ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງ​ຮູ​ເບ ຂອງ​ຈີນ ລາຍ​ງານ ການ​ເສຍ​ຊີ​ວິດ ສູງ​ເປັນ​ປະ​ຫວັດ​ການ 242 ຄົນ ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ


ຄົນ​ງານ​ຜູ້​ນຶ່ງ​ໃສ່​ເຄື່ອງ​ປ້ອງ​ກັນພວມ​ບໍ​ລິ​ການ​ລູກ​ຄ້າ ທີ່​ຮ້ານ​ຊື້​ເຄື່ອງ​ແຫ່ງ​ນຶ່ງ ຫຼັງ​ຈາກ​ເກີດ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເມືອງວູ​ຮານ ໃນ​ແຂວງ​​ຮູ​ເບ ເມື່ອ​ວັນ​ທີ 12 ກຸ​ມ​ພາ 2020.
ຄົນ​ງານ​ຜູ້​ນຶ່ງ​ໃສ່​ເຄື່ອງ​ປ້ອງ​ກັນພວມ​ບໍ​ລິ​ການ​ລູກ​ຄ້າ ທີ່​ຮ້ານ​ຊື້​ເຄື່ອງ​ແຫ່ງ​ນຶ່ງ ຫຼັງ​ຈາກ​ເກີດ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເມືອງວູ​ຮານ ໃນ​ແຂວງ​​ຮູ​ເບ ເມື່ອ​ວັນ​ທີ 12 ກຸ​ມ​ພາ 2020.

ເຈົ້າ​ໜ້າ​ທີ່​ໃນ​ແຂວງ​ຮູ​ເບ ທາງພາກ​ກາງ​ຂອງ​ຈີນ ກ່າວ​ວ່າ ມີ 234 ຄົນ​ໄດ້​ເສຍ​ຊີ​ວິດ​ຕື່ມ​ອີກ ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເຮັດ​ໃຫ້​ມີ​ຄົນ​ຕາຍ​ໄປ​ແລ້ວ 1,300 ກວ່າຄົນ​ນັບ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ.

ການ​ປະ​ກາດ​ກ່ຽວ​ກັບ​ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ໃໝ່ ມີ​ຂຶ້ນ​ຫຼັງ​ຈາກ​ທາງ​ການ​ຈີນ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ຫຼຸດ​ລົງ​ເປັນ​ມື້​ທີ​ສອງ​ລຽນ​ຕິດ. ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໃນ​ແຂວງ​ຮູ​ເບ ຊຶ່ງ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ລະ​ບາດ​ມາ​ໄດ້ 2 ເດືອນ​ແລ້ວນັ້ນກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ປ່ຽນ​ວິ​ທີ​ນັບ​ຜູ້​ຕິດ​ເຊື້ອຈາກ​ການກວດ​ຢູ່​ຫ້ອງ​ ແລັບ​ ມາເປັນ​ການ​ໃຊ້​ຄອມ​ພິວ​ເຕີ້​ສະ​ແກນ. ການ​ປ່ຽນ​ວິ​ທີ​ນັບ​ນີ້ ຍັງ​ໄດ້​ເຮັດ​ຈຳ​ນວນ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ທັງ​ໝົດທີ່​ໄດ້​ຮັບ​ການ​ຢືນ​ຢັນ​ແລ້ວໃນ​ແຂວງ​ຮູເບເພີ້ມ​ຂຶ້ນ​ເປັນ​ເກືອບ 15,000 ຄົນ.

ທ່ານ​ເທ​ໂດ​ຣສ ເກ​ເບ​ຣ​ເຢຊຸດ ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ກ່າວ​ຊົມ​ເຊີຍກ່ຽວ​ກັບ​ການ​ແຜ່​ລະ​ບາດ​ທີ່​ຊັກ​ຊ້າ​ລົງດ້ວຍ​ຄວາມ​ລະ​ມັດ​ລະ​ວັງ ໃນ​ວັນ​ພຸດ​ວານນີ້ ໂດຍ​ກ່າວ​ວ່າ ການ​ແຜ່​ລະ​ບາດ “ຍັງ​ສາ​ມາດ​ທີ່​ຈະ​ດຳ​ເນີນ​ໄປ​ໃນ​ທິດ​ທາງ​ໃດກໍ​ໄດ້.”

​ການ​ລະ​ບາດ​ດັ່ງ​ກ່າວ​ໄດ້​ພາ​ໃຫ້​ມີ​ການ​ປົດ​ທ່ານ​ຈຽງ ຈາວ​ຫຼຽງ ຫົວ​ໜ້າ​ພັກ​ຄອມ​ມູ​ນິ​ສ​ໃນ​ແຂວງ​ຮູ​ເບ ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ອະ​ວຸ​ໂສສອງ​ທ່ານໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ. ອົງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ລາຍງານ​ວ່າ ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ​ຊຽງ​ໄຮ້ ທ່ານ​ຢິງ ຢົງ (Ying Yong) ຈະ​ເຂົ້າ​ຮັບ​ໜ້າ​ທີ່​ແທນທ່ານ​ຈຽງ ຜູ້​ທີ່​ໄດ້​ຖືກ​ຕ້ອງ​ຕິ​ໂດຍ​ປະ​ຊາ​ຊົນ​ຕໍ່​ການ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ COVID-19.

ເປັນ​ທີ່​ເຊື່ອ​ກັນ​ວ່າ ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ໄດ້​ປາ​ກົດ​ໂຕ​ໃນ​ທ້າຍ​ປີ​ກາຍນີ້ ຢູ່​ຕະ​ຫຼາດອາ​ຫານ​ທະ​ເລ​ແຫ່ງ​ນຶ່ງ​ໃນ​ເມືອງວູ​ຮານ ທີ່​ລັກ​ຂາຍ​ສັດ​ປ່າ​ແບບ​ຜິດ​ກົດ​ໝາຍ.

ນອກນັ້ນ​ແລ້ວ ໃນ​ວັນ​ພະ​ຫັດ​ມື້ນີ້ ​ຍັງມີ​ອີກ 44 ​ຄົນ ​ເທິງ​ກຳ​ປັ່ນ​ສຳ​ລານ​ທີ່​ຈອດ​ຢູ່ນອກ​ແຄມ​ຝັ່ງ​ທະ​ເລ​ຍີ່​ປຸ່ນ ຖືກກວດ​ພົບ​ວ່າ​ຕິດ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ ເຮັດ​ໃຫ້​ຈຳນວນ​ກໍ​ລະ​ນີ ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ທັງ​ໝົດ ​ເພີ້ມ​ຂຶ້ນ​ເປັນ 218 ຄົນ. ກຳ​ປັ່ນ​ສຳ​ລານ Diamond Princess ໄດ້​ຖືກ​ບໍ​ລິ​ເວນ​ມາ​ແຕ່​ອາ​ທິດ​ແລ້ວຫຼັງ​ຈາກ​ມີ​ການເປີດ​ເຜີຍ​ໂດຍ​ຜູ້​ໂດຍ​ສານ​ຄົນ​ນຶ່ງ​ທີ່​ລົງ​ຈາກ​ກຳ​ປັ່ນ​ຢູ່​ຮົງ​ກົງ ກວດ​ພົບ​ວ່າ​ຕິດ​ເຊື້ອໄວ​ຣັສ COVID-19. ຜູ້​ໂດຍ​ສານ​ທັງ​ໝົດ​ໄດ້​ຖືກ​ກັກ​ໃຫ້​ຢູ່​ໃນ​ບ່ອນ​ພັກ​ຂອງ​ເຂົາ
ເຈົ້າ​ແລະ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ອອກ​ຈາກ​ກຳ​ປັ່ນ ຈົນ​ເທົ່າ​ວັນ​ທີ 19 ເດືອນນີ້.

ໃນ​ຂະ​ນະ​ດຽວ​ກັນ ກຳ​ປັ່ນ​ສຳ​ລານ​ອີກ​ລຳ​ນຶ່ງ ຊື່ Westerdam ໃນ​ທີ່​ສຸດ​ກໍ​ໄດ້​ໄປ​ຖິ້ມ​ສະ​ໝໍ​ຈອດ​ຢູ່ນອກ​ແຄມ​ຝັ່ງ​ຂອງ​ກຳ​ປູ​ເຈຍ​ໃນ​ວັນ​ພະ​ຫັດ​ມື້ນີ້ ຫຼັງ​ຈາກ​ໄດ້ແລ່ນ​ຢູ່​ກາງ​ທະ​ເລ​ມາ​ໄດ້​ເກືອບ 2 ອາ​ທິດ. ກຳ​ປັ່ນ​ລຳ​ນີ້​ໄດ້​ຖືກ​ປະ​ຕິ​ເສດ​ບໍ່​ໃຫ້​ເຂົ້າ​ຈອດ​ຢູ່​ຍີ​ປຸ່ນ ປະ​ເທດ​ໄທ ໄຕ້​ຫວັນ ຟີ​ລິບ​ປິນ ຕະ​ຫລອດ​ທັງ​ເກາະ​ກວາມ ຍ້ອນ​ມີ​ຄວາມ​ຢ້ານ​ກົວ​ວ່າ​ກຳ​ປັ່ນ​ທີ່​ບັນ​ທຸກ​ຜູ້​ໂດຍ​ສານ​ແລະ​ລູກ​ເຮືອ 2,200 ຄົນນັ້ນ​ອາດ​ຕິດ​ເຊື້ອ​ໄວ​ຣັ​ສ. ພວກ​ທ່ານ​ໝໍ​ຈຸ​ນຶ່ງ​ຈະ​ຂຶ້ນ​ໄປ​ເທິງ​ກຳ​ປັ່ນ​ເພື່ອກວດ​ເບິ່ງ ​ຜູ້​ໂດຍ​ສານ 1,455 ຄົນ ພ້ອມ​ດ້ວ​ຍ​ພະ​ນັກ​ງານ​ຂອງ​ເຮືອ 802 ຄົນ ກ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ອອກ​ຈາກ​ກຳ​ປັ່ນ​ໄປ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG