ວັນສຸກມື້ນີ້ ແມ່ນມື້ສຸດທ້າຍ ສຳລັບການໂຕ້ແຍ້ງຂອງພັກເດໂມແຄຣັດຢູ່ໃນສະພາສູງ ໃນການດຳເນີນຄະດີຟ້ອງຮ້ອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.
ການຟ້ອງຮ້ອງເພື່ອປົດຕຳແໜ່ງ ທ່ານທຣຳ ແນວໃດກໍຕາມ ມີທາງເປັນໄປໄດ້ຍາກຢູ່ໃນສະພາສູງທີ່ຄວບຄຸມໂດຍພັກຣີພັບບລີກັນ ແຕ່ນັ້ນກໍບໍ່ໄດ້ຢຸດຢັ້ງພວກນັກການເມືອງພັກເດໂມແຄຣັດຈາກການຮ້ອງຮຽນສຸດຂີດຕໍ່ບັນດາສະມາຊິກສະພາສູງ ໃຫ້ດຳເນີນການໃນສິ່ງທີ່ພັກເດໂມແຄຣັດເຫັນວ່າ ເປັນສິ່ງທີ່ຖືກຕ້ອງ ນັ້ນກໍຄື ຟ້ອງຮ້ອງປົດຕຳແໜ່ງທ່ານທຣຳ.
ທ່ານແອແດັມ ຊິຟ ສະມາຊິກສະພາຕ່ຳພ້ອມທັງເປັນປະທານຄະນະກຳມະການສືບລັບກ່າວໃນຄຳມ້ວນທ້າຍການໃຫ້ຄວາມເຫັນຕໍ່ສະພາສູງໃນວັນພະຫັດວານນີ້ວ່າ “ຖ້າຄວາມຖືກຕ້ອງບໍ່ສຳຄັນແລ້ວ ພວກເຮົາກໍເສຍໄຊ. ຖ້າຫາກຄວາມຈິງບໍ່ສຳຄັນແລ້ວ ພວກເຮົາກໍເສຍໄຊ.”
ສ່ວນທ່ານເຈໂຣລດ໌ ແນດເລີ ຜູ້ຈັດການຂອງສະພາຕ່ຳທີ່ເຮັດໜ້າທີ່ເປັນໄອຍະການ ເອີ້ນການໂຕ້ແຍ້ງຂອງທ່ານທຣຳທີ່ວ່າ ທ່ານບໍ່ສາມາດຖືກຟ້ອງຮ້ອງເພື່ອປົດຕຳແໜ່ງໄດ້ ຍ້ອນໃຊ້ອຳນາດໄປໃນທາງຜິດນັ້ນ “ແມ່ນເປັນອັນຕະລາຍ ໄຮ້ຄວາມໝາຍ.”
ທ່ານແນດເລີທີ່ເປັນປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ໄດ້ເລີ້ມການນຳສະເໜີໃນມື້ທີສອງຂອງພັກເດໂມແຄຣັດໃນການດຳເນີນຄະດີຟ້ອງຮ້ອງທ່ານທຣຳຢູ່ໃນສະພາສູງໃນວັນພະຫັດວານນີ້ ບ່ອນທີ່ສະມາຊິກສະພາສູງ 100 ທ່ານ ຈະຕັດສິນວ່າ ປະທານາທິບໍດີມີຄວາມຜິດຫຼືເປັນຜູ້ບໍລິສຸດ.
ທ່ານແນດເລີເວົ້າວ່າ “ປະທານາທິບໍດີ ຜູ້ທີ່ມອງເຫັນວ່າ ອຳນາດຂອງທ່ານບໍ່ມີຂີດຈຳກັດນັ້ນ ແມ່ນເປັນໄພຂົ່ມຂູ່ຢ່າງໂຈ່ງແຈ້ງຕໍ່ສາທາລະນະລັດ” ໃນຂະນະທີ່ທ່ານກ່າວຫາທ່ານທຣຳວ່າ “ໃຊ້ອຳນາດໄປໃນທາງຜິດ ທໍລະຍົດຕໍ່ປະເທດຊາດແລະຄໍຣັບຊັ່ນ ໃນການເລືອກຕັ້ງ ເຂົ້າເປັນແຜນການນຶ່ງດຽວທີ່ໃຫ້ອະໄພບໍ່ໄດ້” ຊຶ່ງທັງໝົດນັ້ນ ທ່ານແນດເລີກ່າວວ່າ ເຖິງຂີດມາດຕະຖານຂອງລັດຖະທຳມະນູນໃນການກໍ່ອາຊະຍາກຳແລະກະທຳຜິດຢ່າງຮ້າຍແຮງ ແລະປົດອອກຈາກຕຳແໜ່ງ.
ທ່ານແນດເລີກ່າວຕື່ມວ່າ “ປະທານາທິບໍດີທຣຳໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນຄຳເວົ້າແລະການກະທຳຂອງທ່ານວ່າ ທ່ານຈະເຮັດຕໍ່ໄປໃນການກະທຳແບບນັ້ນ. ທ່ານສືບຕໍ່ເປັນໄພຂົ່ມຂູ່ຕໍ່ປະເທດຊາດຂອງພວກເຮົາ ຕໍ່ກຽດສັກສີໃນການເລືອກຕັ້ງຂອງພວກເຮົາ ຕໍ່ລະບຽບແບບແຜນປະຊາທິປະໄຕຂອງພວກເຮົາ. ທ່ານຈະຕ້ອງບໍ່ຢູ່ໃນອຳນາດອີກຕໍ່ໄປ.”