ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ປະກາດ “ສົງຄາມປະຊາຊົນ” ຕໍ່ຕ້ານການລະບາດຂອງໄວຣັສໂຄໂຣນາ ໃນຂະນະທີ່ໂຕເລກຜູ້ເສຍຊີວິດເພີ້ມຂຶ້ນນຳນັບມື້.
ອົງການຂ່າວຊິນຫົວຂອງທາງການຈີນ ໄດ້ອ້າງຄຳເວົ້າ ຂອງທ່ານປະທານປະເທດສີ ທີ່ກ່າວວ່າ “ທົ່ວທັງປະເທດໄດ້ຕອບຮັບພ້ອມດ້ວຍທຸກທ່າແຮງເພື່ອຮັບມືຢ່າງທົ່ວເຖິງແລະເອົາມາດຕະການປ້ອງກັນແລະຄວບຄຸມຢ່າງເຄັ່ງຄັດ ເລີ້ມເຮັດສົງຄາມປະຊາຊົນເພື່ອປ້ອງກັນແລະຄວບຄຸມໂຣກລະບາດນີ້."
ເຈົ້າໜ້າທີ່ໃນແຂວງຮູເບ ບ່ອນທີ່ການລະບາດເລີ້ມຂຶ້ນນັັ້ນ ລາຍງານວ່າ ມີຜູ້ເສຍຊີວິດຕື່ມອີກ 69 ຄົນ ໃນຕອນເຊົ້າວັນສຸກມື້ນີ້ ເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດຍ້ອນເຊື້ອໄວຣັສດັ່ງກ່າວ ເພີ້ມຂຶ້ນເປັນຫຼາຍກວ່າ 630 ຄົນແລ້ວ. ນອກນັ້ນ ພວກເຈົ້າໜ້າທີ່ຍັງເວົ້າວ່າ ມີ 2,500 ກໍລະນີໃໝ່ ຊຶ່ງເຮັດໃຫ້ຜູ້ຕິດເຊື້ອທັງໝົດເພີ້ມຂຶ້ນເປັນຫຼາຍກວ່າ 30,000 ຄົນ.
ອົງການອະນາໄມໂລກກ່າວວ່າ ຍັງເປັນການໄວເກີນໄປທີ່ຈະໃຫ້ການຢືນຢັນໄດ້ກ່ຽວກັບຄວາມເຊື່ອຂອງເຈົ້າໜ້າທີ່ຈີນຄົນນຶ່ງທີ່ເວົ້າວ່າ ການລະບາດໄດ້ມາຮອດຈຸດສູງສຸດແລ້ວ.
ນອກນັ້ນ ຍັງມີອີກ 150 ກໍລະນີທີ່ໄດ້ຮັບການຢືນຢັນຢູ່ໃນຢ່າງໜ້ອຍ 23 ປະເທດ ຮວມທັງມີຜູ້ນຶ່ງເສຍຊີວິດຢູ່ຟີລິບປິນ ຊຶ່ງເປັນກໍລະນີເສຍຊີວິດທຳອິດ ຢູ່ນອກປະເທດຈີນ ແລະອີກຜູ້ນຶ່ງເສຍຊີວິດຢູ່ຮົງກົງ.
ທ່ານໝໍຈີນ ຊຶ່ງໄດ້ເປີດເຜີຍການປິດບັງ ດ້ວຍການເຕືອນໃຫ້ລະມັດລະວັງກ່ຽວກັບການລະບາດຂອງເຊື້ອໄວຣັສ ໄດ້ເສຍຊີວິດແລ້ວທີ່ເມືອງວູຮານ. ທ່ານໝໍຫຼີ ເຫວິນຫລຽງ ອາຍຸ 34 ປີ ໄດ້ຖືກປະກາດວ່າເສຍຊີວິດ ໃນຕອນເຊົ້າວັນສຸກມື້ ນີ້ ຕາມເວລາໃນທ້ອງຖິ່ນ ອີງຕາມລາຍງານຂອງໜັງສືພິມ Global Times ທີ່ຄວບຄຸມໂດຍພັກຄອມມູນິສ.
ຕຳຫຼວດໄດ້ກ່າວຫາທ່ານຫຼີ ເຫວິນຫລຽງ ວ່າ “ປ່ອຍຂ່າວລືທາງອິນເຕີແນັດ” ແລະ “ໄດ້ລົບກວນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຮ້າຍແຮງ.”
ກໍລະນີການຕິດເຊື້ອ ມາຮອດເວລານີ້ ແມ່ນຮວມທັງ 61 ຄົນຢູ່ເທິງເຮືອສຳລານໄອອາມັນ ປຣິນແຊັສ (Diamond Princess) ທີ່ຈອດຢູ່ນອກຝັ່ງຍີ່ປຸ່ນ. ຜູ້ໂດຍສານຢູ່ເທິງເຮືອ 3,700 ຄົນ ພ້ອມທັງລູກເຮືອ ໄດ້ຖືກກັກບໍລິເວນໃຫ້ຢູ່ໃນບ່ອນພັກເທິງເຮືອສຳລານເປັນ ເວລາ 14 ມື້ ຊຶ່ງເປັນໄລຍະຟັກຕົວຂອງເຊື້ອພະຍາດ.
ຜູ້ໂດຍສານແລະລູກເຮືອ 3,600 ກວ່າຄົນ ໄດ້ຖືກກັກບໍລິເວນຢູ່ໃນກຳປັ່ນອີກລຳນຶ່ງ ນອກຝັ່ງຮົງກົງ ຫຼັງຈາກຜູ້ໂດຍສານ 3 ຄົນ ຈາກເຮືອຖ້ຽວກ່ອນກວດພົບວ່າ ຕິດເຊື້ອໄວຣັສດັ່ງກ່າວ.