ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ໃຫ້​ການຢືນ​ຢັນ ໃນ​ການ​ເຈ​ລະ​ຈາ "ຫຼຸດ​ຜ່ອນຄວາມ​ຮຸນ​ແຮງ' ກັບ​ກຸ່ມ​ຕາ​ລີ​ບານ


ທະ​ຫານ​ສະ​ຫະ​ລັດ ​ຖ້າ​ຂຶ້ນ​ເຮ​ລີ​ຄອບ​ເຕີ້ ທີ່​ຄ້າຍ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ ໃນ​ແຂວງ​ໂລ​ກາ ເມື່ອ​ວັນ​ທີ 7 ສິງ​ຫາ ປີ 2018.
ທະ​ຫານ​ສະ​ຫະ​ລັດ ​ຖ້າ​ຂຶ້ນ​ເຮ​ລີ​ຄອບ​ເຕີ້ ທີ່​ຄ້າຍ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ ໃນ​ແຂວງ​ໂລ​ກາ ເມື່ອ​ວັນ​ທີ 7 ສິງ​ຫາ ປີ 2018.

ສະ​ຫະ​ລັດ​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ເຈ​ລະ​ຈາ ກ່ຽວ​ກັບ​ຂໍ້ສະ​ເໜີ “ເພື່ອ​ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງ ​ເປັນ​ເວ​ລາ 7 ມື້” ​ກັບ ​ກຸ່ມ​ຕາ​ລີ​ບານ ເພື່ອກ້າວ​ໄປ​ສູ່​ການ​ຕົກ​ລົງ​ກັນທາງ​ດ້ານ​ການ​ເມືອງ ກ່ຽວ​ກັບ​ສົງ​ຄາມ​ໃນ​ອັ​ຟ​ກາ ​ນິ​ສຖານ.

ທ່ານ​ມາກ ແອັ​ສ​ເພີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້​ເປີດເຜີຍ​ຕໍ່​ພວກ​ນັກ​ຂ່າວ ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ຢູ່​ນະ​ຄອນບ​ຣັ​ສເຊີ​ລ​ສ໌ ໂດຍ​ຢືນ​ຢັນ​ວ່າ “7 ມື້ ສຳ​ລັບ​ເວ​ລານີ້ ແມ່ນ​ພຽງ​ພໍ” ​ເພື່ອ​ລົງຄວາມ​ເຫັນ​ວ່າ​ພວກ​ກະ​ບົດ​ດັ່ງ​ກ່າວ ມີ​ຄວາມ​ຈິງ​ໃຈຫຼາຍ​ປານ​ໃດ ໃນ​ການ​ເຈລະ​ຈາ​ເພື່ອ​ຍຸ​ຕິ​ສົງ​ຄາມ ທີ່​ຍາວ​ນານ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ.

ທ່ານ​ແອັ​ສ​ເພີ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ທ່​ານ​ພວມຢູ່​ໃນ​ຂັ້ນ​ຕອນ​ປຶກ​ສາ​ຫາ​ລື ​ກັບ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງກ່າວແລະ​ການ​ດຳ​ເນີນ​ການ​ໃນ​ຂັ້ນ​ຕໍ່​ໄປ. ທ່ານ​ກ່າວ​ວ່າ ຂໍ້​ສະ​ເໜີ​ຫຼຸດ​ຜ່ອນຄວາມ ​ຮຸນ​ແຮງແມ່ນ​ພື້ນ​ຖານ​ສຳ​ລັບ​ການ​ຕົກ​ລົງ​ທາງ​ດ້ານ​ການ​ເມື​ອງ.

ທ່ານ​ກ່າວ​ຢ້ຳ​ວ່າ “ພວກ​ເຮົາ​ກຳ​ລັງ​ສຶກ​ສາ​ຢ່າງ​ຈິງ​ຈັງ​ເບິ່ງ​ຢູ່. ພວກ​ເຮົາ​ພວມ​ປຶກ​ສາ​ຫາ​ລື​ກັບ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະສະ​ພາ​ແລະ​ອື່ນໆ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ສັນ​ຕິ​ພາບ ​ຄວນ​ຈະ​ໄດ້​ຮັບ​ໂອ​ກາດ.ແຕ່​ມັນ​ກໍ​ມີ​ຄວາມ​ຈຳ​ເປັນ​ຢູ່​ວ່າ ທຸກ​ພັກ​ຝ່າຍ​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ຕົນ ຖ້າພວກ​ເຮົາ​ຫາກຈະ​ດຳ​ເນີນ​ການ​ຕໍ່​ໄປ.”

ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ​ແລະ​ກຸ່ມ​ຕາ​ລີ​ບານ​ໄດ້​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ຮ່າງ​ຂໍ້​ຕົກ​ລົງ​ຫລັງ​ຈາກ​ໄດ້​ໂອ້​ລົມ​ກັນ​ມາ​ເປັນ​ເວ​ລາ​ເກືອບ 1 ປີ​ເຄິ່ງ ຊຶ່ງ​ມີ​ປະ​ເທດ​ກາ​ຕ້າ ທີ່​ຕັ້ງ​ຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍ ເປັນ​ເຈົ້າ​ພາບ.

ວໍ​ຊິງ​ຕັນ​ໄດ້​ກົດ​ດັນ​ໃຫ້​ພວກ​ກະ​ບົດ​ຕາ​ລີ​ບານ ແນວ​ໃດ​ກໍ​ຕາມ ​ຫຼຸດ​ຜ່ອນ​ຄວາມ ຮຸນ​ແຮງລົງ​ຢ່າງ​ສຳ​ຄັນ​ແລະ​ແບບຍືນ​ຍົງ ກ່ອນ​ທີ່​ຈະ​ມີ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ.

ທ່ານ​ແອັ​ສ​ເພີ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ໄດ້​ກ່າວ​ມາ​ໂດຍ​ຕະ​ຫຼອດ​ວ່າ ທາງ​ທີ່​ດີ​ທີ່​ສຸດຖ້າ​ບໍ່​ແມ່ນ​ຫົ​ນ​ທາງ​ດຽວ ໃນ​ການ​ແກ້​ໄຂ​ຢູ່​ອັ​ຟ​ກາ​ນິ​ສ​ຖານ ກໍ​ແມ່ນ​ຂໍ້​ຕົກ​ລົງ​ທາງດ້ານ​ການ​ເມືອງ. ຄວາມ​ກ້າວ​ໜ້າ​ແມ່ນ​ມີ​ຂຶ້ນ​ໃນ​ດ້ານນີ້ແລະ​ພວກ​ເຮົາ​ຈະ​ມີ​ລາຍງານ​ຕື່ມ​ອີກ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ໄວໆ​ນີ້.”

ການ​ຍຸ​ຕິ​ຄວາມ​ເປັນ​ປໍ​ລະ​ປັກ​ຂອງ​ທັງ​ສອງ​ຝ່າຍ ແມ່ນ​ເບິ່ງ​ກັນ​ວ່າ ເປັນ​ກະ​ແຈ​ສຳ​ຄັນ​ເພື່ອ​ທົດ​ສອບ​ຄວາມ​ສາ​ມາດ​ຂອງ​ພັກ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ໃນ​ອັ​ຟ​ກາ​ນິ​ສ​ຖານໂດຍ​ສະ​ເພາະ​ແລ້ວວ​ແມ່ນ​ກຸ່ມ​ຕາ​ລີ​ບານ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ສາມາດ​ສັ່ງ​ໃຫ້​ພວກ​ນັກ​ລົບ​ຂອງ​ເຂົາ​ເຈົ້າ​ໃນ​ໄລ​ຍະ​ຍາວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG