ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ໃຫ້​ການ​ຢືນ​ຢັນ ກ່ຽວ​ກັບ ການ​ເສຍ​ຊີ​ວິດ ຂອງ​ຜູ້​ນຳ ເຄືອ​ຂ່າຍອາ​ລ​ກາ​ອີ​ດາ ໃນ​ເຢ​ເມນ


ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ຂອງ​ກະ​ຊວງ​ພາຍ​ໃນ​ເຢ​ເມນ ເມື່ອ​ວັນ​ທີ 15 ປີ 2010 ທີ່​ສະ​ແດງ​ໃຫ້​ເຫັ​ນ​ເຖິງ​ຄວາມ​ແຕກ​ຕ່າງ ລະ​ຫວ່າງ ​ຮູບ​ຂອງ​ທ້າວ​ກາ​ຊິມ ອາ​ລ-ຣ​ີ​ມີ ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ​ຂອງ​ກຸ່ມ AQAP.
ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ຂອງ​ກະ​ຊວງ​ພາຍ​ໃນ​ເຢ​ເມນ ເມື່ອ​ວັນ​ທີ 15 ປີ 2010 ທີ່​ສະ​ແດງ​ໃຫ້​ເຫັ​ນ​ເຖິງ​ຄວາມ​ແຕກ​ຕ່າງ ລະ​ຫວ່າງ ​ຮູບ​ຂອງ​ທ້າວ​ກາ​ຊິມ ອາ​ລ-ຣ​ີ​ມີ ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ​ຂອງ​ກຸ່ມ AQAP.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ພະ​ຫັດ​ວານນີ້​ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ນຳ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ໃນ​ການໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ ​ຢູ່​ປະ​ເທດ​ເຢ​ເມນ.

ທ່ານ​ທ​ຣຳ​ກ່າວ​ວ່າ ສະ​ຫະ​ລັດ​ໄດ້​ປ​ະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ປະ​ຕິ​ງານ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ຊຶ່ງ​ໄດ້​ສັງ​ຫານ ​ທ້າວ​ກາ​ຊິມ ອາ​ລ-ຣີ​ມີ (Qasim al-Rimi) ຜູ້​ກໍ່​ຕັ້ງ ພ້ອມ​ທັງ​ເປັນ​ຜູ້​ນຳ​ກຸ່ມ​ອາ​ລ​ກາ​ອີ​ດາ ໃນ​ແຫຼມ​ອາ​ຣັບ ທີ່​ເອີ້ນ​ຫຍໍ້​ວ່າ AQAP ຊຶ່ງ​ເປັນ​ສາ​ຂາ​ນຶ່ງ​ຂອງ​ກຸ່ມກໍ່​ການ​ຮ້າຍ​ດັ່ງ​ກ່າວ. ​ລາວ​ເປັນ​ຮອງ​ທ້າວ​ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ຜູ້​ນຳ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ.

ທ່ານ​ທ​ຣຳ​ກ່າວ​ວ່າ “ພາຍ​ໃຕ້​ທ້າວ​ຣີ​ມີ ກຸ່ມ​ອາ​ລ​ກາ​ອີ​ດາ​ໃນ​ແຫຼມ​ອາ​ຣັບ ໄດ້​ກໍ່​ຄວາ​ມ​ຮຸນ​ແຮງ​ແບບ​ບໍ່​ມີ​ສາ​ມັນ​ສຳ​ນຶກ​ຕໍ່​ພົນ​ລະ​ເຮືອນ​ໃນ​ປະ​ເທດ​ເຢ​ເມນ ຊອກ​ຫາທາງ ​ທີ່​ຈະ​ທຳ​ການ​ແລະ​ປຸກ​ລະ​ດົມ​ໃຫ້​ມີ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ​ຕໍ່​ສະ​ຫະ​ລັດ ​ແລະ​ກຳ​ລັງ​ຂອງ​ພວກ​ເຮົາ. ການ​ເສຍ​ຊີ​ວິດ​ຂອງລາວ ​ຍິ່ງ​ເຮັດໃຫ້​ກຸ່ມ​ອາ​ລ​ກາ​ອີ​ດາ​ໃນ​ແຫຼມອາ​ຣັບແລະ​ກຸ່ມ​ອາ​ລ​ກາ​ອີ​ດາ​ໃນ​ທົ່ວ​ໂລກຊຸດ​ໂຊມລົງ​ຕື່ມ ແລະ​ເຮັດໃຫ້​ພວກ ​ເຮົາມີ​ຄວາມ​ໃກ້​ຄຽງ​ຫຼາຍ​ຂຶ້ນ ​ໃນ​ການ​ກຳ​ຈັດ​ໄພ​ຂົ່ມ​ຂູ່​ຂອງ​ກຸ່ມ​ເຫຼົ່າ​ນີ້​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ.”

ທ້າວ​ຣີ​ມີ ​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ໃນ​ຊຸມ​ປີ 1990 ໂດຍ​ເຮັດ​ວຽກ​ໃຫ້​ທ້າວ​ໂອ​ຊາ​ມາ ບິນ​ລາ​ເດັນ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານແລະ​ມີ​ການ​ພົວ​ພັນ​ໃນການ​ວາງ​ແຜນ​ໂຈມ​ຕີ​ທີ່​ແນ​ເປົ້າ​ໝາຍ​ໃສ່​ຄົນ​ອາ​ເມ​ຣິ​ກັນ​ຫຼາຍໆ​ຄັ້ງ.

ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ຣີ​ມີ ແມ່ນ​ການ​ສັງ​ຫານ​ບຸກ​ຄົນ​ສຳ​ຄັນ​ຜູ້​ທີ 3 ຂອງ​ກຸ່ມ​ກໍ່​ການ​ຮ້າຍ ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ລັດ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມານີ້. ໃນ​ເດືອນ​ຕຸ​ລາ ສະ​ຫະ​ລັດ​ກໍ​ໄດ້​ສັງ​ຫານ​ຜູ້​ກໍ່​ຕັ້ງ​ກຸ່ມ​ລັດ​ອິ​ສ​ລາມ ທ້າວ​ອາ​ບູ ບາກເກີ້ ອາ​ລ-ບັກ​ດາ​ດີ ແລະ​ໃນ​ເດືອນ​ມັງ​ກອນ​ຜ່ານ​ມາສະ​ຫະ​ລັດ​ກໍ​ໄດ້​ທຳ​ການ​ໂຈມ ​ຕີ​ທາງ​ອາ​ກາດ ທີ່​ສັງ​ຫານຜູ້​ບັນ​ຊາ​ການ​ຄົນ​ສຳ​ຄັນ​ຂອງ​ອີ​ຣ່ານນາຍ​ພົນ​ກາ​ສ​ເຊັມ ຊູ​ເລ​ມານີ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG