ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນ​ດາຜູ້​ນຳ​ໂລກ​​​ ສັນ​ຍາ​ວ່າຈະ 'ບໍ່​​ໃຫ້ໂສກ​ນາດ​ຕະ​ກຳ​​ໂຫດ​ຫ້ຽມ ກັບຄືນ​ມາ​ອີກ' ຢູ່​ໃນພິ​ທີ​ລະ​ນຶກ​ເຖິງ ​ເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວ


ຜູ້​ນຳ​ໂລກ​ຫລາຍ​ສິບ​ຄົນ​ໄດ້ ​ຖ່າຍ​ຮູບ​ຮ່ວມ​ກັນ​ໃນ ກອງ​ປະ​ຊຸມທີ່​ລະ​ນຶກ​ເຖິງ​ເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວຂອງ​ໂລກ​ໃນ​ວັນ​ທີ 23 ມັງ​ກອນ 2020.
ຜູ້​ນຳ​ໂລກ​ຫລາຍ​ສິບ​ຄົນ​ໄດ້ ​ຖ່າຍ​ຮູບ​ຮ່ວມ​ກັນ​ໃນ ກອງ​ປະ​ຊຸມທີ່​ລະ​ນຶກ​ເຖິງ​ເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວຂອງ​ໂລກ​ໃນ​ວັນ​ທີ 23 ມັງ​ກອນ 2020.

ບັນ​ດາຜູ້​ນຳ​ໂລກ​ຫລາຍ​ສິບ​ຄົນ​ໄດ້ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ອິ​ສ​ຣາ​ແອ​ລ ໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກ​ເຖິງ​ເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວ ຫລື Holocaust ແລະ​ເຕືອນ​ວ່າ ມີການ​ຕ້ານ​ຊາວ​ຢິວເພີ້ມທະ​ວີ​ຂຶ້ນ.

ຜູ້​ນຳຂອງ​ຫລາຍກວ່າ 40 ປະ​ເທດ​ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວຂອງ​ໂລກ, ຊຶ່ງ​ເປັນ​ການ​ປະ​ຊຸມ​ທາງ​ການ​ເມືອງທີ່​ກ່ຽວ​ຂ້ອງ​ກັບການ ຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວທີ່​ໃຫຍ່ທີ່​ສຸດ​ ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ອິ​ສ​ຣາ​ແອ​ລ ໂດຍ ລ​ວ​ມມີ ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນ (Vladimir Putin) ຂອງ​ຣັດ​ເຊຍ, ປະ​ທາ​ນາ​ທິ​ບໍ​ດີເອມ​ມາ​ນູ​ແອ​ລ ມາ​ກ​ຣົງ (Emmanuel Macron) ຂອງ​ຝ​ຣັ່ງ, ປະ​ທາ​ນາ​ທິ​ບໍ​ດີແຟ​ຣັງ​ຄ໌ ວອ​ລ​ເທີ ສ​ຕາຍ​ມາຍ​ເອີ (Frank-Walter Steinmeier) ຂອງ​ເຢຍ​ຣະ​ມັນ ແລະຮອງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ໄມ​ຄ໌ ເພັນ​ສ໌ (Mike Pence).

ປະ​ທາ​ນາ​ທິ​ບໍ​ດີ ອິ​ສ​ຣາ​ແອ​ລ, ທ່ານ ຣອຍ​ເວັນ ຣິ​ຟ​ລິນ (Reuven Rivlin) ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳປະ​ເທດ​ດັ່ງ​ກ່າວ "ໃຫ້​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ກັນໃນ​ການ ຕ້ານການຈຳແນກ​ເຊື້ອ​ຊາດ, ​ຕ້ານ​ຊາວ​ຢິວ ແລະ​ພວກຫົວ​ແຮງ​ຈັດ ໄວ້," ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ຈັດ​ງານ​ລ້ຽງຮັບ​ຮອງ​ອາ​ຫານ​ຄ່ຳໃນ​ຄືນ​ວັນ​ພຸດ​ຜ່ານ​ມາ ກ່ອນ ຈະ​ມີກອງປະ​ຊຸມເປີດ​ຂຶ້ນ​.

ພາຍ​ຫລັງ​ມີ​ການໂຮມ​ຊຸມນຸມ​ກັນ ​ໃນ​ວັນ​ພະ​ຫັດ​ວານນີ້ ຢູ່​ອະ​ນຸ​ສອນ​ສະ​ຖານ ຢາດ ວ​າ​ສ​ແຮມ (Yad Vashem) ໃນນະ​ຄອນ​ຢາ​ຣູ​ຊາ​ແລມ ຊຶ່ງ​ເປັນ​ບ່ອນ ລະ​ນຶກ​ເຖິງເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວຢ່າງ​ເປັນ​ທາງ​ການ​ໃນ​ວັນ​ພະ​ຫັດ ວານນີ້​ແລ້ວ ທ່ານ ປູ​ຕິນ ​ກໍ​ປະ​ກາດ​ວ່າ "ແນ່ນອນພວກ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່ມີ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ຮັບ​ປະ​ກັນ​ວ່າ ບໍ່​ໃຫ້​ມີໂສກ​ນາດ​ຕະ​ກຳ​ອັນ​ໂຫດ​ຫ້ຽມ​ໃນ​ອະ​ດີດເຊັ່ນ​ນັ້ນ​ເກີດ​ຂຶ້ນຄືນ​ອີກ."

ທ່ານ​ປູ​ຕິນ ​ກ່າວ​ຢ້ຳ​ວ່າ "ພວກເຮົາ​ຕ້ອງ​ຮັບ​ປະ​ກັນ​ວ່າ ຄົນລຸ້ນອະ​ນາ​ຄົດຕ້ອງຈົດ​ຈຳ​ສະ​ພາບສະ​ຫຍອງ​ຂວັນ​ຂອງເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວໄວ້.”

ທ່ານ​ເພັນ​ສ໌ ຍັງ​ໄດ້​ກ່າວ​ຢູ່​ໃນ​ງານ​ເຕົ້າໂຮມດັ່ງ​ກ່າວອີກ ໂດຍ​ເວົ້າ​ວ່າ “ພວກ​ເຮົາ ຕ້ອງ​ໄດ້​ກຽມ​ພ້ອມ​ທີ່​ຈະ​ຕ້ານ​ຢັນ ແລະ​ເຜີຍ​ໂສມຂອງກະ​ແສ​ຟອງ​ຕ້ານ​ຊາວ​ຢິວ ທີ່​ຊົ່ວ​ຮ້າຍ ທີ່​ເພີ້ມ​ພະ​ລັງ​ຄວາມ​ກຽດ​ຊັງ ແລະ​ການກໍ່​ຄວາມ​ຮຸນ​ແຮງ​ຢູ່​ທົ່ວ​ໂລກ ແລະ​ພວກ​ເຮົາ​ຕ້ອງ​ຢືນ​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ກັນ."

ທ່ານ​ເພັນ​ສ໌ ໄດ້​ອ້າງ​ເຖິງ​ອີ​ຣ່ານ​ວ່າ​ເປັນ ຜູ້ກໍ່​ກຳ​ທໍ​າ​ເຂັນ​ໃນ​ການຕ້ານ​ຊາວ​ຢິວ ໂດຍໄດ້​ປະ​ກາດ​ວ່າ "ພວກ​ເຮົາຍັງ​ຕ້ອງໄດ້​ສູ້​ຢັນ​ຢ່າງ​ແຂງ​ຂັນ​ຕໍ່ປະ​ເທດທີ່​ນຳ​ພາ​ໃນ​ການ​ສະ​ໜອງເຮັດໃຫ້ມີການຕ້ານ​ຊາວ​ຢິວເພີ້ມ​ຂຶ້ນ ໃຫ້ພາ​ກັນ​ຕ້ານ​ຕໍ່​ປະ​ເທດ​ດຽວໃນ​ໂລກ​ທີ່​ປະ​ຕິ​ເສດ​ວ່າ ບໍ່​ມີເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວ ໂດຍ​ເປັນ​ນະ​ໂຍບາຍ​ຂອງ​ປະ​ເທດ ແລະ​ຂຸ່ມ​ຂູ່​ວ່າ ຈະ​ລົບ​ລ້າງອິ​ສ​ຣາ​ແອ​ລ​ໃຫ້​ໝົດ​ໄປ​ຈາກ​ແຜນ​ທີ່. ໂລກ​ຕ້ອງ​ໄດ້​ລຸກ​ຂຶ້ນ​ຕ້ານ​ສາ​ທາ​ລະ​ນະ​ລັດ​ອິ​ສ​ຣາມ​ອີ​ຣ່ານ."

ພິ​ທີ​ໃນ​ວັນ​ພະ​ຫັດວານນີ້ ແມ່ນ​ກົງ​ກັນ​ກັບ​ວັນ​ຄົບ​ຮອບ 75 ປີ ແຫ່ງ​ການ​ປົດ​ປ່ອຍສູນ​ມໍ​ລະ​ນະອອ​ສວິ​ດ​ສ໌ (Auschwitz), ບ່ອນ​ທີ່​ພວກ​ນາ​ຊີ ໄດ້​ສັງ​ຫານ​ຊີ​ວິດ​ຂອງ​ຫລາຍກວ່າ 1 ລ້ານ 1 ແສນ​ຄົນ​ໃນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ II ຊຶ່ງ​ຄົນ​ສ່ວນ​ໃຫຍ່​ໃນ​ນັ້ນ ແມ່ນ​ຊາວ​ຢິວ.

ລວມ​ທັງ​ໝົດ ​ພວກ​ນາ​ຊີເຢຍ​ຣະ​ມັນ ໄດ້​ເຂັ່ນ​ຂ້າ​ຊາວ​ຢິວ 6 ລ້ານ​ຄົນ​ຢູ່​ໃນເຫດ​ການຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ຢິວ ຫລື Holocaust.

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG