ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີ​ຢ່າງ​ໜ້ອຍ 10 ຫົວ​ເມືອງ ໃນ​ຈີນ ບໍ່​ໃຫ້​ຕິດ​ຕໍ່​ໄປ​ມາ ເພື່ອ​ຄວບ​ຄຸມ ເຊື້ອ​ໄວ​ຣັ​ສ​ຊະ​ນິດ​ໃໝ່


ຮູບນີ້​ຖ່​າຍ​ເມື່ອ​ວັນ​ທີ 23 ມັງກອນ 2020 ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ໂດຍ​ສານ​ພາ​ກັນ​ໃສ່​ໜ້າ​ກາກ ກ່ອນ​ລົງ​ຈາກ​ຖ້ຽວ​ບິນ​ ທີ່​ມາ​ຈາກຮົງ​ກົງ ເວ​ລາ​ໄປ​ຮອດ​ສະ​ໜາມ​​ບິນ​ບາງກອກ ປະ​ເທດ​ໄທ.
ຮູບນີ້​ຖ່​າຍ​ເມື່ອ​ວັນ​ທີ 23 ມັງກອນ 2020 ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ໂດຍ​ສານ​ພາ​ກັນ​ໃສ່​ໜ້າ​ກາກ ກ່ອນ​ລົງ​ຈາກ​ຖ້ຽວ​ບິນ​ ທີ່​ມາ​ຈາກຮົງ​ກົງ ເວ​ລາ​ໄປ​ຮອດ​ສະ​ໜາມ​​ບິນ​ບາງກອກ ປະ​ເທດ​ໄທ.

ກຳ​ມາ​ທິ​ການ​ອະ​ນາ​ໄມ​ແຫ່ງ​ຊາດ​ຂອງ​ຈີນ ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ​ມີ 830 ຄົນແລ້ວ ​ໄດ້​ຮັບ​ການຢືນ​ຢັນ​ວ່າ ຕິດ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ໃນ​ທົ່ວ​ປະ​ເທດແລະ​ມີ 25 ຄົນໄດ້​ເສຍ​ຊີ​ວິດ​.

ລັດ​ຖະ​ບານ​ຈີນ​ໄດ້​ສັ່ງ​ໃຫ້​ໂດດ​ດ່ຽວ​ຫຼາຍໆ​ຫົວ​ເມືອງ​ຕື່ມ​ອີກ ໃນ​ວັນ​ສຸກມື້ນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາຊຶ່ງ​ໃນ​ເວ​ລານີ້​ໄດ້​ແຜ່​ລະ​ບາດ​ໄປ​ຍັງ​ຫຼາຍໆ​ປະ​ເທດ​ແລ້ວ.

ຢ່າງ​ໜ້ອຍມີ 10 ຫົວ​ເມືອງ ແລະ​ປະ​ຊາ​ຊົນ​ບໍ່​ຕ່ຳ​ກວ່າ 33 ລ້ານ​ຄົນ ຖືກ​ຫ້າມ​ບໍ່ໃຫ້​ມີ​ການ​ຕິດ​ຕໍ່​ໄປ​ມາ ປະ​ກອບ​ດ້ວຍ ​ເມືອງວູ​ຮານ ອີ​ຊູ ຊີ​ບີ ຈຽງ​ຈຽງ ສີ​ຈຽງ ຈິງ​ເໝິນ ສຽນ​ຕາວ ສຽວ​ການ ແລະ ​ຫວງ​ສີ ຊຶ່ງ​ທັງ​ໝົດ​ນີ້ ​ແມ່ນ​ຢູ່​ທີ່ແຂວງ​ຮູ​ເບໃນພາກ​ກາງ​ຂອງ​ປະ​ເທດ​ຈີນ ນຶ່ງມື້​ກ່ອນ​ວັນ​ຂຶ້ນ​ປີ​ໃໝ່​ຈີນ ເວ​ລາ​ຊາວ​ຈີນ​ຫຼາຍໆລ້ານ​ຄົນ ຕາມ​ທຳ​ນຽມ​ແລ້ວ ມັກ​ຈະ​ເດີນ​ທາງ​ໄປ​ມາ​ຫາ​ສູ່​ກັນ.

China Virus
please wait
Embed

No media source currently available

0:00 0:00:38 0:00

ບ່ອນ​ຕາກ​ອາ​ກາດ​ຊຽງ​ໄຮ້​ດິ​ສ​ນີ ໄດ້​ປະ​ກາດ​ຜ່ານ​ທາງ​ເວັບ​ໄຊ​ຂອງ​ຕົນ​ວ່າ ຕົນ​ຈະ​ປິດ​ສວນ​ສະ​ໜຸກ​ດິ​ສ​ນີ​ແລນ​ ຊຶ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ສຳ​ຄັນ​ ໃນ​ລະ​ຫວ່າງວັນ​ກຸດ​ຈີນ ເປັນ​ການ​ຊົ່ວ​ຄາວ “ເພື່ອສະ​ໜອງ​ຕອບຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ ແລະ​ເພື່ອ​ຄ້ຳ​ປະ​ກັນ​ສຸ​ຂະ​ພາບ​ ຂອງ​ພວກ​ແຂກທີ່​ໄປ​ພັກ​ເຊົາ​ແລະ​ຜູ້ສະ​ແດງ.

ເຈົ້າ​ໜ້າ​ທີ່​ໃນ​ເມືອງວູ​ຮານ ​ທີ່​ເຊື່ອກັນ​ວ່າ​ເປັນ​ຈຸດ​ເລີ້ມ​ຕົ້ນ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣນາ ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ເມືອງ​ດັ່ງ​ກ່າວ​ ພວມ​ສ້າງ​ໂຮງ​ໝໍ​ຫລັງໃໝ່ທີ່​ບັນ​ຈຸ​ໄດ້ 1,000 ​ຕຽງ ແລະ​ຄາດ​ວ່າ​ຈະ​ແລ້ວ​ສຳ​ເລັດ​ໃນ​ວັນ​ທີ 3 ກຸມ​ພານີ້.

ໃນ​ວັນ​ພະ​ຫັດ​ວານນີ້ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເລີ້ມ​ຫ້າມ​ເປັນ​ເທື່ອ​ທຳ​ອິດ ບໍ່​ໃຫ້​ເຮືອ​ບິນ​ແລະ​ລົດ​ໄຟ​ເດີນ​ທາງ​ອອກ​ຈາກ​ເມືອງວູ​ຮານ. ​ຫົນທາງ​ທີ່​ເກັບ​ເງິນ​ໄດ້​ອັດ​ລົງ​ແລະການ​ບໍ​ລິ​ການເຮືອ​ຂ້າມ​ຟາກ ລົດ​ໄຟ​ໃຕ້​ດິນ​ແລະ​ລົດ​ເມ ກໍ​ຖືກ​ໂຈະ​ ເປັນ​ການ​ຊົ່ວ​ຄາວ​ເຊັ່ນ​ດຽວ​ກັນ.

ເຈົ້າ​ໜ້າ​ທີ່​ໃນ​ເມືອງວູ​ຮານ​ໄດ້​ສັ່ງ​ໃຫ້​ປະ​ຊາ​ຊົນ​ທັງ​ໝົດ​ໃສ່​ໜ້າ​ກາກ ຢູ່​ໃນ​ທີ່​ສາ​ທາ​ລະ​ນະ ແລະ​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ແລະ​ພາກ​ເອກ​ກະ​ຊົນ​ໃສ່ໜ້າ​ກາກ​ຢູ່​ບ່ອນ​ເຮັດ​ວຽກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຊິນ​ຫົວ ທີ່​ອ້າງ​ຄຳເວົ້າ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ກໍ​ມີ​ການ​ເອົາ​ມາດ​ຕະ​ການ​ແບບ​ດຽວ​ກັນ​ນີ້ ທີ່​ເມືອງ​ຫວງ​ກັງ ແລະ​ເມືອງ​ອີ​ຊູ ທີ່​ຕັ້ງ​ຢູ່​ໃກ້​ຄຽງ.

ນອກນັ້ນ ລັດ​ຖະ​ບານ​ຍັງ​ໄດ້​ສັ່ງ​ໃຫ້​ຍົ​ກ​ເລີກ​ພິ​ທີ​ສະ​ຫຼອງ​ໃນ​ວັນ​ພັກ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ​ດຶງ​ດູດ​ເອົາ​ຜູ້​ຄົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG