ກອງປະຊຸມສູງຂັ້ນຕົ້ນເພື່ອເລືອກເອົາຕົວແທນຂອງພັກເຂົ້າຮ່ວມແຂ່ງຂັນການ ເລືອກຕັ້ງປະທານາທິບໍດີຢູ່ໃນລັດໂອໂອວາ ເປັນການທົດສອບຄັ້ງທຳອິດສຳລັບຄວາມເຂັ້ມແຂງຂອງບັນດາຜູ້ສະໝັກເລືອກຕັ້ງປະທານາທິບໍດີສະຫະລັດຈາກພັກເດໂມແຄຣັດໃນການທ້າທາຍຕໍ່ປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນການເລືອກຕັ້ງປີ 2020 ໄດ້ປະສົບກັບອຸບປະສັກທີ່ໜ້າອັບອາຍໃນຄືນວັນຈັນວານນີ້ ເມື່ອພັກເດໂມແຄຣັດປະຈຳລັດດັ່ງກ່າວ ບໍ່ສາມາດລາຍງານແມ່ນແຕ່ ກ່ຽວກັບການລົງຄະແນນສຽງໄດ້ຫລັງຈາກການລົງຄະແນນສຽງປິດລົງຫລາຍຊົ່ວໂມງແລ້ວ.
ບັນດາເຈົ້າໜ້າທີ່ຂອງພັກດັ່ງກ່າວ ໃຫ້ເຫດຜົນວ່າ ເປັນຍ້ອນມີການຊັກຊ້າໃນ ການສົ່ງລາຍງານຈຳນວນລວມຂອງຜົນການລົງຄະແນນສຽງຢູ່ໃນເຂດຕ່າງໆ ຢູ່ທົ່ວລັດ ແລະເວົ້າວ່າ ພວກເພິ່ນຄາດວ່າຈະມີ “ລາຍງານກ່ຽວກັບຈຳນວນຄະແນນສຽງ" ອອກມາໃຫ້ຮູ້ໃນຕອນໃດຕອນນຶ່ງຂອງວັນອັງຄານມື້ນີ້.
"ພວກເຮົາໄດ້ກວດຄືນເບິ່ງຂໍ້ມູນທຸກໆອັນທີ່ພວກເຮົາໄດ້ຮັບເພື່ອຈະເອົາມາປຽບໃສ່ກັບບົດບັນທຶກຕິດຕາມທີ່ຂຽນດ້ວຍເຈ້ຍ ດ້ວຍສໍຂອງພວກເຮົາ. ລະບົບອັນນັ້ນ ແມ່ນໃຊ້ເວລາດົນກວ່າຄາດຄິດໄວ້ ແລະມັນມີໄວ້ເພື່ອຮັບປະກັນວ່າ ພວກເຮົາ ໃນທີ່ສຸດກໍສາມາດລາຍງານຜົນການລົງຄະແນນສຽງດ້ວຍຄວາມໝັ້ນໃຈຢ່າງເຕັມປ່ຽມ," ນັ້ນຄືຄຳເວົ້າຂອງທ່ານ ທຣອຍ ພຣາຍສ໌ (Troy Price) ປະທານພັກເດໂມແຄຣັດຂອງລັດໄອໂອວາ ທີ່ກ່າວຢູ່ໃນຖະແຫລງການອັນນຶ່ງຕໍ່ພວກນັກຂ່າວ.
ໂດຍທີ່ບໍ່ມີຜົນການລົງຄະແນນສຽງອອກມາເມື່ອປະຕິທິນເລີຍກາຍມາເປັນວັນອັງຄານແລ້ວ ບັນດາຜູ້ສະໝັກເລືອກຕັ້ງກໍບໍ່ສາມາດເຮັດອັນໃດໄດ້ຫລາຍ ນອກຈາກໄປຢືນຢູ່ຕໍ່ໜ້າພວກສະໜັບສະໜູນຂອງຕົນທີ່ໂຮແຊວຢູ່ ແລະສະແດງໃຫ້ເຫັນຄວາມຮູ້ສຶກໄປໃນແງ່ບວກ ທ່າມກາງຄວາມບໍ່ແນ່ນອນ.
ແຕ່ວ່າ ການແຂ່ງຂັນອັນນຶ່ງທີ່ມີຖານະສຳຄັນໃນການກຳນົດຫາງສຽງຂອງການໂຄສະນາຫາສຽງ ແລະປະເມີນຄວາມສາມາດຢູ່ລອດຂອງບັນດາຜູ້ສະໝັກເລືອກຕັ້ງຢູ່ໃນສະໜາມແຂ່ງຂັນທີ່ມີຄົນເຂົ້າຮ່ວມຢ່າງຄັບຄາໜາແໜ້ນອັນນຶ່ງ, ການຂາດຄວາມຮູ້ສຶກຢ່າງເປັນທາງການກ່ຽວກັບວ່າໃຜເປັນຜູ້ຊະນະ ຫລືໃຜເປັນຜູ້ແພ້ ກໍໝາຍຄວາມວ່າ ພວກທີ່ໄດ້ຮັບຄະແນນສູງກວ່າໝູ່ນັ້ນ ບໍ່ມີຄວາມສາມາດແບບປົກກະຕິ ທີ່ຈະຄວ້າເອົາໄຊຊະນະ ແລະເອົາແຮງຜັກດັນທີ່ຕາມມານັ້ນ ໃນການມຸ້ງໜ້າໄປຍັງການເລືອກຕັ້ງຂັ້ນທຳອິດຢູ່ໃນລັດນິວແຮມເຊີໃນອາທິດໜ້ານີ້. ບັນດາຜູ້ສະໝັກເລືອກຕັ້ງທັງຫລາຍພາກັນບິນອອກຈາກລັດໄອໂອວາໃນຕອນເດິກຂອງວັນອັງຄານມື້ນີ້ ເພື່ອເລີ້ມການໂຄສະນາຫາສຽງຢູ່ທີ່ນັ້ນ ໂດຍທີ່ບໍ່ຮູ້ຜົນຂອງການລົງຄະແນນສຽງຂອງໄອໂອວາເລີຍ.
"ປະຫວັດສາດຂອງກອງປະຊຸມເພື່ອເລືອກເອົາຕົວແທນຂອງພັກເຂົ້າຮ່ວມແຂ່ງຂັນການເລືອກຕັ້ງປະທານາທິບໍດີ ກໍຄືຜູ້ສະໝັກເລືອກຕັ້ງທີ່ເຮັດໄດ້ດີເກີນຄວາມຄາດຫວັງໄວ້ ມັກຈະເປັນຢູ້ທີ່ໄດ້ຮັບຄວາມສົນໃຈ ແລະໄດ້ຮັບແຮງສະໜັບສະໜຸນພຸ້ງສູງຂຶ້ນຢ່າງແທ້ຈິງຢູ່ໃນການລົງຄະແນນສຽງຢູ່ໃນລັດອື່ນໆ ໃນເວລາຕໍ່ມາ. ແຕ່ວ່າ ແນ່ນອນ ຖ້າພວກເຮົາບໍ່ຮູ້ວ່າ ພວກເຂົາເຈົ້າໄດ້ຮັບຄະແນນສຽງຫລາຍປານໃດ ພວກເຮົາກໍບໍ່ຮູ້ວ່າມີໃຜແດ່ ທີ່ສາມາດເຮັດໄດ້ດີເກີນຄາດ ແລະແມ່ນໃຜທີ່ເຮັດຂີ້ຮ້າຍເກີນຄາດ ໄດ້," ນັ້ນຄືຄຳເຫັນຂອງທ່ານ ເດວິດ ເຣດລໍສຄ໌ (David Redlawsk), ອາຈານສອນວິຊາວິທະຍາສາດການເມືອງທີ່ ມະຫາວິທະຍາໄລເດລາແວຣ (Delaware). ທ່ານກ່າວຕໍ່ໄປວ່າ "ສະນັ້ນ ຄັນເປັນຈັ່ງຊັ້ນແລ້ວ, ກອງປະຊຸມຢູ່ໃນລັດນິວແຮມເຊີ (New Hampshire) ກໍຍັງແຕ່ 8 ມື້ເທົ່ານັ້ນ ກໍຈະຮອດແລ້ວ ເຖິງແມ່ນວ່າພວກເຮົາໄດ້ຮັບຜົນການລົງຄະແນນສຽງຈຳນວນນຶ່ງຈາກໄອໂອວາ ຜົນຂອງການລົງຄະແນນສຽງເຫລົ່ານັ້ນອາດຈະໝົດຄວາມສຳຄັນໄປຢ່າງວ່ອງໄວຫລາຍ.”