ຜູ້ທີ່ຈະເຂົ້າຮັບໜ້າທີ່ເປັນຮັກສາການຫົວໜ້າອົງການສືບລັບຂອງສະຫະລັດໃນໄວໆນີ້ ກ່າວວ່າ ທ່ານຈະບໍ່ຮັບໜ້າທີ່ດັ່ງກ່າວເປັນເວລາດົນນານແຕ່ຢ່າງໃດ.
ໃນການສົ່ງຂໍ້ຄວາມທາງທວີດເຕີ້ໃນວັນພະຫັດວານນີ້ ເອກອັກຄະລັດຖະທູດສະຫະລັດ ປະຈຳເຢຍຣະມັນ ທ່ານຣິເຈີດ ກຣີແນລ (Richard Grenell) ໄດ້ໃຫ້ການຢືນຢັນວ່າ ທ່ານຮັບເອົາຕຳແໜ່ງດັ່ງກ່າວ ເປັນການຊົ່ວຄາວເທົ່ານັ້ນ ແລະ “ປະທານາທິບໍດີຈະປະກາດກ່ຽວກັບການແຕ່ງຕັ້ງເພື່ອເຂົ້າຮັບໜ້າທີ່ (ຊຶ່ງບໍ່ແມ່ນທ່ານ) ໃນອີກບໍ່ດົນນີ້.”
ສະຫະລັດ ບໍ່ມີຫົວໜ້າອົງການສືບລັບແຫ່ງຊາດຢ່າງເປັນການຖາວອນ ມາແຕ່ກາງເດືອນສິງຫາ ປີ 2019 ເວລາທ່ານແດນ ໂຄຕສ໌ ໄດ້ລາອອກຈາກໜ້າທີ່ ຢ່າງເປັນທາງການ ຫຼັງຈາກໄດ້ເກີດການປະທະກັນຢ່າງເປີດເຜີຍກັບປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບການຊັ່ງຊາໃນເລື້ອງສືບລັບ.
ແຕ່ມາຈົນຮອດເວລານີ້ ຍັງບໍ່ມີການໃຫ້ຄວາມເຫັນໃດໆຂອງທຳນຽບຂາວກ່ຽວກັບວ່າເວລາໃດ ຈຶ່ງຈະມີການສະເໜີແຕ່ງຕັ້ງຜູ້ເຂົ້າຮັບໜ້າທີ່ຢ່າງເປັນການຖາວອນແທນທ່ານໂຄຕສ໌.
ໃນຂະນະດຽວກັນ ທ່ານກຣີແນລມີກຳນົດທີ່ຈະເຂົ້າຮັບໜ້າທີ່ ແທນຜູ້ຮັກສາການອຳນວຍການອົງການສືບລັບແຫ່ງຊາດ ທ່ານໂຈເຊັຟ ແມັກກວຍເອີ ຊຶ່ງອີງຕາມກົດໝາຍແລ້ວ ຜູ້ກ່ຽວບໍ່ສາມາດຮັບໜ້າທີ່ຕໍ່ໄປກາຍວັນທີ 12 ມີນາໄດ້.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດກ່ຽວກັບການແຕ່ງຕັ້ງ ທ່ານກຣີແນລ ໃຫ້ເປັນຜູ້ຮັກສາການຫົວໜ້າອົງການສືບລັບແຫ່ງຊາດ ໂດຍຜ່ານທາງທວີດເຕີ້ໃນຕອນບ່າຍວັນພຸດຜ່ານມານີ້.
ໃນຖະແຫຼງການສະບັບນຶ່ງທີ່ອອກໃນວັນພະຫັດວານນີ້ ໂຄສົກຂອງທຳນຽບຂາວ ທ່ານນາງສເຕຟານນີ ກຣີແຊມ ໄດ້ກ່າວຊົມເຊີຍ ທ່ານກຣີແນລ ແລະຄຸນນະສົມບັດຂອງທ່ານໃນການເຂົ້າຮັບໜ້າທີ່ດັ່ງກ່າວ.
ທ່ານນາງກຣີແຊມກ່າວວ່າ “ທ່ານມີປະສົບພະການເປັນເວລາຫຼາຍໆປີ ໃນການເຮັດວຽກໃຫ້ແກ່ປະຊາຄົມສືບລັບຂອງພວກເຮົາຢູ່ໃນໜ້າທີ່ວຽກງານຈຳນວນນຶ່ງຮວມທັງເປັນທູດພິເສດ ໃນການເຈລະຈາລະຫວ່າງເຊີເບຍແລະໂກໂຊໂວແລະໃນຖານະເປັນໂຄສົກໃຫ້ລັດຖະບານສະຫະລັດຢູ່ໃນອົງການສະຫະປະຊາຊາດ.” ທ່ານນາງກ່າວຕື່ມວ່າ “ທ່ານມີຄວາມໝັ້ນໝາຍໃນວິທີການທີ່ບໍ່ແມ່ນການເມືອງບໍ່ແມ່ນພັກໃດພັກນຶ່ງໃນຖານະຫົວໜ້າປະຊາຄົມສືບລັບຊຶ່ງຄວາມປອດໄພແລະຄວາມໝັ້ນຄົງຂອງພວກເຮົາກາງຕໍ່ນຳນັ້ນ.”