ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກ ກ່າວວ່າ “ທຸກສິ່ງຢ່າງຈະມີການດຳເນີນການ” ເພື່ອສືບສວນ ກ່ຽວກັບການຍິງສັງຫານ 9 ຄົນຢູ່ໃນເຂດຊານເມືອງ ຂອງນະຄອນແຟຣັງເຟີດ ໃນຕົ້ນອາທິດນີ້.
ທ່ານນາງເມີໂກ ກ່າວໃນວັນພະຫັດວານນີ້ວ່າ “ມີຮ່ອງຮອຍຫຼາຍຢ່າງສະແດງໃຫ້ເຫັນວ່າ ຜູ້ຕ້ອງສົງໄສໄດ້ດຳເນີນການໄປ ຍ້ອນ “ສິ່ງຊັກຈູງຈາກການເປັນຝ່າຍຂວາ ເປັນພວກຫົວຮຸນແຮງຈັດ ເປັນຜູ້ແບ່ງແຍກເຊື້ອຊາດຜິວພັນ.”
ໄອຍະການຂອງລັດຖະບານກາງເຢຍຣະມັນ ທ່ານປີເຕີ ແຟຣັງ ໃຫ້ການຢືນຢັນວ່າ ຜູ້ຕ້ອງສົງໄສໄດ້ນຳອອກເຜີຍແຜ່ວີດີໂອຂອງພວກຫົວຮຸນແຮງຈັດ ແລະສຳນວນຄຳເວົ້າທີ່ຍຸຍົງໃຫ້ເກີດຄວາມຮຸນແຮງ ທາງອິນເຕີແນັດ ຊຶ່ງພວກເຈົ້າໜ້າທີ່ໄດ້ເອົາອອກໄປແລ້ວ.
ໃນຂໍ້ຄວາມທີ່ນຳອອກເຜີຍແຜ່ໂດຍມືປືນນັ້ນ ກ່າວວ່າ ເຢຍຣະມັນ ໃນເວລານີ້ “ມີພວກຊົນຊາດຊົນເຜົ່າ ກຸ່ມເຊື້ອຊາດຜິວພັນຫຼືວັດທະນະທຳຕ່າງໆ ຢູ່ໃນທ່າມກາງພວກເຮົາ ທີ່ຫາທາງທຳລາຍໃນທຸກໆດ້ານ.” ຜູ້ກ່ຽວໄດ້ຮຽກຮ້ອງໃຫ້ “ທຳການກວດລ້າງຢ່າງທົ່ວເຖິງ” ຕິດຕາມດ້ວຍ “ການທຳຄວາມສະອາດເປັນຢ່າງດີ” ທີ່ລາວເວົ້າວ່າ ອາດຈະຫຼຸດຈຳນວນປະຊາກອນຂອງໂລກລົງເຄິ່ງນຶ່ງ.
ທ່ານນາງເມີໂກ ໄດ້ໃຫ້ຄຳໝັ້ນສັນຍາວ່າ “ທຸກສິ່ງຢ່າງຈະມີການດຳເນີນການ” ເພື່ອສືບສວນການສັງຫານດັ່ງກ່າວນີ້. ລັດຖະບານເຢຍຣະມັນແລະສະຖາບັນຕ່າງໆຂອງລັດ ແມ່ນຍຶດໝັ້ນໃນສິດທິແລະກຽດສັກສີໃນຄວາມເປັນມະນຸດຂອງສ່ວນບຸກຄົນ ຢູ່ໃນປະເທດຂອງພວກເຮົາ. ພວກເຮົາບໍ່ໄດ້ຈຳແນກຄວາມແຕກຕ່າງຂອງປະຊາຊົນ ອີງຕາມເຊື້ອສາຍທີ່ມາ ຫຼືສາສະໜາ ຂອງພວກເຂົາເຈົ້າ.ພວກເຮົາຈະປະເຊີນໜ້າຢ່າງແຂງຂັນແລະຢ່າງເດັດດ່ຽວກັບພວກທີ່ພະຍາຍາມ
ຈະສ້າງຄວາມແຕກແຍກໃຫ້ແກ່ເຢຍຣະມັນ.”
ນາຍົກລັດຖະມົນຕີເມີໂກ ກ່າວຕື່ມວ່າ “ລັດທິແບ່ງແຍກເຊື້ອຊາດຜິວພັນແມ່ນຢາພິດ ຄວາມຄຽດຊັງແມ່ນຢາພິດແລະຢາພິດນີ້ແມ່ນມີຢູ່ໃນສັງຄົມຂອງພວກເຮົາ ແລະມີການຖິ້ມໂທດໃສ່ວ່າເປັນຜູ້ຮັບຜິດຊອບຕໍ່ຫຼາຍໆອາຊະຍາກຳທີ່ໄດ້ເກີດຂຶ້ນໄປແລ້ວນັ້ນ.
ທ່ານນາງກ່າວວ່າ ພວກເຄາະຮ້າຍສ່ວນໃຫຍ່ແມ່ນເປັນຊາວເຄີດ ຫຼືບໍ່ກໍພວກທີ່ມີເຊື້ອສາຍເທີກີ ແລະໄດ້ຖືກຍິງຕາຍຢູ່ບາຮູກາ 2 ແຫ່ງໃນເມືອງ Hanau ໃນມື້ວັນພຸດແລ້ວ. ຜູ້ຕ້ອງສົງໄສວ່າເປັນມືປືນແມ່ນທ້າວ Tobias Rathjen ອາຍຸ 43 ປີ ໄດ້ຖືກພົບເຫັນໃນເວລາຕໍ່ມາວ່າ ເສຍຊີວິດແລ້ວຢູ່ທີ່ເຮືອນຂອງລາວ ພ້ອມກັບສົບແມ່ຂອງລາວ.
ໂຄສົກຂອງຕຳຫຼວດເວົ້າວ່າ ພວກທີ່ເຫັນເຫດການໄດ້ລະບຸລົດຂອງລາວທີ່ໃຊ້ໃນການຍິງສັງຫານ ຊຶ່ງໄດ້ພາໃຫ້ພວກນັກສືບສວນໄປທີ່ເຮືອນຂອງລາວ.