ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີ​ກີ ສົ່ງ​ລົດ​ຖັງ ແລະ​ລົດ​ຫຸ້ມ​ເກາະ ເຂົ້າ​ໄປ​ໃນ​ແຂວງ​ອິດ​ລິບ ຂອງ ຊີ​ເຣຍ


Turkey Syria
please wait
Embed

No media source currently available

0:00 0:01:18 0:00

ເທີ​ກີ ພວມ​ສົ່ງ​ລົດ​ຖັງ ແລະ​ລົດ​ຫຸ້ມ​ເກາະ ເຂົ້າ​ໄປ​ໃນ​ແຂວງ​ອິດ​ລິບ ຂອງ​ຊີ​ເຣຍ ໃນ​ຂະ​ນະ​ທີ່​ດາ​ມາ​ສ​ກັ​ສສືບ​ຕໍ່​ການ​ບຸກ​ໂຈມ​ຕີ​ເຂົ້າ​ໄປ​ໃນ​ເຂດ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ.

ມີ​ລາຍ​ງານ​ວ່າ ອັງ​ກາ​ຣາ ເລີ້ມ​ສົ່ງ​ອາ​ວຸດໄປໃຫ້​ແກ່​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ປະ​ກອບ​ດ້ວຍລະ​ບົບ​ຕໍ່​ຕ້ານ​ທາງ​ອາ​ກາດ​ທີ່​ທັນ​ສະ​ໄໝ ແລະ​ອາ​ວຸ​ດ​ຕໍ່​ຕ້ານ​ລົດ​ຖັງ ພ້ອມ​ກັບ​ສົ່ງ​ລົດ​ຫຸ້ມ​ເກາະ ແລະ​ລົດ​ຖັງ​ຫຼາຍ​ຮ້ອຍ​ຄັນ​ໄປ​ຊ່ວຍ.

ການ​ເພີ້ມ​ທະ​ວີ​ການ​ມີ​ໜ້າ​ທາງ​ທະ​ຫານ​ຂອງ​ເທີ​ກີ ມີ​ຂຶ້ນ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຣີ​ເຊັບ ຕ​າຍ​ຢິບ ເອີດ​ວານ ໄດ້​ປະ​ກາດ​ທີ່​ຈະ​ຂັບ​ໄລ​ທະ​ຫານ​ຊີ​ເຣຍ​ອອກ​ໄປ​ຈາກແຂວງ​ອິດ​ລິບ ຖ້າ​ພວກ​ເຂົາ​ຫາກ​ບໍ່​ຍອມ​ຖອນ​ອອກ​ໄປ​ພາຍ​ໃນ​ທ້າຍ​ເດືອນນີ້. ການ​ຍື່ນ​ຄຳ​ຂາດ​ດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີ​ການ​ສັງ​ຫານ​ທະ​ຫານ​ເທີ​ກີ 14 ຄົນ​ໂດຍ​ທະ​ຫານ​ຊີ​ເຣຍ.

ທະ​ຫານ​ຊີ​ເຣຍ​ກ່າວ​ອ້າງວ່າ ຕົນ​ໄດ້​ບຸກ​ຄືບ​ໜ້າ​ເຂົ້າ​ໄປ​ໃນ​ເຂດ​ທີ່​ໝັ້ນ​ຂອງ​ພວກ​ກະ​ບົດ​ແລ້ວ. ແຕ່​ແນວ​ໃດ​ກໍ​ຕາມ ຈາກ​ຮ່ອງ​ຮອຍ​ໃນ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດນັ້ນ ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ອ້າງວ່າ ຕົນ​ໄດ້​ຍິງ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ຂອງ​ລັດ​ຖະ​ບານ​ຊີ​ເຣຍ​ໃນ​ວັນ​ສຸກວານນີ້ ຊຶ່ງ​ເປັນ​ເທື່ອ​ທີ​ສອງ​ໃນ​ອາ​ທິດນີ້.

Turkey is deploying tanks and armor in Syria's Idlib province as Damascus continues its offensive against the last rebel enclave.

Ankara reportedly is stepping up its arming of rebels with sophisticated anti-aircraft and anti-tank weapons, along with deploying hundreds of armored vehicles and tanks.

The escalating military presence follows Turkish President Recep Tayyip Erdogan's vow to drive Damascus forces back from Idlib if they don't withdraw by the end of the month. The ultimatum followed the killing of 14 Turkish soldiers this month by Syrian troops.

Damascus forces are claiming they are advancing against the rebels' last stronghold. However, in a sign of the intensifying fighting, rebels claimed to have to shot down a Syrian government military helicopter Friday, the second in a week.

XS
SM
MD
LG