ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອອ​ສ​ເຕ​ຣ​ເລຍ 2 ຄົນ ທີ່​ຖືກກ​ວດ ບໍ່​ໄດ້​ຕິດ​ເຊື້ອ​ ຢູ່​​ຍີ່​ປຸ່ນ ແຕ່ເມື່ອ​ກັບ​ຄືນ​ປະ​ເທດ ກວດ​ພົບ​ວ່າ ຕິດ​ເຊື້ອ​ໄວ​ຣັ​ສ


ຊາວອອ​ສ​ເຕ​ຣ​ເລຍ ທີ່​ຖືກ​ກັກ​ເພື່ອກວດ​ໂຣກ ​ຢູ່​ເກາະ​ຄ​ຣິ​ສ​ມັ​ສ ຍ້ອນ​ຄວາມ​ເປັນ​ຫ່ວງ​ຢ້ານ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ອອກ​ຈາກ​ເຮືອ​ບິນ ​ທີ່​ສະ​ໜາມ​ບິນ​ຊິດ​ນີ ເມື່ອ​ວັນ​ທີ 17 ກຸມ​ພາ 2020. AP Image/Steven Saphore/via…
ຊາວອອ​ສ​ເຕ​ຣ​ເລຍ ທີ່​ຖືກ​ກັກ​ເພື່ອກວດ​ໂຣກ ​ຢູ່​ເກາະ​ຄ​ຣິ​ສ​ມັ​ສ ຍ້ອນ​ຄວາມ​ເປັນ​ຫ່ວງ​ຢ້ານ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ອອກ​ຈາກ​ເຮືອ​ບິນ ​ທີ່​ສະ​ໜາມ​ບິນ​ຊິດ​ນີ ເມື່ອ​ວັນ​ທີ 17 ກຸມ​ພາ 2020. AP Image/Steven Saphore/via…

ຊາວອ​ອ​ສ​ເຕ​ຣ​ເລຍ 2 ຄົນທີ່ກວດ​ພົບ​ວ່າ​ບໍ່​ໄດ້​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼັງ​ຈາກ​ໄດ້​ຖືກ​ກັກ​ເພື່ອກວດ​ໂຣກ​ຢູ່​ເທິງ​ກຳ​ປັ່ນສຳ​ລານ Diamond Princess ທີ່​ຈອດ​ຢູ່​ທ່າ​ກຳ​ປັ່ນ​ຍີ່​ປຸ່ນ ເປັນ​ເວລາສອງ​ອາ​ທິດນັ້ນ ຖືກກວດ​ພົບ​ວ່າ​ເຂົາ​ເຈົ້າ​ໄດ້​ຕິດ​ເຊື້ອໄວ​ຣັ​ສ​ເວ​ລາ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ບ້ານ​ເກີດ.

ທ່ານ​ເບ​ຣັນ​ແດນ ເມີ​ຟີ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການ​ແພດອອ​ສ​ເຕ​ຣ​ເລຍ ກ່າວ​ວ່​າ “ມີຄວາມ​ເປັນ​ໄປ​ໄດ້ ທີ່​ອາດ​ມີ​ຜູ້​ຄົນ​ໃນ​ຈຳ​ນວນ​ຫຼາຍ​ຂຶ້ນ ຖືກກວດ​ພົບ​ວ່າ ​ຕິດ​ເຊື້ອ​ໄວ​ຣັ​ສ ໃນ​ໄລ​ຍະ​ສອງ​ສາມມື້​ຂ້າງ​ໜ້ານີ້.”

ຜົນ​ການກວດ​ພົບ​ວ່າ​ຕິດ​ເຊື້ອ ໄດ້​ພາ​ໃຫ້​ເກີດ​ມີ​ຄຳ​ຖາມ ກ່ຽວ​ກັບ​ກາ​ນ​ກັກ​ໂຕ​ເພື່ອກວດ​ໂຣກ​ຂອງ​ຍີ່​ປຸ່ນ. ທ່ານ​ໂຢ​ຊິ​ຫິ​ເດະ ຊູ​ກະ ຫົວ​ໜ້າ​ກອງ​ເລ​ຂາ ​ປະ​ຈຳ​ຄະ​ນະລັດ​ຖະ​ບານ​ຂອງ​ຍີ່​ປຸ່ນ ໃນ​ວັນ​ສຸກມື້ນີ້ ກ່າວຍົກ​ຍ້ອງ​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ທ່ານ ​ທີ່​ໄດ້​ທຳ​ການກວດ​ຫາ​ເຊື້ອ​ໄວ​ຣັ​ສ ຢ່າງ​ຖືກ​ຕ້ອງ ໂດຍ​ເວົ້າ​ວ່າ ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ແມ່ນ​ເໝາະ​ສົມແລ້ວ.

ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ທ່ານ​ເທ​ຣ​ໂດ​ສ ອາ​ດາ​ນອມ ເກ​ເບ​ຣ​ເຢ​ຊຸສ ໄດ້ເຕືອນ​ວ່າ ປັດ​ຈຸ​ບັນນີ້ “ແມ່ນ​ເວ​ລາ​ທີ່​ຈະ​ໂຈມ​ຕີ​ເຊື້ອ​ໄວ​ຣັ​ສ.” ທ່ານ​ກ່າວ​ວ່າ ເຊື້ອໄວ​ຣັສ​ແມ່ນ “ສັດ​ຕູ​ໝາຍ​ເລກ​ນຶ່ງ​ຂອງ​ປະ​ຊາ​ຊົນ.”

ຢູ່​ຈີນ ບ່ອນ​ທີ່​ເຊື້ອ​ໄວ​ຣັ​ສ​ເລີ້ມ​ການ​ລະ​ບາດ​ໃນ​ທ້າຍ​ປີ​ກາຍນີ້ ຈຳ​ນວນ​ກໍ​ລະ​ນີ​ຕິດເຊື້ອ​ໃໝ່ ທີ່​ລາຍ​ງານ​ໃນ​ວັນ​ສຸກມື້ນີ້ ແມ່ນ​ເພີ້ມ​ຂຶ້ນ 889 ກໍ​ລະ​ນີ ຫຼັງ​ຈາກ​ໄດ້​ຫຼຸດລົງ​ສອງມື້​ລຽນ​ຕິດ.

ອົງ​ການ​ຂ່າວAFP ຂອງ​ຝ​ຣັ່ງ ລາຍ​ງານ​ວ່າ ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ໃໝ່​ຫຼາຍກວ່າ 200 ກໍ​ລະ​ນີ ຢູ່​ທີ່​ຄຸກ 2 ແຫ່ງ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ແລະ ​ມີ​ພວກ​ຍາມ​ຄຸກ​ຈຳ​ນວນ​ນຶ່ງ​ໄດ້​ຖືກກວດ​ພົບ​ວ່າ​ຕິດ​ເຊື້ອ​ໄວ​ຣັ​ສ.

ມີ​ລາຍ​ງານ​ກ່ຽວ​ກັບ​ກໍ​ລະ​ນີ​ຕິດ​ເຊື້ອ ຫຼາຍກວ່າ 1,000 ກໍ​ລະ​ນີ ແລະ​ມີ​ຜູ້​ເສຍ​ຊີ​ວິດ 11 ຄົນ ຈາກ​ຢ່າງ​ໜ້ອຍ 25 ​ປະ​ເທດ​ໂດຍ​ບໍ່​ນັບ​ຈີນ. ມາ​ຈົນ​ຮອດ​ເວ​ລານີ້ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ ຍ້ອນ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ບໍ່​ຕ່ຳ​ກວ່າ 2,200 ຄົນ​ຢູ່​ໃນ​ທົ່ວ​ໂລກ.

ຂະ​ນະ​ດຽວ​ກັນ ເກົາ​ຫຼີ​ໃຕ້​ລາຍ​ງານ​ກ່ຽວ​ກັບ​ກໍ​ລະ​ນີ​ຕິດ​ເຊື້ອ​ໃໝ່ໃນ​ວັນ​ສຸກມື້ນີ້​ວ່າ ມີ 52 ກໍ​ລະ​ນີ ເຮັດ​ໃຫ້​ໂຕ​ເລກ​ຜູ້​ຕິດ​ເຊື້ອ​ທັງ​ໝົດ​ເພີ້ມ​ຂຶ້ນ​ເປັນ 156 ຄົນ.

ເມືອງ​ແດ​ກູ ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ອັນ​ດັບ 4 ຂອງ​ປະ​ເທດ ເບິ່ງ​ແລ້ວ​ຄ້າຍ​ຄື​ກັນກັບ​ເມືອງ​ຮ້າງ ຊຶ່ງ​ຜູ້​ຄົນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ອອກນອກ​ເຮືອນ​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້ຫຼັງ​ຈາກ​ມີ​ລາຍ​ງານ ​ກ່ຽວ​ກັບ​ກໍ​ລະ​ນີ​ຕິດ​ເຊື້ອ​ໃໝ່ 35 ກໍ​ລະ​ນີ​ຢູ່​ໃນ​ເມືອງ​ດັ່ງ​ກ່າວ ແລະ​ເຂດ​ຊານ​ເມືອງ ໃນ​ວັນ​ພະ​ຫັດ​ວານນີ້.

ແມ່​ຍິງ​ຄົນ​ນຶ່ງ​ທີ່​ຖືກກວດ​ພົບ​ວ່າ​ຕິດ​ເຊື້ອ​ໃນ​ເວ​ລາ​ຕໍ່​ມາ ເປັນ​ທີ່​ເຊື່ອ​ກັນ​ວ່າ ໄດ້​ແຜ່​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ໃຫ້​ໄປ​ຕິດ​ໃສ່​ຄົນ​ອື່ນໆ ຢູ່​ໃນ​ພິ​ທີ ທີ່​ໂບດ​ແຫ່ງ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG