ອົງການສັນຕິບານກາງຫຼື FBI ຂອງສະຫະລັດ ໄດ້ທຳການສືບສວນປະມານ 1,000 ກໍລະນີເບິ່ງພວກຊາວຈີນທີ່ມີການສົງໄສວ່າ ລັກຂະໂມຍຊັບສິນທາງດ້ານສະຕິປັນຍາຂອງສະຫະລັດ ຊຶ່ງຫຼາຍໆກໍລະນີຄາດວ່າ ຈະພາໃຫ້ມີການກ່າວຫາສ່ວນບຸກຄົນແລະບໍລິສັດ ພາຍໃນທ້າຍປີນີ້ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ປະຕິບັດກົດໝາຍສະຫະລັດ ໃນວັນພະຫັດວານນີ້.
ການສືບສວນດັ່ງກ່າວ ແມ່ນພົວພັນກັບຫ້ອງການສະໜາມຂອງອົງການ FBI ທັງໝົດ 56 ແຫ່ງໃນທົ່ວປະເທດແລະກວມເອົາທຸກໆອຸດສາຫະກຳແລະທຸກໆພາກສ່ວນຂອງເສດຖະກິດສະຫະລັດ ນັບແຕ່ບໍລິສັດຂະໜາດໃຫຍ່ສຸດ 100 ບໍລິສັດ ຕະຫຼອດເຖິງບໍລິສັດເລີ້ມກິດຈະການໃໝ່ໃນເຂດຮ່ອມພູຊີລີກອນ ອີງຕາມຄຳເວົ້າຂອງຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ເວຣ.
ທ່ານເວຣ ໃຫ້ຄວາມເຫັນດັ່ງກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຍຸຕິທຳກ່ຽວກັບການຂໍ້ລິເລີ້ມເພື່ອປາບປາມຈາລະກຳທາງດ້ານເສດຖະກິດຂອງຈີນ ໂດຍເວົ້າວ່າ “ພວກເຂົາບໍ່ໄດ້ແນເປົ້າໝາຍໃສ່ ແຕ່ບັນດາບໍລິສັດຢູ່ໃນພາກສ່ວນປ້ອງກັນປະເທດເທົ່ານັ້ນ. ພວກເຂົາຍັງໄດ້ແນເປົ້າໝາຍໃສ່ການຄົ້ນຄວ້າທີ່ກ້າວໜ້າທັນສະໄໝທີ່ມະຫາວິທະຍາໄລຂອງພວກເຮົາ.”
ການສືບສວນທີ່ພົວພັນກັບຈີນຂອງອົງການ FBI ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະສອງທົດທະວັດທີ່ຜ່ານມາ ແລະເວລານີ້ ແມ່ນມາເຖິງຈຸດທີ່ສູງສຸດ ອີງຕາມທ່ານຈອນ ບຣາວນ໌ ຮອງຜູ້ອຳນວຍການອົງການ FBI ຮັບຜິດຊອບໜ່ວຍຕໍ່ຕ້ານການສືບລັບ. ການຈັບກຸມທີ່ພົວພັນກັບຈີນ ກໍມີຈຳນວນເພີ້ມຂຶ້ນໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້. ໃນຮອບປີທີ່ແລ້ວ ອົງການ FBI ໄດ້ຈັບ 24 ຄົນ ໃນກໍລະນີທີ່ພົວພັນກັບຈີນ ເພີ້ມຈາກ 15 ຄົນ ເມື່ອຫ້າປີກ່ອນ ອີງຕາມຂໍ້ມູນຂອງອົງການ FBI. ສຳລັບໃນສົກປີນີ້ ອົງການ FBI ເວົ້າວ່າ ມີການຈັບກຸມແບບດຽວກັນນີ້ແລ້ວ 19 ຄົນ.
ທ່ານບຣາວນ໌ ກ່າວວ່າ “ແນ່ນອນ ຈາກຈຳນວນກໍລະນີທີ່ເພີ້ມຂຶ້ນ ພວກເຮົາໄດ້ບັນລຸການລົບກວນເທົ່າທີ່ເຄີຍມີມາກວ່າແຕ່ກ່ອນ."
ຂໍ້ລິເລີ້ມເພື່ອປາບປາມຈາລະກຳທາງດ້ານເສດຖະກິດຂອງຈີນໂດຍກະຊວງຍຸຕິທຳ ໄດ້ເປີດເຜີຍໃຫ້ຊາບເມື່ອເດືອນພະຈິກປີ 2018 ເພື່ອຮັບມື ກັບການຈາລະກຳທາງດ້ານເສດຖະກິດຂອງຈີນທີ່ເພີ້ມທະວີຂຶ້ນ ໃນຂະນະທີ່ວໍຊິງຕັນແລະປັກກິ່ງ ພົວພັນສົງຄາມການຄ້າແລະການເກັບພາສີເປັນເວລາຫຼາຍໆເດືອນທີ່ຄ່ອຍເຢັນລົງໂດຍການເຊັນຂໍ້ຕົກລົງຂັ້ນຕົ້ນລະຫວ່າງປະເທດທັງສອງໃນເດືອນແລ້ວນີ້. ນັບແຕ່ໄດ້ເລີ້ມມາ ກະຊວງຍຸຕິທຳໄດ້ກ່າວຫາ ກ່ຽວກັບການຈະລະກຳທາງດ້ານເສດຖະກິດຂອງຈີນ 10 ກວ່າກໍລະນີແລ້ວ.