ຜູ້ພິພາກສາລັດຖະບານກາງຜູ້ນຶ່ງ ໃນວັນພະຫັດວານນີ້ ໄດ້ຕັດສິນໂທດ ທ່ານ ໂຣເຈີ ສໂຕນ, ທີ່ປຶກສາທາງດ້ານການເມືອງອະວຸໂສຂອງພັກຣີພັບບລິກັນແລະ ເປັນຜູ້ໄວ້ເນື້ອເຊື່ອໃຈ ຂອງປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ມາເປັນເວລາດົນນານ ໃຫ້ຖືກຈຳຄຸກນານກວ່າ 3 ປີ ຍ້ອນໄດ້ຂັດຂວາງ ການສືບ ສວນຂອງລັດຖະສະພາຕໍ່ການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີໃນປີ 2016.
ການຕັດສິນໂທດດັ່ງກ່າວແມ່ນໜັກເທົ່າກັບປະມານເຄິ່ງນຶ່ງຂອງໂທດທີ່ບັນດາໄອຍະການລັດຖະບານກາງໄດ້ແນະນຳໄປໃນຂັ້ນຕົ້ນ ກ່ອນທີ່ລັດຖະມົນຕີກະຊວງຍຸຕິທຳ, ທ່ານວີລລຽມ ບາ ຕ່າວປີ້ນຄຳແນະນຳດັ່ງກ່າວ, ຊຶ່ງເຮັດໃຫ້ເກີດພາຍຸແປວໄຟຂອງການແຊກແຊງທາງການເມືອງເຂົ້າໃນລະບົບຍຸຕິທຳ.
ຢູ່ໃນການກ່າວຄຳປາໄສທີ່ນະຄອນລັສ ເວກັສ ຫລັງຈາກມີການຕັດສິນດັ່ງກ່າວນັ້ນຂຶ້ນແລ້ວ ທ່ານທຣຳໄດ້ຕຳໜິການດຳເນີນຄະດີຕໍ່ທ່ານສໂຕນ ວ່າບໍ່ຍຸຕິທຳ ເລີຍ ແຕ່ທ່ານກໍເວົ້າວ່າ ທ່ານຈະອະນຸຍາດໃຫ້ຂັ້ນຕອນທາງກົດໝາຍດຳເນີນຕໍ່ໄປ ແທນທີ່ຈະໃຫ້ອະໄພໂທດແກ່ເພື່ອນຂອງທ່ານ. ທ່ານສໂຕນ ແລະບັນດາທະນາຍຄວາມຂອງເພິ່ນກຳລັງຊອກຫາທາງໃຫ້ມີການດຳເນີນການໄຕ່ສວນຄະດີດັ່ງກ່າວໃໝ່ອີກ.
“ຂ້າພະເຈົ້າຄິດວ່າ ນັ້ນເປັນສິ່ງທີ່ດີທີ່ສຸດທີ່ຄວນເຮັດ ເພາະຂ້າພະເຈົ້າຢາກເຫັນວ່າ ໂຣເຈີ ຖືກພົ້ນໂທດໄປ" ນັ້ນຄືຄຳເວົ້າຂອງທ່ານທຣຳ. ທ່ານກ່າວຕໍ່ໄປວ່າ “ແລະ ຂ້າພະເຈົ້າຢາກຈະເຫັນມັນເກີດຂຶ້ນ ເພາະຂ້າພະເຈົ້າໃນນາມສ່ວນຕົວ ແລ້ວ ຄິດວ່າລາວໄດ້ຮັບການປະຕິບັດຕໍ່ແບບບໍ່ຍຸຕິທຳຫລາຍ.”
ທ່ານ ທຣຳໃຊ້ອຳນາດທີ່ໜ້າເກງຂາມຂອງທ່ານໃນວັນອັງຄານຜ່ານມາເພື່ອໃຫ້ອະໄພໂທດ ຫລື ຫລຸດການຕັດສິນໂທດລົງໃຫ້ແກ່ 11 ຄົນ ລວມທັງອະດີດຜູ້ປົກຄອງລັດອີລິນອຍ, ທ່ານ ຣອດ ບລາໂກເຈວິກ (Rod Blagojevich), ນັກເກງກຳໄລຈາກການຂາຍພັນທະບັດມີຄວາມສ່ຽງສູງທີ່ຖືກຕັດສິນໃຫ້ຖືກລົງໂທດ ແລ້ວ, ທ່ານໄມໂຄລ ມີລເຄນ (Michael Milken), ແລະອະດີດຜູ້ບັນຊາການກົມຕຳຫຼວດນະຄອນນິວຢອກ, ທ່ານ ແບີນາດ ເຄີຣິກ (Bernard Kerik). ບັນດາພວກຕຳໜິວິຈານເວົ້າວ່າ ການໃຫ້ອະໄພໂທດຂອງທ່ານປະນາທິບໍດີ ອາດຈະລໍຖ້າຢູ່ ເພື່ອຈະເອົາໃຫ້ແກ່ທ່ານ ສໂຕນ ຖ້າເພິ່ນຫາກຖືກສົ່ງໄປເຂົ້າຄຸກ.
ກ່ອນຈະມີການຕັດສິນໂທດໃຫ້ຖືກຈຳຄຸກ 40 ເດືອນນັ້ນ, ຜູ້ພິພາກສາເອມີ ເບີແມນ ແຈັກສັນ ໃນສານປະຈຳເຂດນະຄອນຫຼວງວໍຊິງຕັນ ຂອງສະຫະລັດ ໄດ້ ຕຳໜິຄະນະລັດຖະບານ ກ່ຽວກັບການດຳເນີນການຕໍ່ຄະດີດັ່ງກ່າວ ໂດຍເອີ້ນການເຂົ້າໄປແຊກແຊງຂອງທ່ານບາວ່າ "ເປັນເລື້ອງທີ່ຄາດບໍ່ເຖິງ"ແລະການອອກຄຳເຫັນຢ່າງເປີດເຜີຍຂອງທ່ານທຣຳຊ້ຳແລ້ວຊ້ຳເລົ່າ ກ່ຽວກັບຄະດີຂອງທ່ານສໂຕນວ່າ "ເປັນເລື້ອງທີ່ບໍ່ເໝາະສົມທັງນັ້ນເລີຍ." ແຕ່ທ່ານນາງ ແຈັກສັນ ກໍເວົ້າວ່າ ເພິ່ນ ຈະບໍ່ຖືກຄອບງຳໂດຍອິດທິພົນທີ່ມາຈາກຄຳເຫັນຂອງທ່ານປະທານາທິບໍດີ ຫລືຈາກພວກທີ່ຕຳໜິທ່ານທຣຳ ທີ່ຮຽກຮ້ອງໃຫ້ຕັດສິນລົງໂທດດຕໍ່ທ່ານສໂຕນຢ່າງໜັກໜ່ວງນັ້ນ ແຕ່ຢ່າງໃດ. ທ່ານນາງກ່າວວ່າ "ໂຣເຈີ ສໂຕນ ຈະບໍ່ຖືກຕັດສິນຍ້ອນວ່າລາວເປັນເພື່ອນຂອງໃຜ ຫລືເປັນສັດຕູຂອງໃຜ.”