ຈຳນວນຜູ້ເສຍຊີວິດຍ້ອນແຜ່ນດິນໄຫວຢູ່ໃນພາກຕາເວັນອອກຂອງປະເທດເທີກີ ໃນວັນສຸກວານນີ້ ເພີ້ມຂຶ້ນເປັນ 21 ຄົນ ແລະມີຜູ້ບາດເຈັບຫຼາຍກວ່າ 1,000 ຄົນ.
ໜ່ວຍກູ້ໄພຍັງສືບຕໍ່ຊອກຄົ້ນຫາພວກທີ່ລອດຊີວິດມາໄດ້ຢູ່ຕາມຊາກຫັກພັງຂອງຕຶກອາຄານທີ່ຖືກທຳລາຍ ທີ່ແຂວງອີລາຊິກ ແລະແຂວງມາລັດຢາ ທີ່ຕັ້ງຢູ່ໃກ້ຄຽງ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ເທີກີ.
ມີ 17 ຄົນເສຍຊີວິດທີ່ແຂວງອີລາຊິກ ຊຶ່ງຕັ້ງຢູ່ປະມານ 560 ກິໂລແມັດ ຫ່າງຈາກນະຄອນຫຼວງອັງກາຣາ ໄປທາງພາກຕາເວັນອອກ ແລະ 4 ຄົນຢູ່ທີ່ແຂວງມາລັດຢາ ປະມານ 100 ກິໂລແມັດ ໄກຈາກນັ້ນໄປຕື່ມ.
ໜ່ວຍກູ້ໄພແລະກຳລັງຮັກສາຄວາມສະຫງົບ ໄດ້ໃຫ້ການຊ່ວຍເຫຼືອ ຕູບຜ້າຕັ້ງ ຕຽງແລະຜ້າຫົ່ມໃຫ້ແກ່ພວກທີ່ຕ້ອງການ ໃນຂະນະທີ່ອຸນຫະພູມລົດລົງຕ່ຳກວ່າສູນອົງການແຊລເຊີສ.
ນອກນັ້ນ ຍັງມີປະຊາຊົນຫຼາຍຮ້ອຍຄົນ ພາກັນໄປອາໄສຢູ່ຕາມວັດອິສລາມ ໂຮງຮຽນ ບ່ອນຫຼິ້ນກິລາ ແລະບ່ອນພັກເຊົາຂອງພວກນັກຮຽນນັກສຶກສາ.
ແຜ່ນດິນໄຫວທີ່ມີຄວາມແຮງປະມານ 6.5 ເກີດຂຶ້ນໃນຕອນແລງວັນສຸກວານນີ້ ປະມານ 8 ໂມງ 55 ນາທີ ຕາມເວລາທ້ອງຖິ່ນ ຊຶ່ງເລິກລົງໄປຈາກໜ້າດິນ 6.7 ກິໂລແມັດ ໃກ້ກັບເມືອງຊີວຣິເຊ.
ມີແຜ່ນດິນໄຫວທີ່ບໍ່ແຮງຕິດຕາມມາຫຼາຍກວ່າ 220 ເທື່ອ ຊຶ່ງແຮງສຸດແມ່ນຢູ່ໃນລະຫວ່າງ 5.1 ຫາ 5.4.