ເຊື້ອໄວຣັສໂຄໂຣນາ ເຮັດໃຫ້ການສະຫຼອງວັນຂຶ້ນປີໃໝ່ຫຼືກຸດຈີນ ຢຸດຊະງັກລົງສຳລັບຊາວຈີນຫຼາຍສິບລ້ານຄົນ.
ອົງການອະນາໄມແຫ່ງຊາດຂອງຈີນກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນເຊື້ອໄວຣັສຊະນະໃໝ່ ໄດ້ເພີ້ມຂຶ້ນເປັນ 41 ຄົນ ແລະມີຜູ້ຕິດເຊື້ອດັ່ງກ່າວອີກ 1,200 ຄົນ ຢູ່ໃນ 28 ແຂວງທົ່ວປະເທດ.
ພະນັກງານການແພດ 15 ຄົນ ແມ່ນຮວມຢູ່ໃນພວກທີ່ຕິດເຊື້ອ. ມີທ່ານໝໍຜູ້ນຶ່ງເສຍຊີວິດໄປແລ້ວ.
ມີການສົ່ງເຈົ້າໜ້າທີ່ການແພດຫຼາຍຮ້ອຍຄົນໄປຍັງເມືອງວູຮານ ຊຶ່ງເປັນຈຸດສູນກາງຂອງການແຜ່ລະບາດ ບ່ອນທີ່ເຊື້ອໄວຣັສໄດ້ປາກົດໂຕໃນທ້າຍປີກາຍນີ້.
ເມືອງວູຮານ ກໍຄືກັນກັບເມືອງອື່ນໆອີກ 16 ແຫ່ງ ໄດ້ຖືກປິດ ໃນຄວາມພະຍາຍາມເພື່ອຄວບຄຸມເຊື້ອໄວຣັສໂຄໂຣນາ.
ລັດຖະບານທ້ອງຖິ່ນ ໃນເມືອງວູຮານທີ່ຖືກປະກາດໃຫ້ປິດຍ້ອນເຊື້ອໄວຣັສ ກ່າວໃນວັນເສົາມື້ນີ້ວ່າ “ລົດໃຫຍ່ຈະຖືກຫ້າມບໍ່ໃຫ້ຂັບເຂົ້າໄປໃນເຂດໃຈກາງເທດສະບານ.”
ເມືອງທີ່ຕ້ອງຫ້າມໃນນະຄອນຫຼວງປກິ່ງກິ່ງ ແລະສວນດິສນີແລນໃນນະຄອນຊຽງໄຮ້ ໄດ້ຖືກປິດຢ່າງບໍ່ມີກຳນົດ. ເມືອງຊັນຢາຊຶ່ງເປັນບ່ອນທີ່ພວກນັກທ່ອງທ່ຽວມັກໄປຫຼິ້ນໃນແຂວງຮາຍນານ ກໍໄດ້ປິດສະຖານທີ່ທ່ອງທ່ຽວຂອງຕົນ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ.
ຮົງກົງໄດ້ປະກາດພາວະສຸກເສີນ ໂດຍຍົກເລີກການສະເຫຼີມສະຫຼອງວັນຂຶ້ນປີໃໝ່ກຸດຈີນຢ່າງເປັນທາງການ ແລະອັດໂຮງຮຽນຕ່າງໆ.
ເວລານີ້ ເຊື້ອໄວຣັສໂຄໂຣນາ ພວມແຜ່ລະບາດຢ່າງຊ້າໆ ໄປທົ່ວໂລກ.
ມີລາຍງານແລ້ວ ກ່ຽວກັບການແຜ່ລະບາດ 5 ກໍລະນີຢູ່ໄທ. ອອສເຕຣເລຍກໍມີລາຍງານໃນການລະບາດ 4 ກໍລະນີ. ສ່ວນຝຣັ່ງ ຍີ່ປຸ່ນ ມາເລເຊຍ ແລະໄຕ້ຫວັນ ຕ່າງກໍມີລາຍງານວ່າ ມີການລະບາດ 3 ກໍລະນີ. ສະຫະລັດ ແລະຫວຽດນາມ ຕ່າງກໍລາຍງານວ່າ ມີການຢືນຢັນແລ້ວ 2 ກໍລະນີ. ແລະປະເທດເນປາລ ມີນຶ່ງກໍລະນີ.