ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ປົດ​ເຈົ້າ​ໜ້າ​ທີ່ 2 ​ຄົນ ທີ່​ໄປ​ໃຫ້​ການ ໃນ​ການ​ຟ້ອງ ອອກ​ຈາກ​ໜ້າ​ທີ່


ທ່ານ​ກໍ​ດອນ ຊັນ​ແລນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ ສະ​ພາບ​ຢູ​ໂຣບ ປາ​ກົດ​ຕົວ ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ເມື່ອ​ວັນ​ທີ 20 ພະ​ຈິກ 2019 ລະ​ຫວ່​າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ໃນ​ການ​ຟ້ອງ​ຮ້ອງ ​ປ. ດໍ​ໂນ​ລ ທ​ຣຳ.
ທ່ານ​ກໍ​ດອນ ຊັນ​ແລນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ ສະ​ພາບ​ຢູ​ໂຣບ ປາ​ກົດ​ຕົວ ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ເມື່ອ​ວັນ​ທີ 20 ພະ​ຈິກ 2019 ລະ​ຫວ່​າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ໃນ​ການ​ຟ້ອງ​ຮ້ອງ ​ປ. ດໍ​ໂນ​ລ ທ​ຣຳ.

ການ​ລົງ​ໂທດ​ຢ່າງວ່ອງ​ໄວ​ຕໍ່​ພວກ​ທີ່​ມີ​ແນວ​ຄິດ​ຂັດ​ກັນ​ກັບ​ທ່ານ ໄດ້​ພາ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ປົດ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ 2 ທ່ານ​ໃນ​ວັນ​ສຸກວານນີ້ຜູ້​ທີ່ໄດ້​ໄປ​ໃຫ້​ການ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້ທ່ານໃນ​ລະ​ຫວ່າງ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານນັ້ນ. ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ແກ້​ແຄ້ນ​ຄືນ​ພຽງ 2 ມື້​ຫຼັງ​ຈາກ​ທ່ານ​ໄດ້​ຖືກ​ຕັດ​ສິນວ່​າ​ບໍ່​ມີ​ຄວາມ​ຜິດ​ໂດຍ​ສະ​ພາ​ສູງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຂ່າວ​ທຳ​ອິດ​ກໍ​ແມ່ນ​ທ່ານ​ທ​ຣຳ​ໄດ້​ປົດພັນ​ໂທ​ອາ​ເລັກ​ຊານ​ເດີ ວິນ​ແມນ ທະ​ຫານທີ່​ເຄີຍ​ໄດ້​ຮັບ​ຫຼຽນ​ໄຊ​ແລະ​ຜູ້​ຊ່ວຍ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດທີ່​ມີ​ບົດບາດ​ສຳ​ຄັນ​ໃນ​ຄ​ະ​ດີ​ຟ້ອງ​ຮ້ອງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ. ທະ​ນາຍ​ຄວາມ​ຂອງ​ທ່ານວິນ​ແມນ​ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ​ໄດ້​ຖືກ​ນຳ​ໂຕອ​ອກ​ໄປ​ຈາກ​ທຳ​ນຽບ​ຂາວໃນ​ວັນ​ສຸກວານນີ້ ໂດຍ​ຖືກສັ່ງໃຫ້​ອອກ​ການ ໃນ​ການ​ຕອບ​ໂຕ້ “ຕໍ່​ການ​ເວົ້າຄວາມ​ຈິງ.”

ທະ​ນາຍ​ເດ​ວິດ ແພ​ຣັສ​ແມນ (David Pressman) ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ຄວາມ​ຈິງ​ໄດ້​ເຮັດ​ໃຫ້ ​ພັນ​ໂທ​ອາ​ເລັກ​ຊານ​ເດີ ວິນ​ແມນ​ຕ້ອງ​ເສຍ​ວຽກ ອາ​ຊີບ ແລະ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ທ່ານ.” ນ້ອງ​ຝາ​ແຝດ​ຂອງ​ທ່ານ​ວິນ​ແມ່ນ ພັນ​ໂທເຢັບ​ເກ​ນີ ວິນ​ແມນ (Yevgeny Vindman) ​ກໍ​ໄດ້​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ ໃນຖາ​ນະ​ທະ​ນາຍ​ຄວາມ​ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ສຸກວານນີ້ ອີງ​ຕາມຄຳ​ຖະ​ແຫຼງ ຂອງກອງ​ທັບ​ສະຫະ​ລັດ. ບຸກ​ຄົນ​ທັງ​ສອງ​ຈະ​ຖືກ​ຊັບ​ຊ້ອນ​ໜ້າ​ທີ່​ຢູ່​ໃນ​ກອງ​ທັບ.

ບຸກ​ຄົນ​ຕໍ່​ໄປ ກໍ​ແມ່ນ​ທ່ານ​ກໍ​ດອນ ຊັນ​ແລນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ທ່ານ​ທ​ຣຳ​ປະ​ຈຳ​ສະ​ຫະ​ພາບ​ຢູ​ໂຣບ ກໍ​ເສຍ​ວຽກ​ຄື​ກັນ. ທ່ານ​ຊັນ​ແລນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່​າ “ຂ້າ​ພະ​ເຈົ້າ​ໄດ້​ຖື​ກ​ແນະ​ນຳໃນ​ມື້ນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຕັ້ງ​ໃຈ​ທີ່​ຈະ​ຮຽກ​ໂຕ​ຂ້າ​ພະ​ເຈົ້າ​ກັບ​ໃນ​ທັນ​ທີ ໃນ​ຖາ​ນະເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ສະ​ຫະ​ພາບ​ຢູ​ໂຣບ.”

ທຳ​ນຽບ​ຂາວ​ບໍ່​ໄດ້​ລັງ​ເລ​ໃຈ​ໃດໆ​ກ່ຽວ​ກັບ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຈະ​ຕອບ​ໂຕ້​ຄືນ​ຕໍ່ພວກ​ທີ່ມອງ​ເຫັນ​ວ່າ​ເປັນ​ສັດ​ຕູ ຢູ່​ໃນ​ຄະ​ດີ​ການ​ຟ້ອງ​ຮ້ອງ. ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ​ທ່ານ​ນາງ​ສ​ເຕ​ຟາ​ນີ ກ​ຣິ​ສ​ແຮມ ກ່າວ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້​ວ່າ ທ່ານ​ທ​ຣຳ ມີ​ຄວາມ​ດີ​ໃຈ​ທີ່​ມັນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ແລະ “ບາງ​ທີ​ຜູ້​ຄົນ​ຄວນ​ຖືກ​ລົງ​ໂທດ.”

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່​າ ການ​ປົດ​ທ່ານ​ວິນ​ແມນແມ່ນ “​ການ​ຕອບ​ໂຕ້​ທີ່ຈະ​ແຈ້ງ​ແລະ​ບໍ່​ອາຍ​ທີ່​ສະ​ແດງໃຫ້​ເຫັນ​ເຖິງ​ຄວາມ​ຢ້ານ​ກົວ ​ຂອງ​ປະ​ທານ​າ​ທິ​ບໍ​ດີ​ ຕໍ່​ຄວາມ​ຈິງ. ຄວາມ​ອາ​ຄາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ຄື​ສິ່ງ ​ທີ່​ພາ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ສົມ​ບູນ​ໃນ​ການ​ປິດ​ບັງ​ຂອງ​ທ່ານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG