ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ 10 ຄົນ ເທິງ​ເຮືອ​ສຳ​ລານຍີ່​ປຸ່ນ ກວດ​ພົບ​ວ່າ ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ


ເຈົ້າ​ໜ້າ​ທີ່​ຢືນ​ຢູ່​ໃກ້ໆ​ເຮືອສຳ​ລານ Diamond Princess ທີ່​ຈອດ​ຢູ່​ເມືອງ​ທ່າ​ໂຢ​ໂກ​ຮາ​ມາ ໃນ​ພາກ​ໃຕ້​ຍີ່​ປຸ່ນ ເມືອ​ວັນ​ທີ 6 ກຸມ​ພາ 2020.
ເຈົ້າ​ໜ້າ​ທີ່​ຢືນ​ຢູ່​ໃກ້ໆ​ເຮືອສຳ​ລານ Diamond Princess ທີ່​ຈອດ​ຢູ່​ເມືອງ​ທ່າ​ໂຢ​ໂກ​ຮາ​ມາ ໃນ​ພາກ​ໃຕ້​ຍີ່​ປຸ່ນ ເມືອ​ວັນ​ທີ 6 ກຸມ​ພາ 2020.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຍີ​ປຸ່ນ ກ່າວ​ວ່າ ມີ​ອີກ 10 ຄົນ​ ຢູ່​ເທິງ​ເຮືອ​ສຳ​ລານ​ທ່ອງ​ທ່ຽວ​ໄດ້​ຖືກກວດ​ພົບ​ວ່າ ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຊະ​ນິດ​ໃໝ່ ທີ່​ໄດ້​ເຮັດ​ໃຫ້​ຫຼາຍ​ຮ້ອຍ​ຄົນ​ຢູ່​ປະ​ເທດ​ຈີນ​ເສຍ​ຊີ​ວິດ ແລະ​ພາ​ໃຫ້​ມີ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກໃນ​ໂລກ.

ມີ​ທັງ​ໝົດ 20 ຄົນ​ ຢູ່​ເທິງ​ເຮືອ​ສຳ​ລານ Diamond Princess ຂອງ​ຍີ່​ປຸ່ນ​ໄດ້​ຖືກກວດ​ພົບ​ວ່າຕິດ​ເຊື້ອ​ໄວ​ຣັ​ສ ເວ​ລາ​ເຮືອ​ລຳ​ດັ່ງ​ກ່າວ ​ເດີນ​ທາງ​ໄປ​ຮອດ​ເມືອງທ່າ​ໂຢ​ໂກ​ຮາ​ມາ ໃນ​ຕົ້ນ​ອາ​ທິດນີ້. ເຮືອ​ສຳ​ລານ ​ແລະ​ຜູ້​ໂດຍ​ສານຢູ່​ເທິງ​ເຮືອ 3,700 ຄົນ ພ້ອມ​ທັງ​ລູກ​ເຮືອ ໄດ້​ຖືກ​ກັກ​ບໍ​ລິ​ເວນ ຫຼັງ​ຈາກ​ຜູ້​ໂດຍ​ສານ​ຄົນ​ນຶ່ງໄດ້​ອອກ​ຈາກ​ເຮືອ ເວ​ລາ​ເຮືອ​ຈອດ​ຢູ່​ຮົງ​ກົງ​ໃນ​ທ້າຍ​ເດືອນ​ແລ້ວ ຖືກກວດ​ພົບວ່າ ຕິດ​ເຊື້ອ​ໄວ​ຣັ​ສ.

ຢູ່ນອກ​ຝັ່ງ​ຂອງ​ຮົງ​ກົງ ມີ​ຜູ້​ໂດຍ​ສານແລະ​ລູກ​ເຮືອ 3,600 ກວ່າ​ຄົນ ​ໄດ້​ຖືກ​ກັກ​ບໍ​ລິ​ເວນ​ຫຼັງ​ຈາກ​ຜູ້​ໂດຍ​ສານ 3 ຄົນ ຈາກ​ເຮືອ​ຖ້ຽວ​ກ່ອນກວດ​ພົບ​ວ່າ ຕິດ​ເຊື້ອໄວ​ຣັ​ສ​ດັ່ງ​ກ່າວ. ຮົງ​ກົງ ໄດ້​ປິດ​ດ່ານ​ຂ້າມ​ຊາຍ​ແດນ​ທັງທາງ​ບົກແລະ​ທາງນ້ຳຂອງ​ຕົນ​ເກືອບ​ທັງ​ໝົດ ​ກັບ​ຈີນ​ແຜ່ນ​ດິນ​ໃຫຍ່ ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ການ​ແພດຫຼາຍກວ່າ 2,000 ຄົນ ໄດ້​ພາ​ກັນ​ຍ່າງ​ອອກ​ຈາກວຽກ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ ເພື່ອ​ທວງ​ໃຫ້​ອັດດ່ານ​ຂ້າມຊາຍ​ແດນ​ທັງ​ໝົດ. ຮົງ​ກົງ​ໄດ້​ຮັບ​ຜົນ​ກະ​ທົ​ບ​ຢ່າງ​ໜັກຈາກ​ໂຣກ​ລະ​ບົບ​ຫາຍ​ໃຈ​ອັກ​ເສບ​ຮ້າຍ​ແຮງ ຫຼືໂຮກ​ຊາ​ຣ໌​ສ ໃນ​ປີ 2002 ຫາ​ປີ 2003 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍກວ່າ 800 ຄົນ​ນັ້ນ​.

ເຈົ້າ​ໜ້າ​ທີ່​ຈີນ ​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ມີ​ຕື່ມ​ອີກ 73 ຄົນ ໄດ້​ເສຍ​ຊີ​ວິດ​ຍ້ອນ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣນ​າ ເຮັດ​ໃຫ້​ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ຢູ່​ຈີນ​ແຜ່ນ​ດິນ​ໃຫຍ່​ເພີ້ມ​ຂຶ້ນເປັນ 563 ຄົນ ນັບ​ແຕ່​ໄດ້​ມີ​ການ​ຄົ້ນ​ພົບເມື່ອ​ເດືອນ​ທັນ​ວາ​ຜ່ານ​ມາ ​ທີ່​ເມືອງວູ​ຮານ ໃນ​ພາກ​ກາງ​ຂອງ​ຈີນ ຊຶ່ງ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໄດ້​ຖີບໂຕ​ຂຶ້ນ​ກາຍ 25,000 ຄົນ​ແລ້ວ. ນອກນັ້ນ ຍັງ​ມີ​ປະ​ມານ 150 ກໍ​ລະ​ນີ​ໄດ້​ຮັບການ​ຢືນ​ຢັນ​ຢູ່​ໃນ 23 ປະ​ເທດ ຮວມ​ທັງ​ຜູ້​ເສຍ​ຊີ​ວິດ​ຄົນ​ນຶ່ງ​ຢູ່​ຟີ​ລິບ​ປິນ ຊຶ່ງ​ເປັນກໍ​ລະ​ນີ​ຜູ້​ເສຍ​ຊີ​ວິດ​ຄົນ​ທຳ​ອິດ ຢູ່ນອກ​ປະ​ເທດ​ຈີນ.

ໄຕ້​ຫວັນ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ມື້ນີ້ ຫ້າມ​ບໍ່​ໃຫ້​ເຮືອ​ສຳ​ລານ​ທັງ​ໝົດ​ຢຸດ​ແວ່​ທີ່​ເກາະ​ໄຕ້​ຫວັນ.

ຂະ​ນະ​ດຽວ​ກັນ ອົງ​ການ​ອະ​ນາ​ໄມ​ໂລກ ທີ່​ປະ​ກາດ​ໃຫ້​ການ​ລະ​ເບີດ​ຂອງ​ເຊື້ອ​ໄວ​ຣັ​ສ​ເປັນ​ພາ​ວະ​ສຸກ​ເສີນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກນັ້ນ ໄດ້​ຮອງ​ຂໍ​ຄວາມຊ່ວຍ​ເຫຼືອ 675 ລ້ານ​ໂດ​ລາ ເພື່ອ​ຕໍ່​ສູ້​ກັບ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG