ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະ​ກາດ ພາ​ວະ​ສຸກ​ເສີນ ແລະ​ຈຳ​ກັດ ການ​ເຂົ້າ​ປະ​ເທດ ຄັ້ງ​ໃໝ່ ຍ້ອນ​ເຊື້ອ​ໄວ​ຣັ​ສ


ແມ່​ຍິງ​ຄົນ​ນຶ່ງ ທີ່​ບໍ່​ຍອມບອກ​ຊື່ ໃສ່​ໜ້າ​ກາກ ໃນ​ວັນ​ພະ​ຫັດ​ ທີ 30 ມັງ​ກອນ ຢູ່​ທີ່​ນະ​ຄອນ​ນິວຢອກ.
ແມ່​ຍິງ​ຄົນ​ນຶ່ງ ທີ່​ບໍ່​ຍອມບອກ​ຊື່ ໃສ່​ໜ້າ​ກາກ ໃນ​ວັນ​ພະ​ຫັດ​ ທີ 30 ມັງ​ກອນ ຢູ່​ທີ່​ນະ​ຄອນ​ນິວຢອກ.

ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະຄວບ​ຄຸມ​ການ​ເດີນ​ທາງ​ຢ່າງ​ເຄັ່ງ​ຄັດ​ຂອງ​ພວກ​ຊາວ​ຕ່າງ​ປະ​ເທດ​ທີ່​ໄດ້​ເດີນທາງ​ໄປ​ຈີນ ຍ້ອນ​ມີ​ຄວາມ​ຢ້ານກົວ​ກ່ຽວ​ກັບ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ. ການ​ເຄື່ອນໄຫວ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຈີນໄດ້​ປະ​ກາດ ກ່ຽວ​ກັບ​ໂຕ​ເລກ​ຜູ້ເສຍ​ຊີ​ວິດ​ທີ່​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຍ້ອນ​ການ​ລະ​ບາດ.

ເຈົ້າ​ໜ້າ​ທີ່​ຈີນ ໃນ​ແຂວງ​ຮູ​ເປ່ ທາງ​ພາກ​ກາງ​ຂອງ​ປະ​ເທດ ບ່ອນ​ທີ່​ການ​ລະ​ບາດ​ເລີ້ມ​ຂຶ້ນນັ້ນ ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ມີ 258 ຄົນເສຍ​ຊີ​ວິດ​ແລ້ວແລະ​ອີກ​ເກືອບ 12,000 ​ຄົນໄດ້​ຕິດ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ.

ການ​ສືບ​ຕໍ່​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ພາ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ບໍ​ລິ​ການ​ມະ​ນຸດ​ຂອງ​ສະ​ຫະ​ລັດ ທ່ານ​ອາ​ເລັກ ອາ​ຊາ (Alex Azar) ທຳ​ການ​ປະ​ກາດ​ໃນ​ວັນ​ສຸກວານນີ້​ວ່າ ຊາວ​ຕ່າງ​ປະ​ເທດ​ຄົນ​ໃດ​ກໍ​ຕາມ​ທີ່ໄດ້​ເດີນ​ທາງ​ໄປ​ປະ​ເທດ​ຈີນ​ເມື່ອ​ໄວໆ​ມານີ້ຈະ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ສະ​ຫະ​ລັດຍົກ​ເວັ້ນ​ແຕ່​ພວກ​ເດີນ​ທາງ​ທີ່​ມີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເປັນ​ຄົນ​ສັນ​ຊາດ​ສະ​ຫະ​ລັດ.

ນອກນັ້ນ​ທ່ານ​ຍັງ​ກ່າວ​ວ່າ ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ​ຄົນ​ໃດ​ກໍ​ຕາມ​ທີ່​ໄດ້​ເດີນ​ທາງ​ໄປ​ແຂວງ​ຮູ​ເປ່​ຂອງ​ຈີນ ໃນ​ໄລ​ຍະ​ສອງ​ອາ​ທິດ​ທີ່​ຜ່ານ​ມານີ້ຈະ​ຖືກ​ກັກ​ເປັນ​ເວ​ລາ 14 ມື້ ຊຶ່ງ​ເປັນ​ໄລ​ຍະ​ການ​ຟັກ​ໂຕ​ຂອງ​ເຊື້ອ​ໄວ​ຣັ​ສ.

ການ​ປະ​ກາດ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະ​ຫະ​ລັດ ຫຼື CDC ໃຫ້​ການ​ຢືນ​ຢັນ​ຕໍ່​ການ​ຕິດ​ເຊື້ອໄວ​ຣັ​ສ​ໂຄ​ໂຣນາກໍ​ລະ​ນີ​ທີຫົກ​ໃນ​ສະ​ຫະ​ລັດ. ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ກ່າວ​ວ່າ ຜູ້​ຕິດ​ເຊື້ອ​ຄົນ​ຫຼ້າ​ສຸດເປັນ​ຜູ້​ຊາຍ ໃນ​ເຂດ​ຊານ​ຕາ​ຄ​ລາ​ຣາ ຢູ່​ທາງ​ໃຕ້​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກ ທີ່ໄດ້​ລົ້ມ​ປ່ວຍ​ຫຼັງ​ຈາກ​ເດີນ​ທາງ​ໄປ​ຈີນ.

ໃນ​ວັນ​ເສົາ​ມື້ນີ້ 2 ກຸ່ມ​ຂອງ​ປະ​ຊາ​ຊົນ​ຈາກ​ແຂວງ​ຮູ​ເປ່​ທີ່​ຍັງ​ຕົກ​ຄ້າງ​ຢູ່ໄດ້​ເດີນ​ທາງກັບ​ປະ​ເທດ​ຈີນ​ໂດຍ​ຖ້ຽວ​ບິນ​ຮັບ​ເໝົາ​ ທີ່​ລັດ​ຖະ​ບານ​ຈີນ​ໄດ້​ສົ່ງ​ໄປ​ຍັງ​ປະ​ເທດ​ໄທ​ແລະ​ມາ​ເລ​ເຊຍ. ຊາວ​ຈີນ 199 ຄົນບໍ່​ສາ​ມາດ​ເດີນ​ທາງ​ກັບປະ​ເທດ​ໄດ້ຫຼັງຈາກ ​ຖ້ຽວ​ບິນກັບ​ຄືນ​ປະ​ເທດຂອງ​ ເຂົາ​ເຈົ້າໄດ້​ຖືກ​ຍົກ​ເລີກ ຍ້ອນ​ຢ້ານ​ເຊື້ອ​ໄວ​ຣັ​ສ. ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ລາຍ​ງານ​ວ່າ ຊາວ​ຈີນ​ຈຸ​ດັ່ງ​ກ່າວ​ໄດ້​ຖືກກວດເປັນ​ໄຂ້​ຫຼື​ບໍ່ ແລະ​ມີ​ຜູ້​ໃດ​ສະ​ແດງອາ​ການ ​ໃນ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ “ຈະ​ຖືກແຍກ​ອອກ​ຈາກ​ກຸ່ມ​ໃນ​ທັນ​ທີ.”

ໃນ​ວັນ​ສຸກວານນີ້ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ສະ​ຫະ​ລັດໄດ້​ສັ່ງ​ໃຫ້​ກັກ​ບໍ​ລິ​ເວນ​ 2 ອາທິດ ຕໍ່ຊາວອາ​ເມ​ຣິ​ກັນ 195 ຄົນ ທີ່​ຖືກ​ຍົກ​ຍ້າຍໃນ​ອາ​ທິດນີ້ອອກ​ຈາກ​ເມືອງ ວູ​ຮານຫຼື​ອູ່​ຮັ້ນ​ ຊຶ່ງ​ເປັນ​ຫົວ​ເມືອງ​ທີ່​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ລະ​ບາດ​ຂອງ​ເຊື້ອ​ໄວຣັ​ສ. ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ ຂອງ​ສະ​ຫະ​ລັດ ​ກ່​າ​ວ​ວ່າ ນີ້​ແມ່ນນີ້​ແມ່ນ​ການ​ກັກ​ບໍ​ລິ​ເວນ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ເທື່ອ​ທຳ​ອິດ​ຂອງ​ລັດ​ຖ​ະ​ບານ​ກາງນັບ​ແຕ່​ຊຸມ​ປີ 1960 ເປັ​ນ​ຕົ້ນ​ມາ ​ເວ​ລາ​ມີ​ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ການ​ລະ​ບາດຂອງໂຣກ​ໝາກ​ສຸກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG