ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ້າ​ການ​ຢຸດ​ຍິງ ເປັນ​ເວ​ລາ​ສັ້ນໆ ປະ​ສົບ​ຜົນ​ສຳ​ເລັດ ​ອາດ​ນຳ​ໄປ​ສູ່ ການ​ສິ້ນ​ສຸດ​ລົງ ຂອງ​ສົງ​ຄາມ ໃນ​ອັ​ຟ​ກາ​ນິ​ສ​ຖານ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພ​ອມ​ພຽວ (ກາງ) ຈັບ​ມື​ກັບ ປະ​ທາ​ນາ​ທິບ​ໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນິ (ຂວາ) ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປ​​ະເທດ ທ່ານ​ມາກ ແອັ​ສ​ເພີ ຫຼຽວ​ເບິ່ງ ທີ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມິວ​ນິກ ເມື່ອ​ວັນ​ທີ 14 ກຸມ​ພາ ປີ 2020.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພ​ອມ​ພຽວ (ກາງ) ຈັບ​ມື​ກັບ ປະ​ທາ​ນາ​ທິບ​ໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນິ (ຂວາ) ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປ​​ະເທດ ທ່ານ​ມາກ ແອັ​ສ​ເພີ ຫຼຽວ​ເບິ່ງ ທີ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມິວ​ນິກ ເມື່ອ​ວັນ​ທີ 14 ກຸມ​ພາ ປີ 2020.

ການ​ຢຸດ​ຍິງ​ຊົ່ວ​ຄາວ ທີ່​ສະ​ຫະ​ລັດ​ໄດ້​ຕົກ​ລົງ​ກັບ​ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານເມື່ອ​ບໍ່​ດົນ​ມານີ້ ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ “ໃນ​ໄວໆ​ນີ້” ແລະ​ຈ​ະ​ບັງ​ຄັບ​ໃຫ້​ພວກ​ກະ​ບົດ​ຢຸດການ​ໂຈມ​ຕີ​ຢູ່​ໃນ​ທົ່ວ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານເປັນ​ເວ​ລາເຈັດ​ມື້ ອີງ​ຕາມ​ຄຳເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໃນ​ວັນ​ສຸກວານ​ນີ້.

ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ຂໍສະ​ຫງວນ​ຊື່ ໄດ້​ໃຫ້​ລາຍ​ລະອຽດ ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ກ່ຽວ​ກັບ​ອັນ​ທີ່​ອ້າງ​ອີງວ່າ ເປັນຂໍ້​ຕົກ​ລົງ “ຫຼຸດ​ຄວາມ​ຮຸນ​ແຮງ.” ຂໍ້​ຕົກ​ລົງ​ນີ້ ຈະ​ບັງ​ຄັບ​ໃຫ້​ກຸ່​ມ​ຕາ​ລີ​ບານບໍ່​ໃຫ້​ທຳ​ການ​ໂຈມ​ຕີ​ຈາກ​ແຄມທາງ​ແລະ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ ຕະ​ຫຼອດ​ທັງ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ​ຕໍ່​ທະ​ຫານອັ​ຟ​ກາ​ນິ​ສ​ຖານ ແລະ​ພວກ​ທະ​ຫານ​ຕ່າງ​ປະ​ເທດ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະລັດ ຢູ່​ໃນ​ທົ່ວ​ປະ​ເທດ ນັ້ນ​ຄື​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່ ທີ່​ກ່າວ​ຕໍ່​ນັກ​ຂ່າວເດີນ​ທາງ
ໄປ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ.

ຖ້າ​ພວກ​ກະ​ບົດ​ຫາກ​ເຮັດ​ໄດ້​ຕາມ​ຄຳ​ໝັ້ນ​ສັນ​ຍາຂອງ​ພວກ​ເຂົາ​ແລ້ວ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຕົກ​ລົງ​ດັ່ງ​ກ່າວ​ຈະ​ແຜ້ວ​ທາງ​ໄປ​ສູ່​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ໃນ​ຂອບເຂດ​ທີ່ກວ້າງ​ຂວາງ ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ແລະ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​ຕາ​ລີ​ບານໄດ້​ເຈ​ລະ​ຈາ​ກັນ​ໃນ​ຮອບ​ປີ​ທີ່​ແລ້ວ.

ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ວ່າ ​ເວ​ລາ​ໃດ​ແທ້​ຂໍ້​ຕົກ​ລົງ​ຫລຸດ​ຄວາມ​ຮຸນ​ແຮງ​ຈຶ່ງ​ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ແຕ່​ແຫຼ່ງ​ຂ່າວ​ຂອງ​ກຸ່ມ​ຕາ​ລີ​ບານໃນ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ອ້າງວ່າ ໄລ​ຍະເຈັດ​ມື້​ດັ່ງ​ກ່າວ ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 22 ກຸມ​ພາ ແລະ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ຈະ​ມີ​ການ​ລົງ​ນາມ​ກັນ​ໃນ​ວັນ​ທີ 29 ກຸມ​ພາ.

ແຫຼ່ງ​ຂ່າວ​ຂອງ​ພວກ​ກະ​ບົດ​ແຈ້ງວ່າ ພວກ​ໃຫ້​ການ​ຄ້ຳ​ປະ​ກັນ​ນາໆ​ຊາດ ເຊັ່ນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຣັດ​ເຊຍ ຈີນ ຊາ​ອຸ​ດີ​ອາ​ຣາ​ເບຍ ປາ​ກິ​ສ​ຖານ ເຢຍ​ຣະມັນ ນໍ​ເວ ແລະ​ກາ​ຕ້າ ຈະ​ຮັບ​ໜ້າ​ທີ່​ເປັນ​ເຈົ້າ​ພາບ ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງສ​ະ​ຫະ​ລັດ​ກັບ​ກຸ່ມ​ຕາ​ລີ​ບານ​ເປັນ​ເວ​ລາ​ຫຼາຍໆ​ເດືອນນັ້ນ ຈະ​ເປັນ​ສັກ​ຂີ​ພິ​ຍານ​ໃນພິ​ທີ​ລົງ​ນາມ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG