ເຈົ້າໜ້າທີ່ອັຟການິສຖານເວົ້າວ່າ ການໂຈມຕີດ້ວຍລະເບີດສະຫລະຊີບຢູ່ໃກ້ກັບ ວິທະຍາຄານທະຫານແຫ່ງນຶ່ງໃນນະຄອນຫລວງກາບູລໃນຕອນເຊົ້າວັນອັງຄານ ມື້ນີ້ ໄດ້ເຮັດໃຫ້ຢ່າງໜ້ອຍ 6 ຄົນເສຍຊີວິດ ຊຶ່ງລວມທັງທະຫານ 4 ຄົນ.
ຜູ້ໂຈມຕີໄດ້ບີບຄະນວນລະເບີດ ທີ່ມັດຕິດໃສ່ຕົວຂອງລາວ ໃຫ້ແຕກຂຶ້ນ ຢູ່ໃນບ່ອນກວດຄົນແຫ່ງນຶ່ງ ໃກ້ກັບທາງເຂົ້າຂອງວິທະຍາຄານທະຫານມາຊອລ ຟາຮິມ (Marshal Fahim) ຂອງນະຄອນຫລວງດັ່ງກ່າວ.
ໂຄສົກປະຈຳກະຊວງພາຍໃນຂອງອັຟການິສຖານ, ທ່ານ ນາຊຣາດ ຣາຮິມີ (Nasrat Rahimi) ເວົ້າວ່າ ເຫດລະເບີດນັ້ນໄດ້ເຮັດໃຫ້ຢ່າງໜ້ອຍ 12 ຄົນ ໄດ້ຮັບບາດເຈັບ ຊຶ່ງລວມທັງພົນລະເຮືອນ ແລະພະນັກງານໃນກອງທັບ.
ບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດເທື່ອ ສຳລັບການໂຈມຕີດັ່ງກ່າວ ແຕ່ວ່າ ວິທະຍາຄານທະຫານແມ່ນເປັນເປົ້າໝາຍຂອງການວາງໂຈມຕີສະຫລະຊີບຫລາຍໆຄັ້ງໃນຜ່ານມາ ຈາກກຸ່ມກະບົດຕາລີບານ ແລະພວກນັກລົບ ຂອງກຸ່ມລັດອິສລາມ ຫລື IS.
ເຫດການກໍ່ຄວາມຮຸນແຮງໃນວັນອັງຄານມື້ນີ້ ແມ່ນມີຂຶ້ນພາຍຫລັງທີ່ມີຄວາມງຽບສະຫງົບໂດຍບໍ່ມີການໂຈມຕີເຊັ່ນນັ້ນຢູ່ໃນນະຄອນຫລວງກາບລູມາໄດ້ 3 ເດືອນແລ້ວ ຊຶ່ງຕົ້ນຕໍກໍແມ່ນເປັນຍ້ອນການເຈລະຈາສັນຕິພາບທີ່ກຳລັງດຳເນີນໄປຢູ່ ລະຫວ່າງສະຫະລັດ ກັບກຸ່ມຕາລີບານນັ້ນເອງ.