ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ. ໂຄ​ບີ ໄບ​ຣ​ແອັນ ນັກ​ກິ​ລາບານ​ບ້ວງ ອາມ​ເຣິ​ກັນ ເສຍ​ຊີ​ວິດ ຢູ່​ໃນ​ເຫດ ເຮືອ​ບິນ​ຕົກ


ຄົນ​ຫາມ​ສົບ​ຂອງ​ຄົນ​ນຶ່ງ​ອອກ​ຈາກບ່ອນເກີດ​ເຫ​ດ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ຕົກ ຢູ່​ເທິງ​ພູ​ຢູ່ນອກ​ນະ​ຄອນລອ​ສ ແອນ​ເຈີ​ລິ​ສ ທີ່ເຮັດ​ໃຫ້ ທ່ານ ໂຄ​ບີ ໄບ​ຣ​ແອັນ ແລະ​ລູກ​ສາວ ​ເສຍ​ຊີ​ວິດ ໃນ​ວັນ​ອາ​ທິດ​26 ມັງ​ກອນ, 2020
ຄົນ​ຫາມ​ສົບ​ຂອງ​ຄົນ​ນຶ່ງ​ອອກ​ຈາກບ່ອນເກີດ​ເຫ​ດ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ຕົກ ຢູ່​ເທິງ​ພູ​ຢູ່ນອກ​ນະ​ຄອນລອ​ສ ແອນ​ເຈີ​ລິ​ສ ທີ່ເຮັດ​ໃຫ້ ທ່ານ ໂຄ​ບີ ໄບ​ຣ​ແອັນ ແລະ​ລູກ​ສາວ ​ເສຍ​ຊີ​ວິດ ໃນ​ວັນ​ອາ​ທິດ​26 ມັງ​ກອນ, 2020

ແຟນ​ກິ​ລາ​ທັງ​ຫລາຍ​ຢູ່​ທົ່ວ​ໂລກບໍ່​ຮູ້​ຈັກວ່າ​ຈະ​ຫາ​ຄຳ​ເວົ້າອັນ​ໃດ​ດີ​ເພື່ອມາພັນ​ລະ​ນາ ເຖິງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ໄດ້ ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດແບບ​ກະ​ທັນ​ຫັນ​ຂອງທ່ານໂຄ​ບີ ໄບ​ຣ​ແອັນ (Kobe Bryant), ນັກ​ກິ​ລາບານ​ບ້ວງ​ສະ​ຫະ​ລັດ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ທີ່​ໄດ້​ເລີກ​ລາ​ຈາກວົງ​ການ​ກິ​ລາ​ແລ້ວນັ້ນ.

ທ່ານ ໄບ​ຣ​ແອັນ (Bryant) ແລະ​ນາງ ຈີ​ອາ​ນາ (Gianna), ລູກ​ສາວອາ​ຍຸ 13 ປີ​ ຂອງ​ທ່ານ ແມ່ນນອນ​ຢູ່​ໃນ​ຈຳ​ນວນ 9 ຄົນ ​ທີ່​ເສຍ​ຊີ​ວິດ​ຢູ່​ໃນ​ເຫ​ດ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ຕົກ ໃນ​ວັນ​ອາ​ທິດ​ວານນີ້ ຢູ່​ເທິງ​ພູ​ຢູ່ນອກ​ນະ​ຄອນລອ​ສ ແອນ​ເຈີ​ລິ​ສ. ມີ​ລາຍ​ງານ​ວ່າ ພວກ​ເຂົາ​ເຈົ້າ​ກຳ​ລັງ​ເດີນ​ທາງ​ໄປ​ເບິ່ງ​ການ​ແຂ່ງ​ຂັນ​ບານ​ບ້ວງ​ຂອງພວກ​ຊາວ​ໜຸ່ມ.

ທ່ານ ໄບ​ຣ​ແອັນ (Bryant) ເປັນ​ທີ່​ຮູ້​ກັນ​ດີ​ວ່າໄດ້​ໃຊ້ເຮືອ​ບິນ​ເຮ​ລິ​ຄອບ​ເຕີເພື່ອ ເດີນ​ທາງ​ຈາກ​ເຮືອນ​ຂອງ​ທ່ານໄປ​ຫາ​ບ່ອນ​ແຂ່ງ​ຂັນ​ກິ​ລາຢູ່​ໃນ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ເພື່ອ​ຫລີກ​ລ້ຽງ​ການ​ສັນ​ຈອນ​ທີ່​ມີ​ຊື່​ສຽງ​ວ່າຄັບ​ຄາ​ໜາ​ແໜ້ນຢ່າງ​ໜັກຂອງ​ນະ​ຄອນ​ດັ່ງ​ກ່າວ.

ກົມ​ຕຳ​ຫລວດ​ຂອງ​ຄາວ​ຕີ ລອ​ສ ແອນ​ເຈີ​ລິ​ສ ເວົ້າ​ວ່າການ​ສືບ​ສວນ​ກຳ​ລັງດຳ​ເນີນ​ໄປ​ຢູ່ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກເຈົ້າ​ໜ້າ​ທີ່​ໃນ​ລັດ​ຖະ​ບານ​ກາງ ແຕ່​ເທົ່າ​ທີ່​ຜ່ານ​ມາ ​ກໍ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ສິ່ງ​ທີ່​ພາ​ໃຫ້​ເຮືອ​ບິ​ນ​ຕົກ ລວມ​ທັງ​ສະ​ພາບ​ອາ​ກາດ​ທີ່​ມືດ​ມົວ​ໃນ​ດ​ຕອນ​ເຊົ້າ​ວັນ​ອາ​ທິດ​ວັນ​ນີ້ ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ມັນ​ຕົກ​ຫລືບໍ່ ​ນັ້ນ​ເລີຍ.

ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ອາ​ເລັກ​ສ໌ ວິ​ລ​ລາ​ເນີ​ວາ (Alex Villanueva) ປະ​ຕິ​ເສດ​ທີ່​ຈະ​ບອກ​ຊື່​ຂອງ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ ໂດຍ​ເວົ້າ​ວ່າ ຫ້ອງ​ການ​ຂອງ​ທ່ານ​ກຳ​ລັງ ລໍ​ຖ້າ​ຈົນ​ກວ່າວ່າ ​ພວກ​ສັນ​ລະ​ສູດ​ສົບ​ຈະ​ສຳ​ເລັດ​ການ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າເສຍ​ກ່ອນ. ທ່ານ​ເອີ້ນວ່າມັນ "ເປັນ​ເລື້ອງ​ທີ່ບໍ່ເໝ​າະ​ສົມທັງ​ໝົດ​ເລີຍ" ທີ່​ເວັບ​ໄຊ​ຂອງ ອົງ​ການ​ຂ່າວ​ດ້ານ​ການ​ບັນ​ເທີງ TMZ ລາຍ​ງານ​ການ​ເສຍ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ກ່ອນ​ພວກ​ເຈົາ​ໜ້າ​ທີ່ຈະສາ​ມາດ​ແຈ້ງ​ໃຫ້ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ​ຊາບ.

ທ່ານ ໂຄ​ບີ ໄບ​ຣ​ແອັນ (Kobe Bryant) ມີ​ອາ​ຍຸ​ໄດ້ 41 ປີ.

ຢູ່​ໃນ​ການ​ຂຽນ​ລົງ​ໃນ​ທວີດ​ເຕີ​ແບບ​ສັ້ນໆ ຢ່າງບໍ່​ເຄີຍເຫັນ​ມາ​ກ່ອນນັ້ນ, ທ່ານປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ​ເອີ້ນວ່າ ມັນ "ເປັນ​ຂ່າວ​ທີ່ບໍ່​ດີ​ຫລາຍ ທີ່​ສຸດ" ໃນ​ຂະ​ນະ​ທີ່ສະ​ຕີ​ໝາຍ​ເລກ​ນຶ່ງ, ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ (Melania Trump) ກຳ​ລັງ​ສົ່ງ​ “ຄວາມຄິດ​ຮອດ ຄິດ​ເຖິງ ແລະ​ຄຳພາ​ວະ​ນາ” ໄປ​ຫາ​ຜູ້​ທີ່​ສູນ​ເສຍ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ນັ້ນ​ໝົດ​ທຸກ​ຄົນ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ, ທີ່​ເປັນ​ແຟນ​ກະ​ລາ​ບານ​ບ້ວ​ງ​ທີ່​ມີ​ຊື່​ສຽງ ກໍ​ໄດ້ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ ໄບ​ຣ​ແອັນ (Bryant) ຫາກໍ່ "ເລີ້ມ​ໃນ​ສິ່ງ​ທີ່​ຈະ​ເປັນ​ການ​ກະ​ທຳ​ທີ່​ມີ​ຄວາມ​ໝາຍ​ຄັ້ງ​ທີ​ສອງ" ໃນ​ການ​ໄປ​ຕາມ​ສາຍວິ​ຊາ​ຊີບ​ໃນ​ການ​ຫລິ້ນ​ບານ​ບ້ວງ​ຂອງ​ລາວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG