ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນ້ຳ​ມັນ​ພາມ ຂອງ​ມາ​ເລ​ເຊຍ ຖືກບອຍ​ຄອດ ຍ້ອນ​ການ​ໃຫ້​ຄວາມ​ເຫັນ ຂອງ​​ນາ​ຍົກ ກ່ຽວ​ກັບ​ອິນ​ເດຍ


ຄົນ​ງານ​ພວມ​ຂົນ​ໝາກ​ພາມ ​ລົງຈາກ​ລົດ ຢູ່​ທີ່​ໂຮງ​ງານ​ນ້ຳ​ມັນ​ພາມ ທີ່​ເມືອງຊາ​ລັກ ຕິງ​ກີ ໃກ້ໆ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ ເມື່ອ​ວັນ​ທີ 4 ສິງ​ຫາ 2014. (REUTERS/Samsul Said/File Photo)
ຄົນ​ງານ​ພວມ​ຂົນ​ໝາກ​ພາມ ​ລົງຈາກ​ລົດ ຢູ່​ທີ່​ໂຮງ​ງານ​ນ້ຳ​ມັນ​ພາມ ທີ່​ເມືອງຊາ​ລັກ ຕິງ​ກີ ໃກ້ໆ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ ເມື່ອ​ວັນ​ທີ 4 ສິງ​ຫາ 2014. (REUTERS/Samsul Said/File Photo)

ການບອຍ​ຄອດ​ນ້ຳ​ມັນ​ພາ​ມ​ຂອງ​ມາ​ເລ​ເຊຍ​ໂດຍ​ອິນ​ເດຍ ຍ້ອນ​ການ​ຕ້ອງ​ຕິ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ຫາ​ເທຍ ໂມ​ຮາ​ໝັດ ​ໃນ​ການ​ຈັດ​ແຈງ​ຂອງ​ນິວ​ເດ​ລີ​ຢູ່​ໃນແຄວ້ນ​ແຄັ​ສ​ເມຍແລະ​ເລື້ອງ​ພວກ​ຄົນ​ເຂົ້າ​ເມືອງ​ຊາວ​ມຸ​ສ​ລິມອາດ​ຈະ​ສ້າງຄວາມ ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ມາ​ເລ​ເຊຍໃນ​ປີນີ້ ຊຶ່ງ​ອາດ​ຈະ​ເພີ້ິ້ມ​ທະວີ​ຂຶ້ນ​ຕື່ມ ຖ້າ​ຫາກ​ມີ​ການ​ຂະ​ຫຍາຍ​ໄປ​ສູ່​ສິນ​ຄ້າ​ທີ່​ສຳ​ຄັນໆ​ປະ​ເພດ​ອື່ນ.

ແຕ່​ພວກ​ນັກ​ເສດ​ຖະ​ສາດ​ບາງ​ຄົນ​ກ່າ​ວ​ວ່າ ການ​ເຄື່ອນ​ໄຫວທີ່​ເປັນ​ການ​ລົງ​ໂທດ​ພຽງ​ໃນ​ນາມ​ເທົ່າ​ນັ້ນອາດ​ຈະ​ກ່ຽວ​ຂ້ອງ​ຫຼາຍກວ່າ​ກັບ​ແນວ​ຄວາມ​ຄິດ​ເພື່ອ​ແກ້​ໄຂການ​ຂາດ​ດຸນ​ການ​ຄ້າ​ກັບ​ເອ​ເຊຍ ຊຶ່ງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ການ​ຊຸກ​ຍູ້​ຂອງ​ປະທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ​ ທ​ຣຳ “ອາ​ເມ​ຣິ​ກາ​ມາ​ກ່ອນ​ອື່ນ​ໝົດ.”

ອິນ​ເດຍ ເມື່ອ​ເວົ້າ​ລວມ​ແລ້ວແມ່ນ​ປະ​ເທດ​ທີ່​ນຳ​ເຂົ້າ​ນ້ຳ​ມັນ​ພາ​ມ​ທີ່​ໃຫຍ່​ທີ່​ສຸດ​ຈາກມາ​ເລ​ເຊຍ ຊຶ່ງ​ເປັນ​ປະ​ເທ​ດ​ທີ່​ຜະ​ລິດ​ນ້ຳ​ມັນ​ດັ່ງ​ກ່າວ ​ໃຫຍ່​ເປັນ​ອັນ​ດັບຂອງ​ໂລກ​ສອງ​ຮອງ​ຈາກ​ອິນ​ໂດ​ເນ​ເຊຍ. ການ​ສະ​ກັດຈາກໝາກ​ໄມ້​ທີ່​ໃຫ້​ສາ​ລະ​ພັດ​ປະ​ໂຫຍດ​ດັ່ງ​ກ່າວ ​ແມ່ນ​ນຳ​ໃຊ້​ໃນ​ທຸກ​ສິ່ງ​ຢ່າງ ນັບ​ແຕ່ເຮັດ​ແຜ່ນ​ພິ​ຊ​ຊາ ​ໄປ​ຫາ​ການ​ເຮັດ​ສະ​ບູ ​ແລະນ້ຳ​ມັນ​ຊີ​ວະ​ພາບ.

ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ ອົງ​ການ​ຄ້າ​ນ້ຳ​ມັນ​ພືດ​ທີ່​ໃຫຍ່​ສຸດ​ຂອງ​ອິນ​ເດຍ ສະ​ມາ​ຄົມ Solvent Extractor ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ມ​າ​ຊິກ​ຂອງ​ຕົນ​ຢຸດ​ຊື້​ນ້ຳ​ມັນ​ພາມ​ຈາກມາ​ເລ​ເຊຍ ຍ້ອນ​ການ​ຕ້ອງ​ຕິ​ຂອງ​ທ່ານ​ມະ​ຫາ​ເທຍ ແລະ​ເພື່ອ​ຄວາ​ມ​ປັນ​ເອກ​ກະ​ພາບ​ກັບ​ປະ​ເທດ​ຂອງ​ພວກ​ເຮົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG