ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ຕໍ່​ການ​ຍົກ​ເລີກ ຂໍ້​ຕົກ​ລົງ ທາງ​ທະ​ຫານ ຂອງ ປ. ດູ​ເຕີ​ເຕ


ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ທີ່ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ລັດ-​ອາ​ຊ່ຽນ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາວ
​ເມື່ອ​ວັນ​ທີ 13 ພະ​ຈິກ ປີ 2017.
ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ທີ່ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ລັດ-​ອາ​ຊ່ຽນ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາວ ​ເມື່ອ​ວັນ​ທີ 13 ພະ​ຈິກ ປີ 2017.

​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ​ຕໍ່​ແຈ້ງ​ການ ​ທີ່​ຈະ​ຍົກ​ເລີກຂໍ້​ຕົກ​ລົງ ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ຂອງ​ກຳ​ລັງ​ທະ​ຫານ ຫຼື VFA ທີ່​ອະ​ນຸ​ຍາດ​ໃຫ້ກຳ​ລັງ​ທະ​ຫາ​ນ​ອາ​ເມ​ຣິ​ກັນ ໄປ​ໃຫ້​ການ​ຝຶກ​ແອບ ​ຢູ່​ໃນ​ປະ​ເທດ​ຟິ​ລິບ​ປິນ ໂດຍກ່າວ​ວ່າ ມັນ​ຈະ​ຊ່ວຍ “ປະ​ຢັດ​ເງິນ​ຈຳ​ນວນ​ຫຼວງ​ຫຼາຍ” ສຳ​ລັບ​ສະ​ຫະ​ລັດ.

ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າແມ່ນ​ຕ່າງ​ໄປ​ຈາກ​ຄົນ​ອື່ນ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ​ເປັນ ການ​ຂອບ​ໃຈ​ຫລາຍໆ​ພວກ​ເຮົາ​ປະ​ຢັດ​ເງິນ​ໄດ້​ຢ່າງ​ຫຼວງ​ຫຼາຍ.”

ທ່ານ​ທ​ຣຳ​ກ່າວ​ຕື່ມ​ວ່າ “ເມື່ອ 3 ປີ​ກ່ອນ ກຸ່ມ​ລັດ​ອິ​ສ​ລາມ​ຫຼື ISIS ໄດ້​ບຸກ​ໂຈມຕີ​ຢູ່​ຟີ​ລິບ​ປິນ ພວກ​ເຮົາ​ໄດ້​ເຂົ້າ​ມາ ແລະ​ເວົ້າ​ແລ້ວພວກ​ເຮົາ​ກໍ​ສາ​ມາດ​ຊ່ວຍ​ເຫຼືອພວກ​ເຂົາຈາກ​ການ​ໂຈມ​ຕີ​ຮ້າຍ​ແຮງ​ຢູ່​ໃນ​ປະ​ເທດ​ເກາະ​ດອນ​ຂອງ​ພວກ​ເຂົາ​ເຈົ້າ.” ປະ​ທາ​ນາທິ​ບໍ​ດີ​ສະ​ຫະ​ລັດ​ກ່າວ​ຕື່ມ​ວ່າ ທ່ານ​ມີ “ຄວາມ​ສຳ​ພັນ​ທີ່​ດີ​ຫຼາຍ” ກັບ​ປະທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານໂຣດ​ຣິ​ໂກ ດູ​ເຕີ​ເຕ.

ທ່ານ​ທ​ຣຳ​ກ່າວ​ວ່າ “ພວກ​ເຮົາ​ຈະ​ເຫັນ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ. ພວກ​ເຂົາ​ເຈົ້າ​ຈະ​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ເລື້ອງນັ້ນ.”

ປະ​ທາ​ນາ​ທິ​ບໍ​ດີດູ​ເຕີ​ເຕ ໄດ້​ແຈ້ງ​ໃຫ້​ສະ​ຫະ​ລັດ​ຊາບ​ຢ່າງ​ເປັນ​ທາງ​ການກ່ຽວ​ກັບການ​ຕັດ​ສິນ​ໃຈ​ຂອງ​ທ່ານ ​ທີ່​ຈະ​ຍົກ​ເລີກ​ຂໍ້​ຕົກ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ຂອງ​ກຳ​ລັງ​ທະ​ຫານ ຫຼື VFA ໃນ​ຕອນ​ແລງວັນ​ຈັນ​ຜ່ານ​ມາຫຼັງ​ຈາກ​ໄດ້​ຂົ່ມ​ຂູ່ຊ້ຳ​ແລ້ວ​ຊ້ຳ​ອີກວ່າ​ຈະຫຼຸດ​ລະ​ດັບ​ການ​ເປັນ​ພັນ​ທະ​ມິດ​ທາງ​ທະ​ຫານ​ຂອງ​ສອງ​ປະ​ເທດ​ນັ້ນ. ຂໍ້​ຕົກ​ລົງ​ສະ​ບັບປີ 1998 ດັ່ງ​ກ່າວ​ ໄດ້​ສະ​ໜອງ​ ການ​ອະ​ນຸ​ຍາດ​ທາງ​ດ້ານ​ກົດ​ໝາຍສຳ​ລັບ​ກອງ​ທະ​ຫານອ​າ​ເມ​ຣິ​ກັນຫຼາຍ​ພັນ​ຄົນ ຜູ້​ທີ່​ຖືກ​ສັ​ບ​ປ່ຽນ​ໄປ​ປະ​ເທດຟີ​ລິບ​ປິນ ​ເພື່ອ​ໃຫ້​ການ​ຝຶກແອບ​ທາງ​ທະ​ຫານ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ໃນ​ແຕ່​ລະ​ປີ.

ໃນ​ຄຳ​ປາ​ໄສ​ເມື່ອ​ແລງວັນ​ຈັນ​ຜ່ານ​ມານີ້ ທ່ານດູ​ເຕີ​ເຕກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປົກ​ປັກ​ຮັກ​ສາ​ຂໍ້​ຕົກ​ລົງ​ນີ້​ໄວ້ ແຕ່​ທ່ານ​ເອງ​ໄດ້​ປະ​ຕິ​ເສດ.

ຜູ້​ນຳ​ຂອງ​ຟີ​ລິບ​ປິນ​ກ່າວ​ວ່າ “ອາ​ເມ​ຣິ​ກາ ແມ່ນ​ບໍ່​ສຸ​ພາບ​ຫຼາຍ. ພວກ​ເຂົາ​ເຈົ້າ​ບໍ່ສຸ​ພາບ​ຢ່າງ​ແຮງ.”

ຖະ​ແຫຼງ​ການ​ຂອງ​ທ່ານ​ທ​ຣຳ​ແມ່ນ​ຂັດ​ແຍ້ງ​ກັນ​ກັບ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ ມາກ ເອັ​ສ​ເປີ ທີ່ກ່າວ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້​ວ່າ ການຍົກ​ກ​ເລີກຂໍ້​ຕົກ​ລົງ​ສອງຝ່າຍ ​ກັບຟີ​ລິບ​ປິນ “ຈະ​ເປັນ​ການ​ເຄື່ອນ​ໄຫວ​ໃນ​ທາງ​ທີ່​ຜິດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG