ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ເສຍ​ຊີ​ວິດ ຂອງ​ທະ​ຫານ​ເທີ​ກີ ເຮັດ​ໃຫ້​ເກີດ​ ຄວາມ​ເຄັ່ງ​ຕຶງ ກັບ​ມົ​ສ​ກູ


​ພວກ​ຕໍ່​ຕ້ການ​ລັດ​ຖະ​ບານ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​​ຈາກ​ເທີ​ກີ ຍິງ​ປືນ​ໃຫຍ່​ໂຈມ​ຕີ ທີ່​ຕັ້ງ​ລັດ​ຖະ​ບານ​ຊີ​ເຣຍ ໃກ້​ບ້ານ Neirab ໃນ​ແຂວງ​ອິດ​ລິບ ​ເມື່ອ​ວັນ​ທີ 20 ກຸມ​ພາ ປີ 2020.
​ພວກ​ຕໍ່​ຕ້ການ​ລັດ​ຖະ​ບານ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​​ຈາກ​ເທີ​ກີ ຍິງ​ປືນ​ໃຫຍ່​ໂຈມ​ຕີ ທີ່​ຕັ້ງ​ລັດ​ຖະ​ບານ​ຊີ​ເຣຍ ໃກ້​ບ້ານ Neirab ໃນ​ແຂວງ​ອິດ​ລິບ ​ເມື່ອ​ວັນ​ທີ 20 ກຸມ​ພາ ປີ 2020.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ເທີ​ກີ ກັບ​ຣັດ​ເຊຍ ໄດ້​ເພີ້ິ້​ມ​ທະ​ວີ​ຂຶ້ນ ຍ້ອນ​ການ​ສັງ​ຫານທະ​ຫານ​ເທີ​ກີ 2 ຄົນໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຊີ​ເຣຍ. ມົ​ສ​ກູ ຊຶ່ງ​ໜຸນ​ຫຼັງລັດ​ຖະ​ບານ​ດາ​ມັສ​ກັ​ສນັ້ນ ໄດ້​ກ່າວ​ຫາ​ອັງ​ກາ​ຣາ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ພວກກໍ່​ການ​ຮ້າຍ​ໃນ​ຊີ​ເຣຍ. ຄວາມ​ຮຸນ​ແຮງ​ຄັ້ງ​ຫຼ້າ​ສຸດ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມ​ທາງ​ດ້ານ​ການ​ທູດ ລະ​ຫວ່າງ​ຣັດ​ເຊຍ​ກັບ​ເທີ​ກີ ພວມ​ຕົກ​ຢູ່​ໃນສະ​ພາບ​ບໍ່​ໄປ​ບໍ່​ມາ ໃນ​ການ​ຫາ​ທາງ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງຢູ່​ໃນ​ຊີ​ເຣຍນັ້ນ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເທີ​ກີ​ກ່າວ​ວ່າ ການ​ໂຈມ​ຕີທາງ​ອາ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້ ຢູ່​ໃນ​ແຂວງ​ອິດ​ລິບ​ຂອງ​ຊີ​ເຣຍ ໄດ້​ສັງ​ຫານທະ​ຫານ​ເທີ​ກີ 2 ຄົນ ແລະ​ບາດ​ເຈັບ​ອີກ 5 ຄົນ. ລາຍ​ງານ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບວ່າ ໃຜ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ ແຕ່​ກໍ​ກ່າວ​ວ່າ ການ​ຕອບ​ໂຕ້​ມີ​ຂຶ້ນ​ໃນທັນ​ທີ ຕໍ່​ເປົ້າ​ໝາຍ 50 ກວ່າ​ແຫ່ງ​ຂອງ​ອຳ​ນາດ​ກາ​ນ​ປົກ​ຄອງ​ຊີ​ເຣຍ” ຮວມ​ທັງລົດ​ຖັງ​ແລະ​ປືນ​ໃຫຍ່​ນຳ​ດ້ວຍ.

ຫົວ​ໜ້າ​ສື່​ສານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານຟາ​ແຣັດ​ຕີນ ອາ​ທູນ (Fahrettin Altun) ໄດ້​ຊີ້​ໃສ່​ດາມັ​ສ​ກັ​ສ​ເປັນ​ຜູ້​ຮັບ​ຜິດ​ຊອບ. ຂໍ້​ຄວາມ​ໃນ​ທວີດ​ເຕີ້​ ຂອງ​ທ່ານ​ອາ​ທູນ ກ່າວ​ວ່າ “ທະ​ຫານ​ເທີ​ກີ​ຢູ່​ໃນ​ແຂວງ​ອິດ​ລິບ ແມ່ນ​ເພື່ອ​ສ້າງ​ສັນ​ຕິ​ພາບ ແລະ​ພວມ​ຫາ​ທາງ​ຈັດ​ແຈງ​ເພື່ອ​ການ​ປະ​ຕິ​ບັດ​ງານ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະທຳ” ແຕ່​ໄດ້​ຖືກ​ຂ້າ​ຕາຍ “ຍ້ອນ​ການ​ໂຈມ​ຕີ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຊີ​ເຣຍ.”

ດາ​ມັ​ສ​ກັ​ສ ມາ​ຮອດ​ເວ​ລານີ້ ຍັງ​ບໍ່​ມີ​ການ​ໃຫ້​ຄວາມ​ເຫັນ​ໃດ​ໆ ແຕ່​ກະ​ຊວງ​ປ້ອງກັນ​ປະ​ເທດ​ຣັດ​ເຊຍ ໄດ້​ປະ​ກາດ​ວ່າ ກອງ​ທັບ​ອາ​ກາດ​ຂອງ​ຕົນ​ເປັນ​ຜູ້​ໂຈມ​ຕີ​ກຳລັງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ໂດຍ​ເທີ​ກີ ຢູ່​ໃນ​ແຂວງ​ອິດ​ລິບ ຊຶ່ງໄດ້​ບຸກ​ໂຈມ​ຕີ​ຜ່ານ​ແນວ​ປ້ອງ​ກັນ​ຂອງ​ກຳ​ລັງ​ຊີ​ເຣຍ. ທັງ​ມົ​ສ​ກູ​ແລະ​ອັງ​ກາ​ຣາ​ຕ່າງກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຢ່າງ​ຄັກ​ແນ່ ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ເກີດ​ຂຶ້ນໃນ​ວັນ​ພະ​ຫັດ​ວານນີ້.

ໃນ​ວັນ​ພະ​ຫັດ​ວານນີ້ ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ເທີ​ກີ ໄດ້​ຍິງ​ປືນ​ໃຫຍ່ ໂຈມ​ຕີ​ກຳ​ລັງ​ທະ​ຫານ​ລັດ​ຖະ​ບານ​ຊີ​ເຣຍ​ໃນ​ແຂວງ​ອິດ​ລິບ. ສື່ມວນ​ຊົນ​ຂອງ​ທາງ​ການ​ເທີ​ກີ​ກ່າວ​ອ້າງວ່າ ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ໄດ້​ເຂົ້າ​ຍຶດ​ເອົາ 2 ບ້ານ​ທີ່​ສຳ​ຄັນ ໃນ​ທາງ​ຍຸດ​ທະ​ສາດ​ເລກ 4.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG