ສະຫະພາບຢູໂຣບ ໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍ ໃນວັນພຸດຜ່ານມາ ເພື່ອໃຫ້ອັງກິດ ຖອນຕົວອອກຈາກກຸ່ມດັ່ງກ່າວ ຫລັງຈາກທີ່ອັງກິດໄດ້ເປັນສະມາຊິກຂອງສະຫະພາບຢູໂຣບ ມາໄດ້ເກືອບເຄິ່ງສັດຕະວັດແລ້ວ.
ສະພາສະຫະພາບຢູໂຣບໄດ້ລົງຄະແນນສຽງ 621 ຕໍ່ 49 ເຫັນພ້ອມກັບຂໍ້ຕົກລົງຖອນຕົວຂອງອັງກິດ ຊຶ່ງບັນດານັກເຈລະຈາຈາກສອງຝ່າຍໄດ້ຕົກລົງກັນໃນປີກາຍນີ້ແລະເປັນຂໍ້ຕົກລົງທີ່ສະພາຂອງອັງກິດໄດ້ຮັບຮອງເອົາໃນອາທິດແລ້ວ.
ອັງກິດຈະຢຸດເຊົາການເປັນສະມາຊິກຂອງສະຫະພາບຢູໂຣບຫຼືອີຢູ (EU) ໃນຕອນບ່າຍວັນສຸກມື້ນີ້.
ໄລຍະຂ້າມຜ່ານທີ່ຊຶ່ງຈະມີຂຶ້ນນັ້ນ ແມ່ນຈະແກ່ຍາວໄປຕະຫຼອດເວລາທີ່ຍັງເຫຼືອຂອງປີນີ້ ໂດຍຈະມີການເຈລະຈາໃໝ່ຫລາຍຄັ້ງກ່ຽວກັບປະເດັນຕ່າງໆຂອງການພົວພັນໃໝ່ ລະຫວ່າງສອງຝ່າຍ.
ສ່ວນສໍາຄັນຂອງການເຈລະຈາເຫລົ່ານັ້ນ ຈະແມ່ນຂໍ້ຕົກລົງການຄ້າທີ່ທາງອັງກິດໄດ້ເວົ້າວ່າ ຕົນຢາກຈະບັນລຸກ່ອນທ້າຍປີ 2020 ນີ້.
ທ່ານ ເອີຊູລາ ວອນ ເດິ ເລເຢນ (Ursula von der Leyen) ປະທານກຳມາທິການຂອງອີຢູ ກ່າວໃນວັນພຸດຜ່ານມານີ້ວ່າ ອີຢູແມ່ນເປີດກວ້າງ ສຳລັບຂໍ້ຕົກລົງດ້ານການຄ້າເສລີ ທີ່ບໍ່ເກັບພາສີ ຫລືການຈຳກັດດ້ວຍໂຄຕ້າ ແຕ່ວ່າ ຕ້ອງຢູ່ໃນເງື່ອນໄຂທີ່ວ່າທຸລະກິດຂອງອີຢູ ແລະບໍລິສັດຂອງອັງກິດ "ແຂ່ງຂັນກັນຢູ່ໃນເວທີເທົ່າທຽມກັນ" ເທົ່ານັ້ນ.
ເຫດຜົນສ່ວນໃຫຍ່ທີ່ອັງກິດຖອນຕົວອອກຈາກສະຫະພາບຢູໂຣບກໍແມ່ນຍ້ອນວ່າ ປະເທດດັ່ງກ່າວຈະສາມາດຕັ້ງລະບຽບການຂອງຕົນເອງຂຶ້ນໄດ້ ແລະບໍ່ໄດ້ຂຶ້ນກັບນະໂຍບາຍທີ່ເປັນຄວາມປາດຖະໜາຂອງ 27 ປະເທດອື່ນທີ່ເປັນສະມາຊິກສະຫະພາບຢູໂຣບ.
ການເຈລະຈາໃນການຖອນຕົວອອກຈາກອີຢູໄດ້ໃຊ້ເວລາ 2 ປີເຄິ່ງ ໂດຍທີ່ສະພາຂອງອັງກິດໄດ້ປະຕິເສດ ຕໍ່ຂໍ້ຕົກລົງສະບັບທຳອິດຫລາຍໆຄັ້ງ ແລະນາຍົກລັດຖະມົນຕີ ເທຣີຊາ ເມ ໄດ້ລາອອກຈາກຕຳແໜ່ງທ່າມກາງສະພາບທີ່ບໍ່ໄປບໍ່ມາ.
ນາຍົກລັດຖະມົນຕີຄົນໃໝ່ ທ່ານ ບໍຣິສ ຈອນສັນ ໄດ້ຂຶ້ນກຳອຳນາດໃນເດືອນກໍລະກົດຜ່ານມາ ຊຶ່ງໄດ້ໃຫ້ສັນຍາວ່າ ຈະເຮັດໃຫ້ຂັ້ນຕອນໃນການຖອນຕົວອອກຈາກອີຢູ ຫລື Brexit ທີ່ເລີ້ມຕົ້ນຂຶ້ນຢູ່ໃນການລົງປະຊາມະຕິເມື່ອປີ 2016 ນັ້ນ ສິ້ນສຸດລົງ.