ລັດຖະບານປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດໃນວັນສຸກວານນີ້ວ່າ ຕົນຈະຕັດຈຳນວນພວກຄົນເຂົ້າເມືອງທີ່ຖືກຕ້ອງຕາມກົດໝາຍຈາກອີກ 6 ປະເທດທີ່ເຈົ້າໜ້າທີ່ກ່າວວ່າ ບໍ່ໄດ້ມາດຕະຖານທາງດ້ານຄວາມໝັ້ນຄົງ ອັນເປັນສ່ວນນຶ່ງໃນການຊຸກຍູ້ ເພື່ອໃຫ້ມີການຈຳກັດຮັດແຄບເພີ້ມຕື່ມຕໍ່ພວກຄົນເຂົ້າເມືອງໃນປີການເລືອກຕັ້ງ ອີງຕາມລາຍງານຂອງອົງການຂ່າວເອພີ.
ເຈົ້າໜ້າທີ່ກ່າວວ່າ ພວກຄົນເຂົ້າເມືອງຈາກກາຊັກສະຖານ ມຽນມາ ເອຣິເທຣຍ ໄນຈີເຣຍ ຊູດານ ແລະແທນຊາເນຍ ຈະປະເຊີນກັບການຈຳກັດຮັດແຄບໃໝ່ໃນການຂໍວີຊາບາງຊະນິດ ເພື່ອເຂົ້າມາໃນສະຫະລັດ. ແຕ່ບໍ່ແມ່ນການຫ້າມໃນການເດີນທາງທັງໝົດ ບໍ່ຄືກັນກັບຄວາມພະຍາຍາມຂອງປະທານາທິບໍດີທຣຳໃນເມື່ອກ່ອນ ທີ່ໄດ້ກໍ່ໃຫ້ເກີດຄວາມໂກດແຄ້ນ ຢູ່ໃນທົ່ວໂລກ ທີ່ໄດ້ແນໃສ່ຊາວມຸສລິມຢ່າງບໍ່ເປັນທຳນັ້ນ.
ເປັນທີ່ຄາດກັນວ່າ ທ່ານທຣຳຈະລົງນາມໃນຄຳປະກາດການຈຳກັດຮັດແຄບດັ່ງກ່າວໃນວັນສຸກວານນີ້ ແລະການຈຳກັດດັ່ງກ່າວຈະເລີ້ມມີຜົນບັງຄັບໃຊ້ໃນວັນທີ 21 ກຸມພາຈະມານີ້.
ການປະກາດດັ່ງກ່າວ ມີຂຶ້ນໃນຂະນະທີ່ທ່ານທຣຳ ພະຍາຍາມຊຸກຍູ້ການປາບປາມພວກຄົນເຂົ້າເມືອງຂອງລັດຖະບານ ຊຶ່ງໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນກ່ຽວກັບບັນຫາທີ່ເປັນລາຍເຊັນຂອງທ່ານ ຊຶ່ງໄດ້ດດຶງດູດເອົາພວກສະໜັບສະໜຸນທ່ານໃນການເລືອກຕັ້ງປີ 2016 ແລະຫວັງວ່າ ຈະມີຜົນແບບດຽວກັນໃນການເລືອກຕັ້ງໃນເດືອນພະຈິກປີນີ້.