ຫົວໜ້າຮັກສາຄວາມສະຫງົບຂອງອິນໂດເນເຊຍ ກ່າວວ່າ ນັກຂ່າວໜັງສືພິມອາເມຣິກັນທີ່ຖືກຈັບ ທ່ານຟີລິບ ເຈກັບສັນ ຄວນຈະຖືກເນລະເທດໃນທັນທີ.
ທ່ານເຈກັບສັນ ອາຍຸ 30 ປີ ແມ່ນນັກຂ່າວອາເມຣິກັນ ທີ່ເຮັດວຽກ ໃຫ້ແກ່ອົງການຂ່າວສິ່ງແວດລ້ອມ ມົງກາບາຍ (Mongabay) ທີ່ມີສຳນັກງານໃຫຍ່ຕັ້ງຢູ່ລັດຄາລີຟໍເນຍ ໄດ້ຖືກຈັບໃນວັນທີ 21 ທັນວາຜ່ານມາທີ່ເກາະບໍນຽວ ໃນຂໍ້ຫາລະເມີດວີຊາ.
ນັກຂ່າວທ່ານນີ້ ໄດ້ຖືກຈັບໂດຍປາສະຈາກການດຳເນີນຂັ້ນຕອນທາງກົດໝາຍຢ່າງເປັນທາງການໃດໆ ຫຼັງຈາກຜູ້ກ່ຽວໄດ້ໄປຮ່ວມການຮັບຟັງຄຳໃຫ້ການຂອງສະພາປະຈຳຂົງເຂດ ທີ່ພົວພັນກັບກຸ່ມພັນທະມິດປະຊາຊົນເຜົ່າພື້ນເມືອງອາຊີປາເລໂກ ຊຶ່ງເປັນກຸ່ມປົກປ້ອງສິດທິພວກຊົນເຜົ່າພື້ນເມືອງທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ.
ໃນອາທິດນີ້ ທ່ານເຈກັບສັນ ໄດດ້ຖືກຈັບຢ່າງເປັນທາງການແລະແຈ້ງວ່າ ທ່ານປະເຊີນກັບໂທດຈຳຄຸກ 5 ປີ ຍ້ອນໄປຢ້ຽມຢາມອິນໂດເນເຊຍ ໂດຍຂໍວີຊາທີ່ບໍ່ຖືກຕ້ອງ ຊຶ່ງເປັນການກ່າວອ້າງທີ່ອົງການຂ່າວຂອງທ່ານ ແລະເຈົ້າໜ້າທີ່ສະຫະລັດໂຕ້ແຍ້ງນັ້ນ.
ໃນການຖະແຫຼງຕໍ່ວີໂອເອໃນວັນສຸກວານນີ້ ຫົວໜ້າຮັກສາຄວາມສະຫງົບຂອງອິນໂດເນເຊຍ ທ່ານໂມຮຳໝັດ ມາຟູດ ແອັມດີ ໄດ້ກ່າວຢ້ຳໃນການອ້າງຂອງເຈົ້າໜ້າທີ່ບໍນຽວທີ່ເວົ້າວ່າ ການຈັບທ່ານເຈກັບສັນ ບໍ່ໄດ້ພົວພັນກັບລາຍງານຂອງທ່ານ ຊຶ່ງເປັນເລື້ອງທີ່ມີຄວາມຫຼໍ່ແຫຼມສຳຄັນ ກ່ຽວກັບບັນຫາສິ່ງແວດລ້ອມແລະການຄໍຣັບຊັ່ນ.
ແຕ່ຫຼັງຈາກນັ້ນ ທ່ານກໍກ່າວວ່າ ທ່ານເຈກັບສັນຄວນຖືກປ່ອຍໂຕ.