ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ້າວ​ອິມ​ໝຳ ທີ່​ໂຈມ​ຕີ​ກົງ​ສຸນ ສ​ຫລ ຢູ່​ເມືອງ​ເບັງ​ກາ​ຊີ ຖືກ​ຕັດ​ສິນ​ຈຳ​ຄຸກ 19 ປີ


ຮູບ​ນີ້​ແມ່ນສະ​ໜອງ​ໂດຍ​ອົງ​ການ​ສັນ​ຕິ​ບານ​ກາງ FBI ​ໃນ​ການ​ຍື່ນ​ຟ້ອງ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 29 ກຸມ​ພາ 2019 ທີ່​ສະ​ແດງ​ໃຫ້​ເຫັນ​ທ້າວ​ມຸ​ສ​ຕາ​ຟາ ອາ​ລ-ອິມ​ໝຳ ຫຼັງ​ຈາກ​ຜູ້​ກ່ຽວ​ຖືກ​ຈັບ ເມື່ອ​ເດືອນ​ຕຸ​ລາ ປີ 2017.
ຮູບ​ນີ້​ແມ່ນສະ​ໜອງ​ໂດຍ​ອົງ​ການ​ສັນ​ຕິ​ບານ​ກາງ FBI ​ໃນ​ການ​ຍື່ນ​ຟ້ອງ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 29 ກຸມ​ພາ 2019 ທີ່​ສະ​ແດງ​ໃຫ້​ເຫັນ​ທ້າວ​ມຸ​ສ​ຕາ​ຟາ ອາ​ລ-ອິມ​ໝຳ ຫຼັງ​ຈາກ​ຜູ້​ກ່ຽວ​ຖືກ​ຈັບ ເມື່ອ​ເດືອນ​ຕຸ​ລາ ປີ 2017.

ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ​ ໄດ້​ຕັດ​ສິນ​ລົງ​ໂທດ​ຜູ້​ຊາຍ​ຊາວ​ລີ​ເບຍ​ຄົນ​ນຶ່ງ ຕິດ​ຄຸກ​ດົນ​ກວ່າ 19 ປີ ຍ້ອນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຈມ​ຕີ​ສະ​ຖານ​ກົງ​ສຸນ​ສະ​ຫະ​ລັດ ທີ່​ເມືອງ​ເບັງ​ກາ​ຊີ ໃນ​ປີ 2012 ທີ່​ໄດ້​ສັງ​ຫານ​ຊາວ​ອາ​ເມ​ຣິ​ກັນ 4 ຄົນ ຮວມ​ທັງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ປະ​ເທດ​ລີ​ເບຍ ທ່ານ​ຄ​ຣິ​ສໂຕ​ເຟີ ສ​ຕີ​ເວນ​ສ໌.

ທ້າວ​ມຸ​ສ​ຕາ​ຟາ ອາ​ລ-ອິມ​ໝຳ ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ໂດຍ​ຄະ​ນະ​ຕຸ​ລາ​ການ ໃນ​ປີ​ກາຍ​ນີ້.

ການ​ຕັດ​ສິນ​ໂທດ​ຈຳ​ຄຸກ​ທ້າວ​ອິມໝຳ ແມ່ນ​ເປັນ “ການ​ເຕືອນ​ຢ່າງ​ແຮງ​ຕໍ່​ພວກ​ທີ່​ພະ​ຍາ​ຍາມ​ຈະ​ກໍ່​ອາ​ຊະ​ຍາ​ກຳຊົ່ວ​ຮ້າຍ​ແບບນີ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ.

ໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ທ່ານ​ເຈັ​ສ​ຊີ ຫຼິວ ກ່າວ​ວ່າ “ການ​ຕັດ​ສິນ​ໂທດ​ທ້າວ​ອິມໝຳ ແມ່ນ​ເປັນ​ການ​ເຕືອນ​ວ່າ ຄວາມ​ປອດ​ໄພ​ຂອງ​ຊາວ​ອາ​ເມ​ຣິ​ກັນ ບໍ່​ວ່າ​ຢູ່​ພາຍ​ໃນ​ຫຼື​ຕ່າງ​ປະ​ເທດ ພົນ​ລະ​ເຮືອນ​ຫຼື​ໃດໆ​ກໍ​ຕາມ ຈະ​ເປັນ​ບູ​ລິ​ມະ​ສິດ​ສູງສຸດ​ຂອງ​ພວກ​ເຮົາ​ສະ​ເໝີ.”

ທ້າວ​ອິມ​ໝຳ​ຖືກ​ນຳ​ໂຕ​ມາ​ສະ​ຫະ​ລັດ ຫລັງ​ຈາກ​ທະ​ຫານ​ອາ​ເມ​ຣິ​ກັນ​ຈັບ​ໂຕ​ຜູ້​ກ່ຽວ​ຢູ່​ທີ່​ປະ​ເທດ​ລີ​ເບຍ​ໃນ​ປີ 2017.

ທ້າວ​ອິມ​ໝຳ​ແມ່ນ​ພວກ​ຫົວ​ຮຸນ​ແຮ​ງ​ຄົນ​ທີ 2 ທີ່​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ແລະ​ຕັດ​ສິນ​ລົງ​ໂທດ ທີ່​ພົວ​ພັນ​ກັບ​ການ​ໂຈມ​ຕີ​ຢູ່​ເມືອງ​ເບັງ​ກາ​ຊີ. ທ້າວ​ອາ​ເໝັດ ອາ​ບູ ຄັດ​ຕາ​ລາ ໄດ້​ຖືກ​ໂທດ​ຈຳ​ຄຸກ 22 ປີ ຍ້ອນ​ບົດ​ບາດ​ຂອງ​ຜູ້​ກ່ຽວ ໃນ​ການ​ໂຈມ​ຕີຢູ່​ປະ​ເທດ​ລີ​ເບຍ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG