ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ເທດຕ່າງໆ ​ກຳ​ລັງ​ເອົາ​ບາດກ້າວ ​ທີ່​ແຕກ​ຕ່າງ​ກັນ ໃນ​ການ​ຕໍ່​ສູ້ ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ


ປະ​ຕູ​ຂ້າມແມ່​ນ້ຳ​ຢາ​ລູ ຢູ່​ເບື້ອງ​ປະ​ເທດ​ຈີນ​ປິດ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ເກົາ​ຫຼີ​ເໜືອ ລະ​ຫວ່າງ​ເມືອງ ຈີ​ອັນ ແລະ​ລິນ​ຈຽງ ​ວັນ​ທີ 21 ພະ​ຈິກ 2017.
ປະ​ຕູ​ຂ້າມແມ່​ນ້ຳ​ຢາ​ລູ ຢູ່​ເບື້ອງ​ປະ​ເທດ​ຈີນ​ປິດ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ເກົາ​ຫຼີ​ເໜືອ ລະ​ຫວ່າງ​ເມືອງ ຈີ​ອັນ ແລະ​ລິນ​ຈຽງ ​ວັນ​ທີ 21 ພະ​ຈິກ 2017.

ບັນ​ດາ​ປະ​ເທດຕ່າງໆ​ຢູ່ໃນ​ທົ່ວ​ໂລກ ​ກຳ​ລັງ​ພາ​ກັນ​ເອົາ​ບາດກ້າວ​ທີ່​ແຕກ​ຕ່າງ​ກັນ ເພື່ອ
​ປ້ອງ​ກັນການ​ລະ​ບ​າດຂອງໄວ​ຣັ​ສ​ໂຄ​ໂຣ​ນາໃນ​ປະ​ເທດ​ຈີນ ບໍ່​ໃຫ້​ແຜ່​ຜາຍ​ໄປສູ່​ປະ​ເທດ​
ອື່ນ ໂດຍ​ທີ່​ປະ​ເທດ​ຈຳ​ນວນ​ນຶ່ງ​ໄດ້ອອກ​ຄຳ​ສັ່ງຫ້າມ​ບໍ່​ໃຫ້​ຄົນສັນ​ຊາດ​ຈີນ​ເຂົ້າ​ປະ​ເທດ
ພ້ອມ​ດ້ວຍ​ປະ​ເທດ​ອື່ນໆ​ ໄດ້​ອອກ​ຄຳເຕືອນ​ໃນ​ການເດີນ​ທາງ ຫຼື​ຕັ້ງ​ບ່ອນ​ກັກບໍ​ລິ​ເວນ​ຂຶ້ນ.

ໃນ​ຂະ​ນະ​ທີ່​ເກືອບ​ທັງ​ໝົດ​ປະ​ມານ 11,000 ກໍ​ລະ​ນີ​ໃນ​ການ​ຕິດ​ເຊື້ອໄວ​ຣັ​ສ ​ແມ່ນຈຳ​ກັດ​
ຢູ່​ໃນ​ປະ​ເທດ​ຈີນ ​ແຕ່​ມີ​ລາຍ​ງານວ່າ ຫຼາຍກວ່າ 100 ຄົນ​ທີ່ໄດ້​ຕິດ​ແປດ​ ຢູ່ ນອກ​ປະ​ເທດ.
ລາຍ​ຊື່​ຂອງ​ປະ​ເທດ​ຕ່າງໆ​ທີ່​ໄດ້​ຮັບການ​ຢືນ​ຢັນ​ກ່ຽວ​ກັບ​ກໍ​ລະ​ນີ​ຕິດເຊື້ອ ກຳ​ລັງ​ເພີ້ມ​ຂຶ້ນ

ທຸກໆ​ມື້ ແລະ​ປັດ​ຈຸ​ບັນ​ນີ້​ແມ່ນ​ຮວມ​ທັງ ອອ​ສ​ເຕ​ຣ​ເລຍ ກຳ​ປູ​ເຈຍ ອິນ​ເດຍ ຍີ່​ປຸ່ນ ມາ​ເລ​
ເຊຍເນ​ປາລ ຟິ​ລິບ​ປິນ ສິງ​ກະ​ໂປ ເກົາ​ຫຼີ​ໃຕ້ ສ​ຣີ​ລັງ​ກາ ໄຕ້​ຫວັນ ໄທ ຫວຽດ​ນາມ ກາ​ນາ​
ດາ ສະ​ຫະ​ລັດ ອັງ​ກິດ ຟິ​ນ​ແລນ ຝ​ຣັ່ງ ເຢຍ​ຣະ​ມັນ ອີ​ຕາ​ລີ ຣັດ​ເຊຍ ສະ​ວີ​ເດັນ ແລະ
​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ.

ການ​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ຂອງ​ເຊື້ອ​ໄວ​ຣັ​ສໃນ​ເວ​ລາ​ພຽງ 2 ເດືອນ​ເທົ່າ​ນັ້ນ​ໄດ້ພາ​
ໃຫ້​ອົງ​ການອະ​ນາ​ໄມ​ໂລກ (WHO) ປະ​ກາດ​ວ່າ ການ​ລະ​ບາດ​ດັ່ງ​ກ່າວ ​ເປັນພາ​ວະ​
ສຸກ​ເສີນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ໂດຍ​ທີ່​ທາງ​ອົງ​ການ​ໄດ້​ອ້າງເຖິງ​ຄວາມ​
ຢ້ານ​ກົ​ວ​ໃນ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ດັ່ງ​ກ່າວ ​ໄປ​ສູ່​ບັນ​ດາ​ປະ​ເທດ​ທີ່ທຸກ​ຍາກ ທີ່​ອາດ
​ເຮັດ​ໃຫ້​ປະ​ເທດ​ເຫຼົ່າ​ນັ້ນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຂຶ້ນ​ທີ່​ຈະຄວບ​ຄຸ​ມ​ມັນ​ໄດ້. ຢູ່​
ຈີນມີ 258 ຄົນ​ໄດ້​ເສຍ​ຊີ​ວິດ​ແລ້ວ ຈາກ​ເຊື້ອ​ໄວ​ຣັ​ສນີ້ ແຕ່​ມາຈົນ​ຮອດ​ປັດ​ຈຸ​ບັນ ຍັງ​ບໍ່​ມີ
​ລາຍ​ງານກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຢູ່ນອກ​ປະ​ເທດ​ຈີນ​ເທື່ອ.

ອົງ​ການ​ອະ​ນາ​ໄມ​ໂລກ (WHO) ກ່າວ​ວ່າ ຕົນບໍ່​ໄດ້​ແນ​ະ​ນຳ​ໃຫ້ປະ​ເທດ​ຕ່າງໆ​ຢູ່​ໃນ
ທົ່ວ​ໂລກ ​ເລີ້ມການ​ຫ້າມ​ເດີນ​ທາງ ຫຼື​ຄ້າ​ຂາຍ​ກັບ​ປະ​ເທດ​ຈີນ ແຕ່​ວ່າ​ຄຳ​ແນະ​ນຳ​ນັ້ນບໍ່
​ໄດ້​ຢຸດ​ຢັ້ງ​ຫຼາຍ​ສິບ​ປະ​ເທດ​ຈາກ​ການ​ອອກ​ຂໍ້​ຈຳ​ກັດ​ຈຳ​ນວນ​ນຶ່ງ.

ມາດ​ຕະ​ການ​ຫ້າມ​ທີ່​ແຮງ​ສຸດ​ທີ່​ໄດ້​ມີ​ການ​ເອົາ​ແມ່ນຮວມ​ທັງ​ການ​ຫ້າມ​ເດີນ​ທາງ​ຂອງ
ຄົນສັນ​ຊາດ​ຈີນ.

ສະ​ຫະ​ລັດ​ໄດ້​ປະ​ກາດ​ໃນ​ວັນ​ສຸກວານ​ນີ້​ວ່າ ​ຊາວ​ຕ່າງ​ປະ​ເທດ​ຄົນ​ໃດທີ່​ໄດ້​ເດີ​ນ​ທາງ​
ໄປ​ປະ​ເທດ​ຈີນ​ຫວ່າງ​ມໍ່ໆ​ມາ​ນີ້ ຈະ​ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ມາ​ປະ​ເທດ ຍົກ​ເວັ້ນແຕ່​ວ່າຜູ້​
ເດີນ​ທາງ​ເຫຼົ່າ​ນັ້ນ​ມີ​ສະ​ມາ​ຊິກໃນຄອບ​ຄົວ​ເປັນ​ຄົນ​ສັນ​ຊາດ​ສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG