ພາຍຫລັງທີ່ມີການນັດຢຸດງານ ທີ່ພາໃຫ້ເກີດຄວາມເສຍຫາຍຮ້າຍແຮງມາໄດ້ຫລາຍອາທິດແລ້ວ ລັດຖະບານຂອງຝຣັ່ງກໍໄດ້ເປີດເຜີຍການສ້າງນິຕິກຳປະຕິຮູບດ້ານການໃຫ້ເງິນບຳນານ ທີ່ມີການໂຕ້ຖຽງກັນນັ້ນ ຢ່າງເປັນທາງການໃນວັນສຸກມື້ນີ້.
ແຜນການດັ່ງກ່າວໄດ້ເປີດເຜີຍໃຫ້ຄົນຮູ້ ໃນນຶ່ງມື້ຫລັງຈາກກຳມະການຂອງສະຫະພັນກຳມະບານ ໄດ້ຢຸດຕິການສົ່ງຜົນຜະລິດຂອງໂຮງງານຜະລິດໄຟຟ້ານ້ຳຕົກຂະໜາດໃຫຍ່ທີ່ສຸດຂອງປະເທດອອກໄປ.
ມັນເປັນການນັດຢຸດງານອັນນຶ່ງ ທີ່ນອນຢູ່ໃນການນັດຢຸດງານຫລາຍໆ ອັນທີ່ເກີດຂຶ້ນໃນທົ່ວປະເທດໃນວັນພະຫັດວານນີ້ ເພື່ອທຳການກົດດັນຕໍ່ລັດຖະບານ ກ່ອນທີ່ລັດຖະບານຈະວາງຂໍ້ກຳນົດການປະຕິຮູບດ້ານການໃຫ້ເງິນບຳນານສະບັບສຸດທ້າຍອອກມາ.
"ການປະຕິຮູບດ້ານການໃຫ້ເງິນບຳນານຂ້ອນຂ້າງວ່າຈະເຮັດໃຫ້ລະດັບຂອງສາທາລະນະຊົນ ແລະພະນັກງານແຕ່ລະຄົນຫລຸດລົງ ແລະບໍ່ແມ່ນແຕ່ພວກເຮົາເທົ່ານັ້ນ ພວກເຮົາບໍ່ໄດ້ມາທີ່ນີ້ ເພື່ອປ້ອງກັນຜົນສໍາເລັດທາງສັງຄົມຂອງພວກເຮົາ ແຕ່ເພື່ອປ້ອງກັນຜົນສຳເລັດທາງທັງສັງຄົມຂອງພະນັກງານທຸກຄົນ. ພວກເຮົາບໍ່ໄດ້ຄັດຄ້ານຢ່າງເປັນພື້ນຖານ ຕໍ່ການປະຕິຮູບ ຂໍແຕ່ວ່າໃຫ້ມັນມີຜົນປະໂຫຍດຕໍ່ທຸກຄົນ. ພວກເຮົາມີລະບົບເງິນບຳນານພິເສດ ແນ່ນອນມັນມີເງິນທີ່ເຫລືອໄວ້ຢູ່ແລ້ວ. ໃນແຕ່ລະປີພວກເຮົາຈ່າຍເງິນເກືອບຮອດ 100 ລ້ານຢູໂຣ ຄືນ ໃຫ້ແກ່ລະບົບລວມ ເພື່ອເອົາໄປທົດແທນໃຫ້ເງິນທີ່ຂາດດຸນງົບປະມານ, ສະນັ້ນ ພວກເຮົາແມ່ນຍິນດີນຳການປະຕິຮູບ ຂໍແຕ່ວ່າ ແຕ່ລະຄົນໄດ້ນັ່ງຢູ່ຂ້າງນຶ່ງອີກ, ຂໍແຕ່ວ່າໃຫ້ມັນມີປະສິດທິພາບ ແລະໃຊ້ໄດ້ຜົນດີ.”
ການປະຕິຮູບດ້ານການໃຫ້ເງິນບຳນານຖືວ່າ ເກືອບເປັນຈຸດໃຈກາງ ແລະເປັນບັນຫາໃນການໃຫ້ຄຳໝັ້ນສັນຍາຢູ່ໃນການໂຄສະນາຫາສຽງທີ່ກວ້າງໆກວ່າຂອງປະທານາທິບໍດີ ເອມມານູແອລ ມາກຣົງ ທີ່ຈະເຮັດໃຫ້ປະເທດມີຄວາມວັດທະນາຖາວອນທາງເສດຖະກິດ ແລະມີລັກສະນະທີ່ເອື້ອຍອຳນວຍຄວາມສະດວກ ໃຫ້ແກ່ການເຮັດທຸລະກິດຫລາຍຂຶ້ນ ທີ່ມີການຖົງຖຽງກັນນັ້ນ.
ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ປະຊາຊົນຝຣັ່ງສ່ວນໃຫຍ່ ຍັງຄັດຄ້ານຕໍ່ ການປະຕິຮູບດ້ານການໃຫ້ເງິນບຳນານຂອງທ່ານມາກຣົງຢູ່ ແລະ ສະແດງໃຫ້ເຫັນວ່າ ໃຫ້ການສະໜັບສະໜຸນແກ່ການກະທຳໃນການນັດຢຸດງານທີ່ສືບເນື່ອງມານັ້ນ ຫລຸດໜ້ອຍລົງ.
ບັນດາສະມາຄົມທີ່ຫົວແຂງກະດ້າງ ມີແຜນທີ່ຈະຄັດຄ້ານຕໍ່ຮ່າງນິຕິກຳດັ່ງກ່າວ ໂດຍຈັດໃຫ້ມີສິ່ງທີ່ເອີ້ນວ່າ "black Friday" ຫລື “ວັນສຸກສີດຳ” ຊຶ່ງເປັນການເຮັດໃຫ້ມີການປະທ້ວງຢູ່ຕາມຖະໜົນສາຍຕ່າງໆ ແລະປິດການທຳງານຂອງລົດໄຟໃຕ້ດິນ, ຊຶ່ງເປັນການເຮັດໃຫ້ວັນທີ່ມີການນັດຢຸດງານໃນຂະແໜງຂົນສົ່ງ ຢ່າງຮ້າຍແຮງຈຳນວນນຶ່ງ ທີ່ໄດ້ເລີ້ມຂຶ້ນໃນຕົ້ນເດືອນທັນວາຜ່ານມາທີ່ເປັນການນັດຢຸດງານທີ່ແກ່ຍາວທີ່ສຸດໃນປະຫວັດສາດຂອງປະເທດນັ້ນ ເພີ້ມຄວາມແຮງຂຶ້ນ.