​ຊົນ ​ຢູ່​ໃນ​ອັງ​ກິດ​ໃນ​ວັນ​ພຸດ​ຜ່ານ​ມາ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ "ມີ​ຄວາມ​ຕ້ອງ​ການ" ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກົດ​ໝາຍ​ “ຫລາຍທີ່​ສຸດ” ເພື່ອ​ຈະ​ຮັກ​ສາ​ການ​ຂະ​ຫຍາຍ​ໂຕ​ຂອງ​ເສດ​ຖະ​ກິດ​ທີ່​ມີ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ນີ້ໄວ້.

"ພວກ​ເຮົາ​ມີ​ຄວາມຕ້ອງ​ການ​ -- ຄົນ​ເພີ້ມ​ອີກຫລາຍທີ່​ສຸດ -- ຕ້ອງ​ການ​ຫລາຍ ທີ່​ສຸດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເມົາ​ເວ​ນີ (Mulvaney) ທີ່​ກ່າວ​ຢູ່​ໃນ​ງານ​ອັນ​ນຶ່ງ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຮົາ​ກຳ​ລັງ​ຂາດ​ຄົນທີ່​ຈະ​ສະ​ໜອງ​ໃຫ້​ການ​ຂະ​ຫຍາຍ​ໂຕ​ຂອງ​ເສດ​ຖະ​ກິດທີ່​ພວກ​ເຮົາ​ມີ​ຢູ່​ແລ້ວ ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ໃນ​ໄລ​ຍະ 4 ປີ​ຜ່ານ​ມານີ້. ພ​ວກ​ເຮົາ​ຕ້ອງ​ການ​ຄົນ​ເຂົ້າ​ເມືອງ​ຫລາຍ​ຂຶ້ນ.”

ຄຳ​ເຫັນ​ດັ່ງ​ກ່າວ​ໄດ້​ຖືກ​ລາຍ​ງານ​ຢູ່​ໃນ​ໜັງ​ສື​ພິມ Washington Post, ທີ່​ໄດ້​ຮັບ​ສຽງເວົ້າຂອງທ່ານເມົາ​ເວ​ນີ​ຢູ່ການ​ບັນ​ລະ​ຍາຍ​ຂອງ​ທ່ານ.

ແຕ່​ທ່ານເມົາ​ເວ​ນີ (Mulvaney) ກໍ​ເວົ້າ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ໃໝ່​ຕ້ອງ​ເຂົ້າ​ປະ​ເທດ​ “​ແບບຖືກ​ຕ້ອງ​ຕາມ​ກົດ​ໝາຍ," ໂດຍ​ກ່າວ​ວ່າ ທຳ​ນຽບ​ຂາວ​ຢາກ​ຈະຮຽນ​ເອົາແບບ​ຂອງ​ລະ​ບົບ​ຄົນ​ເຂົ້າ​ເມືອງ​ຂອງ​ກາ​ນາ​ດາ ແລະ​ອອ​ສ​ເຕ​ຣ​ເລຍ.

ທ່ານເມົາ​ເວ​ນີກ່າວ​ວ່າ "ພວກ​ເຮົາ​ມີ​ຄວາມ​ສົນ​ໃຈ​ໃນ​ການຜັນ​ຂະ​ຍາຍ​ລະ​ບົບ​ນັ້ນ​ອອກ​ໄປ.”

ຄຳ​ເຫັນ​ດັ່ງ​ກ່າວ​ປາ​ກົດ​ວ່າ​ເຮັດ​ໃຫ້​ທ່ານເມົາ​ເວ​ນີ ມີ​ຄວາມ​ແຕກ​ຕ່າງກັນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈຳ​ນວນ​ນຶ່ງ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ເຊັ່ນ ທ່ານ ສ​ຕີ​ຟ​ເຟັນ ມີ​ລ​ເລີ, ທີ່​ປຶກ​ສາທຳ​ນຽບ​ຂາວ ທີ່ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນ​ໃຫ້​ມີ​ການ​ຈຳ​ກັດ​ຢ່າງ ເຄັ່ງ​ຄັດ​ຕໍ່​ທັງ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກົດ​ໝາຍ ແລະ​ບໍ່​ຖືກ​ກົດ​ໝາຍ.

ທ່ານ ທ​ຣຳ​ເວົ້າ​ກ່ຽວ​ກັບ​ບົດ​ບາດ​ຂອງຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກົດ​ໝາຍວ່າ ພວກ​ເຂົາ​ເຈົ້າມີ​ຄວາມ​ຈຳ​ເປັນ ສຳ​ລັບ​ບໍ​ລິ​ສັດທີ່​ຫາ​ທາງ​ຍ້າຍ​ກັບ​ຄືນ​ ມາ​ຕັ້ງ​ຢູ່​ສະ​ຫະ​ລັດ.
ທ່ານ​ທ​ຣຳ ກ່າວ​ໃນ​ປີ​ກາຍນີ້​ວ່າ: "ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຄົນ​ເຂົ້າ​ມາເພາະ​ວ່າພ​ວກ​ ເຮົາຕ້ອງ​ການ​ຄົນ​ດຳ​ເນີນ​ການ​ຢູ່​ໃນ​ໂຮງ​ງານ ແລະ​ໃນ​ສະ​ຖານ​ທີ່ການ​ຜະ​ລິດ ແລະ​ບໍ​ລິ​ສັດ​ຕ່າງໆ ທີ່​ຍ້າຍ​ກັບ​ຄືນ​ມາ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຮົາ​ຕ້ອງ​ການ​ຄົນ."

ເຖິງ​ທ່ານ​ຈະ​ເວົ້າ​ເຊັ່ນ​ນັ້ນ​ກໍ​ຕາມ, ລັດ​ຖະ​ບານ​ໄດ້​ຕັດ​ຈຳ​ນວນຄົນ​ເຂົ້າ​ເມືອງ​ທີ່​ຖືກ​ກົດ​ໝາຍ ແລະ​ບໍ່​ຖືກ​ກົດ​ໝາຍລົງ ນັບ​ແຕ່​ທ່ານ ທ​ຣຳ​ໄດ້​ຂຶ້ນ​ກຳ​ຕຳ​ແໜ່ງເປັນ​ຕົ້ນ​ມາ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຕັດ​ຈຳ​ນວນ​ການ​ອອກວີ​ຊາ​ໃຫ້​ຄົນລົງປະ​ມານ 20 ເປີ​ເຊັນ ແລະ​ເຈົ້າ​ໜ້າ​ທີ່​ປະ​ຈຳ​ຊາຍ​ແດນ​ກໍ​ເຮັດ​ໃຫ້​ການ​ຂໍ​ລີ້​ໄພ​ຫຍຸ້ງ​ຍາກ​ຂຶ້ນ​ຢູ່​ຕາມ​ຊາຍ​ແດນ​ພາກ​ໃຕ້​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG