ຜູ້ສະໝັກປະທານາທິບໍດີ ຈາກພັກເດໂມແຄຣັດຫົກທ່ານ ໄດ້ຖົກຖຽງກັນກ່ຽວກັບຫຼາຍໆ ບັນຫາໃນການໂຕ້ວາທີເມື່ອແລງວັນພຸດວານນີ້ ໂດຍມີມະຫາເສດຖີພັນລ້ານ ອະດີດເຈົ້າຄອງນະຄອນນິວຢອກ ທ່ານໄມໂກ ບລູມເບີກ ຕົກເປັນເປົ້າໃນການຖືກໂຈມຕີຢ່າງແຮງ ຈາກພວກຄູ່ແຂ່ງ ໃນການຖົກຖຽງແບບເຊິ່ງໜ້າເທື່ອທຳອິດຂອງພວກທ່ານ.
ສະມາຊິກສະພາສູງເບີນີ ແຊນເດີຣ໌ສ ຈາກລັດເວີມອນທ໌ ແລະສະມາຊິກສະພາສູງເອມີ ໂກລບູຊາ ຈາກລັດມິນເນໂຊຕ້າໄດ້ກ່າວຫາທ່ານບລູມເບີກໃນທັນທີວ່າ ພະຍາຍາມຈະຊື້ ການສະເໜີຊື່ແຕ່ງຕັ້ງຂອງພັກເດໂມແຄຣັດ ໂດຍໃຊ້ຈ່າຍເງິນເກືອບ 400 ລ້ານໂດລາໃນການໂຄສະນາຫາສຽງທາງດ້ານການເມືອງຂະໜາດໃຫຍ່ໃນທົ່ວປະເທດເຖິງແມ່ນວ່າທ່ານບໍ່ໄດ້ເຂົ້າຮ່ວມໃນການແຂ່ງຂັນເພື່ອໃຫ້ຖືກສະເໜີຊື່ ຢູ່ໃນ 4 ລັດເດືອນນີ້ ບ່ອນທີ່ສະມາຊິກພັກເດໂມແຄຣັດໄດ້ພາກັນໄປລົງຄະແນນສຽງປ່ອນບັດເທື່ອທຳອິດຊຶ່ງໃນທີ່ສຸດກໍຈະເລືອກເອົາຜູ້ທີ່ຖືກແຕ່ງຕັ້ງຂອງພັກໃນເດືອນກໍລະກົດນັ້ນ.
ທ່ານນາງໂກລບູຊາກ່າວວ່າ ທ່ານນາງບໍ່ຄິດວ່າຜູ້ມີສິດປ່ອນບັດຊາວອາເມຣິກັນເບິ່ງໄປຍັງປະທານາທິບໍດີດໍໂນລ ທຣຳ ທີ່ສັງກັດພັກຣີພັບບລີກັນ ແລະກ່າວວ່າ “ພວກເຮົາຕ້ອງການບຸກຄົນທີ່ຮັ່ງມີກວ່ານີ້” ເຊັ່ນທ່ານບລູມເບີກ ຊຶ່ງເປັນບຸກຄົນທີ່ຮັ່ງມີທີ່ສຸດອັນດັບທີ 12 ຂອງໂລກ.
ທ່ານບລູມເບີກໃນການໂຕ້ວາທີທາງດ້ານການເມືອງເທື່ອທຳອິດນັບແຕ່ປີ 2009 ເປັນຕົ້ນມາ ຊຶ່ງເວລານັ້ນ ທ່ານໄດ້ລົງສະໝັກແຂ່ງຂັນເປັນເຈົ້າຄອງນະຄອນທີ່ໃຫຍ່ທີ່ສຸດໃນສະຫະລັດ ກ່າວຕອບໂຕ້ວ່າ ທ່ານບໍ່ໄດ້ສືບທອດຄວາມຮັ່ງມີຄືກັນກັບທ່ານທຣຳ ແຕ່ໄດ້ຂົນຂວາຍຫາມາດ້ວຍການສ້າງຕັ້ງແລະບໍລິຫານທຸລະກິດຂອງບໍລິສັດຂໍ້ມູນຂ່າວສານຕາມຊື່ຂອງທ່ານ.
ທ່ານບລູມເບີກ ກ່າວວ່າ “ເວລານີ້ ຂ້າພະເຈົ້າໄດ້ໃຊ້ຈ່າຍເງິນດັ່ງກ່າວເພື່ອກຳຈັດດໍໂນລ ທຣຳ ປະທານາທິບໍດີທີ່ຂີ້ຮ້າຍທີ່ສຸດ ທີ່ປະເທດເຄີຍມີມາ.”
ທ່ານແຊນເດີຣ໌ສ ຜູ້ຊຶ່ງມີຄະແນນນຳໜ້າໃນການຢັ່ງຫາງສຽງທົ່ວປະເທດ ແລະໄດ້ຮັບຄະແນນສຽນມະຫາຊົນນຳໜ້າ ໃນການເລືອກຕັ້ງຂັ້ນຕົ້ນຢູ່ໃນ 2 ລັດ ຄືລັດໄອໂອວາແລະນິວແຮມເຊີນັ້ນ ແມ່ນເປັນບຸກຄົນພຽບພ້ອມທີ່ສຸດໃນການດຶງດູດເອົາຜູ້ມີສິດປ່ອນບັດໃນຈຳນວນຫຼາຍທີ່ສຸດໃນປະຫວັດສາດ ເພື່ອເອົາຊະນະທ່ານທຣຳ ໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກທີ່ຈະມານີ້.
ແຕ່ແນວໃດກໍຕາມ ທ່ານບລູມເບີກ ໄດ້ກ່າວໂຈມຕີທ່ານແຊນເດີຣ໌ສ ທີ່ເອີ້ນຕົນເອງວ່າເປັນນັກສັງຄົມນິຍົມເດໂມແຄຣັດ ເປັນບຸກຄົນທີ່ບໍ່ສາມາດໄດ້ຮັບເລືອກໃນການເລືອກຕັ້ງແຫ່ງຊາດໃນເດືອນພະຈິກແຂ່ງກັບທ່ານທຣຳ ສ່ວນນຶ່ງກໍເປັນຍ້ອນນະໂຍບາຍຂອງທ່ານແຊນເດີຣ໌ສກ່ຽວກັບໂຄງການຮັກສາສຸຂະພາບທີ່ໄດ້ຮັບທຶນຈາກລັດຖະບານ “ເມດີແຄສຳລັບທຸກໆຄົນຫຼື Meicasre for all” ນັ້ນທີ່ອາດສາມາດລຶບລ້າງປະກັນໄພສຸຂະພາບຂອງເອກກະຊົນ ສຳລັບຊາວອາເມຣິກັນ 160 ລ້ານຄົນ.