ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານວິລລຽມ ບາ ກ່າວວ່າ ການຂຽນຂໍ້ຄວາມລົງໃນທວີດເຕີ້ຂອງປະທານາທິບໍດີດໍໂນລ ທຣຳ ກ່ຽວກັບກະຊວງຍຸຕິທຳພະນັກງານຂອງກະຊວງ ແລະຄະດີຕ່າງໆຂອງທາງກະຊວງນັ້ນ “ເຮັດໃຫ້ເປັນໄປບໍ່ໄດ້ສຳລັບຂ້າພະເຈົ້າ ທີ່ຈະເຮັດວຽກຂອງຂ້າພະເຈົ້າ.”
ຖະແຫຼງການທີ່ບໍ່ຄາດຄິດ ຈາກນຶ່ງໃນພັນທະມິດທີ່ໝັ້ນຄົງທີ່ສຸດຂອງປະທານາທິບໍດີດັ່ງກ່າວມີຂຶ້ນໃນວັນພະຫັດວານນີ້ບໍ່ເທົ່າໃດມື້ຫຼັງຈາກກະຊວງຍຸຕິທຳຂອງທ່ານບາ ໄດ້ປະຕິເສດຕໍ່ໄອຍະການຂອງຕົນ ແລະສະເໜີແນະໃຫ້ລົງໂທດສະຖານເບົາກວ່າເກົ່າ ສຳລັບທ່ານໂຣເຈີ ສໂຕນ ຊຶ່ງເປັນເພື່ອນມິດມາເປັນເວລາດົນນານຂອງທ່ານທຣຳ ທີ່ໄດ້ຖືກພົບເຫັນວ່າຫຼອກລວງສະພາ ແຊກແຊງພວກພະຍານ ແລະຂັດຂວາງ ຂະບວນການຍຸຕິທຳ ໃນການສືບສວນກ່ຽວກັບການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງສະຫະລັດ.
ທ່ານທຣຳໄດ້ຕໍ່ວ່າ ກ່ຽວກັບການການສະເໜີໃຫ້ຕັດສິນລົງໂທດແຕ່ 7 ຫາ 9 ປີນັ້ນແມ່ນເປັນ “ຕາຢ້ານ” ແລະ “ບໍ່ເປັນທຳ.” ການຕັດສິນໃຈສະເນີແນະໃຫ້ ສານລົງໂທດເບົາກວ່າເກົ່າຕໍ່ທ່ານສໂຕນມີຂຶ້ນບໍ່ເທົ່າໃດຊົ່ວໂມງຕໍ່ມາ. ມັນເປັນເລື້ອງທີ່ເກືອບວ່າ ບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ກະຊວງຍຸຕິທຳໄດ້ປະຕິເສດຕໍ່ພວກທະນາຍຄວາມຂອງຕົນ ຢູ່ໃນຄະດີອາຍາ. ໄອຍະການ 4 ຄົນທີ່ເຮັດວຽກກ່ຽວກັບຄະດີຂອງທ່ານສໂຕນໄດ້ພາກັນຖອນໂຕ ຮວມທັງໄອຍະການຜູ້ນຶ່ງ ທີ່ໄດ້ລາອອກຈາກກະຊວງຍຸຕິທຳພ້ອມ.
ໃນການໃຫ້ສຳພາດແກ່ໂທລະພາບ ABC ນັ້ນ ທ່ານບາກ່າວວ່າ ທ່ານທຣຳບໍ່ເຄີຍຂໍຮ້ອງໃຫ້ທ່ານ “ເຮັດຫຍັງໃຫ້ເລີຍໃນຄະດີອາຍາ.”
ທ່ານບາກ່າວຕໍ່ ABC ວ່າ “ແຕ່ແນວໃດກໍຕາມ ການອອກຖະແຫຼງການແລະການຂຽນຂໍ້ຄວາມລົງໃນທວີດເຕີ້ກ່ຽວກັບກະຊວງ ກ່ຽວກັບພະນັກງານທີ່ເຮັດວຽກຢູ່ກະຊວງ.. ກ່ຽວກັບຄະດີຕ່າງໆທີ່ພວມດຳເນີນການຢູ່ໃນກະຊວງ ແລະກ່ຽວກັບຜູ້ພິພາກສາກ່ອນທີ່ພວກເຮົາຈະຕັດສິນຄະດີ ເຮັດໃຫ້ເປັນໄປບໍ່ໄດ້ສຳລັບຂ້າພະເຈົ້າ ຈະເຮັດໜ້າທີ່ຂ້າພະເຈົ້າ ແລະໃຫ້ການຄ້ຳປະກັນຕໍ່ສານ ແລະໄອຍະການຢູ່ໃນກະຊວງວ່າ ພວກເຮົາເຮັດວຽກຂອງພວກເຮົາແບບຊື່ສັດ.”
ທ່ານບາກ່າວຕື່ມວ່າ “ຂ້າພະເຈົ້າຈະບໍ່ຖືກຂົ່ມຂູ່ຫຼືໃຊ້ອິດທິພົນບັງຄັບໂດຍບຸກຄົນໃດກໍຕາມ ບໍ່ວ່າຈະເປັນລັດຖະສະພາ ຄະນະບັນນາທິການຂອງໜັງສືພິມ ຫຼືປະທານາທິບໍດີ.”
ຫຼັງຈາກໄດ້ມີການສະເໜີ ໃຫ້ຫລຸດການຕັດສິນໂທດ ຕໍ່ທ່ານສໂຕນແລ້ວ ທ່ານທຣຳກໍໄດ້ສົ່ງຂໍ້ຄວາມທາງທວີດເຕີ້ສະແດງຄວາມດີໃຈກັບທ່ານບາ ທີ່ “ເຂົ້າກຳກັບນຳຄະດີ ທີ່ຄວບຄຸມບໍ່ໄດ້ ແລະບາງທີບໍ່ຄວນທີ່ຈະມີຂຶ້ນເລີຍ.”
ແຕ່ທ່ານທຣຳໄດ້ປະຕິເສດວ່າ ທ່ານບໍ່ໄດ້ຮ້ອງຂໍໃຫ້ທ່ານບາເຂົ້າແຊກແຊງ.