ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ​ທ​ຣຳ ແຕ່ງ​ຕັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ ເຢຍ​ຣະ​ມັນ ເປັນ​ຜູ້​ຮັກ​ສາ​ການ ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ເຢຍ​ຣະ​ມັນ ທ່ານ​ຣິ​ເຈີດ ກ​ຣີ​ແນ​ລ ປະ​ທາ​ນາ​ທິ​ບໍ​ດີ​ໂກ​ໂຊ​ໂວ ທ່ານ​ຮາ​ຊິມ ທາ​ຊີ ແລະ ປະ​ທາ​ນາ​ທິ​ບໍ​ດີ​ເຊີ​ເບ ທ່ານ​ອາ​ເລັກ​ຊານ​ດາ ວູ​ກິກ ໄປ​ຮ່ວມກອງ​​​ປະ​ຊຸມ​ຄວາມ​ໝັ້ນ​ຄົງ ທີ່​ນະ​ຄອນ​ມິວ​ນິກ ​ເມື່ອ​ວັນ​ທີ 14 ກຸມ​ພາ 2020. REUTERS/Michael Dalder
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ເຢຍ​ຣະ​ມັນ ທ່ານ​ຣິ​ເຈີດ ກ​ຣີ​ແນ​ລ ປະ​ທາ​ນາ​ທິ​ບໍ​ດີ​ໂກ​ໂຊ​ໂວ ທ່ານ​ຮາ​ຊິມ ທາ​ຊີ ແລະ ປະ​ທາ​ນາ​ທິ​ບໍ​ດີ​ເຊີ​ເບ ທ່ານ​ອາ​ເລັກ​ຊານ​ດາ ວູ​ກິກ ໄປ​ຮ່ວມກອງ​​​ປະ​ຊຸມ​ຄວາມ​ໝັ້ນ​ຄົງ ທີ່​ນະ​ຄອນ​ມິວ​ນິກ ​ເມື່ອ​ວັນ​ທີ 14 ກຸມ​ພາ 2020. REUTERS/Michael Dalder

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະຈຳ​ເຢຍ​ຣະ​ມັນ ທ່ານ​ຣິ​ເຈີດ ກ​ຣີ​ແນ​ລ (Richard Grenell) ທີ່​ມີ​ຄວາມ​ຈົງ​ຮັກພັກ​ດີ​ທີ່​ສຸດ​ຕໍ່​ທ່ານ​ທ​ຣຳ​ນັ້ນ ໃຫ້​ເປັນ​ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງຊາດ.

ປະ​ທາ​ນາ​ທິ​ບໍ​ດີ​ ກ່າວ​ຢູ່​ໃນ​ລາຍ​ງານ​ທາງ​ທວີດ​ເຕີ້​ກ່ຽວ​ກັບ​ການ​ເລືອກ​ຂອງ​ທ່ານ​ວ່າ “Rick ແມ່ນ​ໄດ້​ຕາງ​ໜ້າ​ໃຫ້​ປະ​ເທດ​ຂອງ​ພວກ​ເຮົາ​ດີ​ເກີນ​ຄາດ ແລະ​ຂ້າ​ພະເຈົ້າ​ຫວັງ​ວ່າ ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ທ່ານ.”

ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ຫຼື DIN ແມ່ນ​ເປັນ​ຜູ້​ຄວບ​ຄຸມ​ປະ​ຊາ​ຄົມ​ສືບ​ລັບ​ທັງ​ໝົດ​ຂອງ​ສະ​ຫະ​ລັດ ແລະ​ນອກນັ້ນ​ແລ້ວຍັງ​ເຮັດ​ວຽກ​ໃກ້​ຊິດກັບ​ຜູ້​ອຳ​ນວຍ​ການຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະ​ຫະ​ລັດ.

ທ່ານກ​ຣີ​ແນ​ລ ຈະ​ເປັນ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ​ທີ່​ເປັນ​ຄົນ​ຮັກ​ຮ່ວມ​ເພດຜູ້​ທຳ​ອິດ ໃນ​ປະ​ຫວັດ​ສາດ​ສະ​ຫະ​ລັດ.

ຍ້ອນ​ທ່ານ​ຈະ​ເປັນ​ຜູ້​ຮັກ​ສາ​ການຫົວ​ໜ້າອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານກ​ຣີ​ແນ​ລຈຶ່ງ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ສະ​ພາ​ສູງ. ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຂອງລັດ​ຖະ​ບານ​ທ່ານ​ທ​ຣຳ ໃຫ້​ການ​ຢືນ​ຢັນ​ຕໍ່​ວີ​ໂອ​ເອ​ວ່າ ທ່ານ​ຈະ​ຮັກ​ສາ​ວຽກ​ການ​ໃນຖາ​ນະ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ເຢຍ​ຣະ​ມັນ ໃນ​ຂະ​ນະ​ທີ່​ທ່ານຮັບ​ໜ້າ​ທີ່​ເປັນ​ຫົວ​ໜ້າ​ຮັກ​ສາ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ. ນອກນັ້ນ​ແລ້ວທ່ານ

ຍັງ​ເປັນ​ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ເຊີ​ເບຍ​ແລະ​ໂກ​ໂຊ​ໂວ​ນຳ​ດ້ວຍ.

ທ່ານກ​ຣີ​ແນ​ລ ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ພາຍ​ໃນ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ George W. Bush ເປັນ​ນັກ​ຂຽນ​ຄໍ​ລຳແລະ​ຜູ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຂ່າວ​ໂທ​ລະ​ພາບ​ມາພ້ອມທັງ​ເປັນ​ຜູ້​ກໍ່​ຕັ້ງ​ອົງ​ການ​ປະ​ຕິ​ບັດ​ງານ​ສື່ມວນ​ຊົນ​ແລະ​ປະ​ຊາ​ສຳ​ພັນ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG