ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ສອນ​ສາ​ສະ​ໜາ ປາ​ກິ​ສ​ຖານ ​ຖືກ​ຕັດ​ສິນ​ມີ​ຄວາມ​ຜິດ ຖານໃຫ້​ເງິນ​ສະ​ໜັບ​ສະ​ໜຸນ ພວກ​ກໍ່​ການ​ຮ້າຍ


​ທ້າວຮາ​ຟິ​ສ ຊາ​ອີດ ຫົວ​ໜ້າ​ກຸ່ມ​ສາ​ສະ​ໜາ ຈາ​ມາ​ອາດ ອູດ ດາ​ວາ ກ່າວ​ທີ່​ບ່ອນ​ໂຮມ​​ຊຸມ​ນຸມ ເພື່ອ​ແຄວ້ນ​ແຄັ​ສເມຍ ທີ່​ນະ​ຄອນ​ລ​າ​ຮໍ ເມື່ອ​ວັນ​ທີ 5 ກຸມ​ພາ 2019.
​ທ້າວຮາ​ຟິ​ສ ຊາ​ອີດ ຫົວ​ໜ້າ​ກຸ່ມ​ສາ​ສະ​ໜາ ຈາ​ມາ​ອາດ ອູດ ດາ​ວາ ກ່າວ​ທີ່​ບ່ອນ​ໂຮມ​​ຊຸມ​ນຸມ ເພື່ອ​ແຄວ້ນ​ແຄັ​ສເມຍ ທີ່​ນະ​ຄອນ​ລ​າ​ຮໍ ເມື່ອ​ວັນ​ທີ 5 ກຸມ​ພາ 2019.

ຜູ້​ຊາຍ​ທີ່​ຖືກ​ກ່າວ​ຫາ​ວ່າ ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ຢູ່​ນະ​ຄອນ​ມູມ​ບາຍ ປະ​ເທດ​ອິນ​ເດຍ ເມື່ອ​ນຶ່ງ​ທົດ​ສະ​ວັດ​ກວ່າໆ​ຜ່ານ​ມາ​ແລ້ວ ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ຢູ່ໃນ​ປະ​ເທ​ດ​ປາ​ກິ​ສ​ຖານທີ່​ເປັນ​ເພື່ອນ​ບ້ານ ໃນ​ຄະ​ດີ​ທີ່​ພົວ​ພັນ​ກັບ​ການ​ກໍ່​ການ​ຮ້າຍ 2 ຄະ​ດີ.

ນັກ​ສອນ​ສາ​ສະ​ໜາ​ຫົວ​ຮຸນ​ແຮງ ຮາ​ຟິ​ສ ຊາ​ອີດ (Hafiz Saeed) ໄດ​ໄປ​ປາ​ກົດ​ໂຕ ຢູ່​ໃນ​ຫ້ອງ​ສານ ທີ່​ນະ​ຄອນ​ລາ​ຮໍ ຫົວ​ເມືອງ​ໃຫຍ່​ສຸດ​ອັນ​ດັບ 2 ຂອງປາ​ກິ​ສ​ຖານ ເວ​ລາ​ຜູ້​ກ່ຽວ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ໃນ​ຖາ​ນະ​ທີ່​ເປັນ​ສະ​ມາຊິກ​ຂອງ​ກຸ່ມ​ທີ່​ຖືກ​ຫ້າມ ແລະ​ແຜ່​ເງິນ​ເພື່ອ​ສະ​ໜັບ​ສະ​ໜຸນ​ກິດ​ຈະ​ການ​ກໍ່​ການຮ້າຍ.

ລາວ​ໄດ້​ຖືກ​ຕັດ​ສິນ​ໂທດ​ ໃຫ້​ຈຳ​ຄຸກ ຄະ​ດີ​ລະ 5 ປີ​ເຄິ່ງ ​ຕິດ​ຕໍ່​ກັນ.

ທ້າວ​ຊາ​ອີດ ແມ່ນ​ເປັນ​ບຸກ​ຄົນ​ທີ່​ຮູ້​ກັນ​ດີ​ໃນ​ທົ່ວ​ໂລກ ເວ​ລາ​ກຸ່ມ ​ລາ​ສ​ກາ-​ອີ-ຕາຍ​ຢີ​ບາ ​ທີ່​ລາວ​ເປັນ​ຜູ້​ນຳໃນ​ເວ​ລານັ້ນ ຖືກ​ຖິ້ມ​ໂທດ​ໃສ່​ວ່າ ເປັນ​ຜູ້​ປະ​ສານ​ງານ​ໃນການ​ໂຈມ​ຕີ 4 ມື້​ຢູ່​ນະ​ຄອນ​ມູມ​ບາຍ ຊຶ່ງ​ເປັນ​ສູນ​ກາງ​ທາງ​ດ້ານ​ການ​ເງິນ​ຂອງ​ປະ​ເທດ​ອິນ​ເດຍ ເມື່ອ​ເດືອນ​ພະ​ຈິກ​ປີ 2008. ການ​ໂຈມ​ຕີ​ດັ່ງ​ກ່າວ​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີ​ວິດ 166 ຄົນ ຊຶ່ງ​ມີ​ຊາວ​ອາ​ເມ​ຣິ​ກັນ ຊາວ​ກາ​ນາ​ດາ ແລະ​ຊາວ​ຢູ​ໂຣບຈຳ​ນວນ​ນຶ່ງ​ຮວມ​ຢູ່​ໃນ​ນັ້ນ.

ບໍ່​ດົນ​ຫຼັງ​ຈາກນັ້ນ ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກໍ​ໄດ້​ປະ​ກາດ​ລົງ​ໂທດທັງ​ທ້າວ​ຊາ​ອີດ ແລະ​ກຸ່ມ​ຂອງ​ລາວ. ນອກນັ້ນ​ແລ້ວ ລາວ​ຍັງ​ມີ​ຊື່​ຢູ່​ໃນ​ບັນ​ຊີ​ດຳ ທີ່​ລະ​ບຸ​ຊື່​ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍ​ຂອງ​ໂລກ ໂດຍ​ສະ​ຫະ​ລັດ ຊຶ່ງ​ໄດ້​ໃຫ້ຄ່າ​ຫົວ​ລາວ 10 ລ້ານ​ໂດ​ລາ ສຳ​ລັບ​ການ​ຈັບ​ກຸມ​ໃນ​ປີ 2012. ພ້ອມ​ດຽວ​ກັນນັ້ນ ອິນ​ເດຍ​ກໍ​ຕ້ອງ​ການ​ໂຕ ທ້າວຊາວ​ຊາ​ອີດ​ ທີ່​ຖືກ​ກ່າວ​ຫາ​ວ່າ ມີ​ບົດ​ບາດ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ປາ​ກິ​ສ​ຖານ​ໄດ້​ອອກ​ປະ​ກາດ​ຫ້າມ​ກຸ່ມລາ​ສ​ກາ-​ອີ-ຕາຍ​ຢີ​ບາ ແຕ່​ບໍ່​ດົນ​ຫຼັງ​ຈາກນັ້ນ​ກຸ່ມ​ຕັ້ງ​ກ່າວ​ກໍ​ມີ​ຊື່​ໃໝ່​ວ່າ ຈາ​ມາ​ອາດ ອູດ ດາ​ວາ ຫຼື JuD ຊຶ່ງ​ຕໍ່​ມາ​ກໍ​ໄດ້ຖືກ​ຫ້າມ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG