ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າເອັ​ຟ​ບີ​ອາຍ ກ່າວ​ວ່າ ປີ 2019 ເປັນ​ປີ​ທີ່​ມີ​ການ​ໂຈມ​ຕີ ​ຮ້າຍ​ແຮງ​ສຸດ ໂດຍ​ພວກ​ກໍ່​ການ​ຮ້າຍ ພາຍ​ໃນ​ປະ​ເທດ


ຜູ້​ອຳ​ນວຍ​ການ​ອົງ​ການ​ເອັ​ຟ​ບີ​ອາຍ ທ່ານ​ຄ​ຣິ​ສ​ໂຕ​ເຟີ ເວ​ຣ ທີ່​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການສະ​ພາ​ຕ່ຳ ເມື່ອ​ວັນ​ທີ 5 ກຸມ​ພາ 2020.
ຜູ້​ອຳ​ນວຍ​ການ​ອົງ​ການ​ເອັ​ຟ​ບີ​ອາຍ ທ່ານ​ຄ​ຣິ​ສ​ໂຕ​ເຟີ ເວ​ຣ ທີ່​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການສະ​ພາ​ຕ່ຳ ເມື່ອ​ວັນ​ທີ 5 ກຸມ​ພາ 2020.

ຜູ້​ອຳ​ນວຍ​ການ​ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ ທ່ານ​ຄ​ຣິ​ສ​ໂຕ​ເຟີ ເວ​ຣ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ປີ 2019 ເປັນ​ປີ​ທີ່​ມີ​ຄວາມ​ຮ້າຍ​ແຮງ​ສຸດສຳ​ລັບການ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ ນັບຕັ້ງແຕ່​ໄດ້​ມີ​ການ​ໂຈມ​ຕີ​ດ້ວ​ຍ​ລົດ​ບັນ​ທຸກ​ລະ​ເບີດ​ທີ່​ລັດ​ໂອກ​ລາ​ໂຮ​ມາ ໃນ​ປີ 1995 ແລະ​ ທ່ານ​ກ່າວ​ຕື່ມ​ວ່າ​ ທ່ານ​ໄດ້​ຍົ​ກ​ເອົາການປາບ​ປາມ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ມີ​ຈຸດ​ປະ​ສົງ​ທາງ​ດ້ານ​ເຊື້ອ​ຊາດ​ຜິວ​ພັນຂຶ້ນ​ມາ​ເປັນ​ບູ​ລິ​ມະ​ສິດ​ລະ​ດັບ​ຊາດ ສຳ​ລັບ​ຫ້ອງ​ການ​ຂອງ​ທ່ານ.

ທ່ານ​ເວ​ຣ ກ່າວ​ໃນ​ການ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ​ວ່າ “ການ​ໂຈມ​ຕີ​ຈຳ​ນວນ​ນຶ່ງ ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ປີ 2019 ແມ່ນ​ເນັ້ນ​ໃຫ້​ເຫັນ​ເຖິງໄພ​ຂົ່ມ​ຂູ່​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາໂດຍ​ພວກ​ຫົວ​ຮຸນ​ແຮງ​ຈັດ​ພາຍ​ໃນ​ປະ​ເທດແລະ​ພວກກໍ່​ການ​ທີ່​ມີ​ຄວາມ​ຄຽດ​ຊັງ. ອາ​ຊະ​ຍາ​ກຳ​ແບບນີ້ ບໍ່​ໄດ້​ຈຳ​ກັດ ​ຢູ່​ແຕ່​ໃນ​ສະ​ຫະ​ລັດ​ແລະ​ດ້ວຍ​ການ​ຊ່ວຍ​ເຫຼືຶອຜ່ານ​ທາງ​ອິນ​ເຕີ​ແນັດ​ ຈາກ​ກຸ່ມ​ທີ່​ມີ​ຈິດ​ໃຈ​ຄຽດ​ຊັງ​ແບບ​ດຽວ​ກັນ ຈຶ່ງ​ສາ​ມາດ​ຕິດ​ຕໍ່​ຂ້າມ​ຊາຍ​ແດນ​ໄດ້.

ການ​ໂຈມ​ຕີ​ໂດຍ​ພວກ​ຜິວ​ຂາວ​ທີ່​ຖື​ວ່າ​ຕົນ​ເປັນ​ຜູ້​ວິ​ເສດ ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດພາຍ​ໃນ​ປະ​ເທດ​ອື່ນໆ ແມ່ນ​ມີ​ຈຳ​ນວນ​ເພີ້ມ​ຂຶ້ນ ໃນ​ໄລ​ຍະ​ສອງ​ສາມ​ປີຜ່ານ​ມານີ້. ອີງ​ຕາມ​ອົງ​ການ FBI ແລ້ວ ພວກ​ຫົວ​ຮຸນ​ແຮງ​ຈັດ​ພາຍ​ໃນ​ປະ​ເທດ​ໄດ້​ສັງຫານ 39 ຄົນ ໃນ​ການ​ໂຈມ​ຕີ 5 ຄັ້ງ ໃນ​ລະ​ຫວ່າງ​ສົກ​ປີ 2019. ປຽບ​ທຽບ​ໃສ່​ຜູ້​ເຄາະ​ຮ້າຍ 4 ຄົນ ໃນ​ການ​ໂຈມ​ຕີ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຈັດ 4 ຄັ້ງ​ ເມື່ອ​ປີ 2018.

ໃນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ສຸດ​ຕໍ່​ພວກ​ຊາວ​ລາ​ຕີ​ໂນ​ໃນ​ປະ​ຫວັດ​ສາດ​ສະ​ຫະ​ລັດ​ນັ້ນ ໃນ​ເດືອນ​ສິງ​ຫາ​ປີ​ກາຍນີ້ ຄົນ​ຜິວ​ຂາວ​ທີ່​ຖື​ວ່າ​ຕົນ​ເປັນ​ຜູ້​ວິ​ເສດ​ຜູ້​ນຶ່ງ ອາ​ຍຸ 21 ປີ ໄດ້​ສັງ​ຫານ 22 ຄົນ ແລະ​ບາດ​ເຈັບ​ອີກ 24 ຄົນ ທີ່​ຮ້ານ Walmart ໃນ​ເມືອງ​ແອ​ລ​ພາ​ໂຊ ລັດ​ເທັກ​ຊັ​ສ. ໃນ​ເດືອນ​ເມ​ສາ​ປີ​ກາຍຄົນ​ຜິວ​ຂາວ​ຫົວ​ຮຸນແຮງ​ຈັດ​ອີກ​ຜູ້​ນຶ່ງ ກໍ​ໄດ້​ຍິງ​ສັງ​ຫານ​ແບບ​ບໍ່​ເລືອກ​ໜ້າ ທີ່​ວັດ​ຂອງ​ຊາວ​ຢິວ ໃນເມືອງໂພ​ເວ ລັດ​ຄາ​ລີ​ຟໍ​ເນຍ ເຮັດ​ໃຫ້​ຜູ້​ໄປ​ປະ​ຕິ​ບັດ​ສາ​ສະ​ໜາ​ກິດ​ຄົນ​ນຶ່ງ​ເສຍຊີ​ວິດ ແລະ​ອີກ 3 ຄົນ​ບາດ​ເຈັບ.

ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ເມືອງ​ໂອກ​ລາ​ໂຮ​ມາ​ຊີ​ຕີ້ຊຶ່ງ​ໄດ້​ສັງ​ຫານ 168 ຄົນ ​ແລະ​ບາດ​ເຈັບ​ອີກ 680 ຄົນ​ນັ້ນ ແມ່ນ​ຍັງ​ສືບ​ຕໍ່​ເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ສຸດໂດຍ​ພວກ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ ໃນ​ປະ​ຫວັດ​ສາ​ດ​ຍຸກ​ໃໝ່​ຂອງ​ສະ​ຫະ​ລັດ.

ນັບ​ເປັນ​ເວ​ລາ​ຫຼາຍໆ ຫຼັງ​ຈາກ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 11 ເດືອນ 9 ແລ້ວ ອົງ​ການ FBI ແມ່ນ​ໄດ້​ເພັ່ງ​ເລັງ​ໃສ່​ການ​ຕໍ່​ສູ້​ກັບ​ພວກ​ກໍ່​ການ​ຮ້າຍ​ສາ​ກົນ ​ຊຶ່ງຕົ້ນ​ຕໍ​ແມ່ນໄພ​ຂົ່ມ​ຂູ່ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ແລະ​ຫຼັງ​ຈາກນັ້ນ​ກໍ​ແມ່ນ​ການ​ໂຈມ​ຕີໂດຍ​ພວກ​ທີ່​ໄດ້​ຮັບ​ແຮງ​ດົນ​ໃຈ​ ຈາກ​ກຸ່ມ​ລັດ​ອິ​ສ​ລາມ. ຫຼັງ​ຈາກ​ການ​ພັງ​ທະລາຍ​ລົງ ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ແລ້ວ ພວ​ກ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ ຊຶ່ງ​ໃນບາງ​ຄັ້ງ​ບາງ​ຄາວ​ກໍ​ຮຽນ​ແບບ​ໃນ​ກົນ​ລະ​ຍຸດ​ຂອງ​ພວ​ກ​ກໍ່​ການ​ຮ້າຍ​ສາ​ກົນໄດ້​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG