ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ​ຊຸດ​ໃໝ່ ໃນ​ປະ​ເທດ​ເລ​ບາ​ນອນ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ແກວ່ງ​ກ້ອນ​ຫີນ​ເຂົ້າ​ໃສ່ ໃນ​ຂະ​ນະ​ທີ່​ຕຳ​ຫຼວດ ສີດ​ນ້ຳ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ​ຕໍ່​ຕ້ານ​​ລັດ​ຖະ​ບານ ທີ່​ຫາ​ກໍ​ຕັ້ງ​ໃໝ່ ຢູ່​ນະ​ຄອນ​ຫຼວງ​ເບ​ຣຸນ ເມື່ອ​ວັນ​ທີ 22 ມັງ​ກອນ 2020. REUTERS/Mohamed Azakir
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ແກວ່ງ​ກ້ອນ​ຫີນ​ເຂົ້າ​ໃສ່ ໃນ​ຂະ​ນະ​ທີ່​ຕຳ​ຫຼວດ ສີດ​ນ້ຳ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ​ຕໍ່​ຕ້ານ​​ລັດ​ຖະ​ບານ ທີ່​ຫາ​ກໍ​ຕັ້ງ​ໃໝ່ ຢູ່​ນະ​ຄອນ​ຫຼວງ​ເບ​ຣຸນ ເມື່ອ​ວັນ​ທີ 22 ມັງ​ກອນ 2020. REUTERS/Mohamed Azakir

ກຳ​ລັງ​ຮັກ​ສາຄວາມ​ສະ​ຫງົບໃນ​ນະ​ຄອນ​ຫຼວງ​ເບ​ຣຸດ ຂອງປະ​ເທດ​ເລ​ບາ​ນອນ ໄດ້​ໃຊ້​ລະ​ເບີດ​ນ້ຳ​ຕາ​ແລະ​ທໍ່​ສີດ​ນ້ຳ​ຂະ​ໜາດ​ໃຫຍ່ ສີດ​ເຂົ້າ​ໃສ່ພວກ​ປະ​ທ້ວງທີ່​ມີ​ຄວາມ​ໂກດ​ແຄ້ນ ຢູ່ນອກ​ຕຶກ​ສະ​ພາ​ໃນ​ວັນ​ພຸດ​ວານນີ້ ບ່ອນ​ທີ່​ໄດ້​ມີ​ການ​ຈັດ​ຕັ້ງ​ລັດ​ຖະບານ​ຊຸດ​ໃໝ່.

ພວກ​ເດີນ​ຂະ​ບວນ​ໄດ້​ໄປ​ໂຮມ​ຊຸມ​ນຸມ​ກັນ ໃກ້ໆ​ກັບ​ຕຶກ​ສະ​ພາ ໃນ​ຕອນ​ເຊົ້າ​ວານນີ້ເພື່ອ​ປະ​ທ້ວງ​ລັດ​ຖະ​ບານ​ຊຸດ​ໃໝ່. ເຂົາ​ເຈົ້າ​ໄດ້​ແກວ່ງ​ກ້ອນ​ຫີນ ໝາກ​ກະ​ໂພກແລະ​ໄມ້​ຄ້ອນ ​ເຂົ້າ​ໃສ່​ຕຳ​ຫຼວດ ແລະ​ພະ​ຍາ​ຍາມ​ມ້າງ​ເຄື່ອງ​ກີດ​ຂວາງ​ທີ່​ຫາ​ກໍ​ສ້າງຂຶ້ນ​ໃໝ່ຢູ່ນອກ​ຕຶກ​ສະ​ພາ ບ່ອນ​ທີ່ລັດ​ຖະ​ບານ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີຮາ​ສ​ຊານ ດີ​ອາບ (Hassan Diab) ຖືກ​ຕັ້ງ​ຂຶ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນນັ້ນ.

ລັດ​ຖະ​ບານ​ໃໝ່​ຂອງ​ທ່ານ​ດີ​ອາບ ຊຶ່ງ​ມີ​ກຳ​ນົດ​ພົບ​ປະ​ກັນ​ໃນ​ມື້​ວັນ​ພຸດ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ບໍ່​ໄປ​ບໍ່​ມາທີ່​ເກີດ​ຈາກ​ການ​ລາ​ອອກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊາ​ອາດ ຮາ​ຣີ​ຣີ ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ ສິ້ນ​ສຸດ​ລົງ.

ພວກ​ປະ​ທ້ວງ​ພາ​ກັນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ​ຄັ້ງ​ໃຫຍ່ ແລະ​ລັດ​ຖະ​ບານ​ປະ​ກອບ​ດ້ວຍ​ພວກ​ນັກ​ບໍ​ລິ​ຫານ​ອິດ​ສະ​ຫຼະ ທີ່​ສາ​ມາດ​ຮັບ​ມື ​ກັບ​ວິ​ກິ​ດານ​ທາງ​ດ້ານ​ເສ​ດ​ຖະ​ກິດ​ແລະ​ການ​ເງິນຂອງ​ເລບາ​ນອນ​ໄດ້ ຊຶ່ງ​ເປັນ​ວິ​ກິດ​ການ​ຮ້າຍ​ແຮງ​ສຸດ ຂອງ​ປະ​ເທດ​ດັ່ງ​ກ່າວ​ທີ່​ເຄີຍ​ປະ​ສົບ​ມາ.

ການ​ຂາດ​ແຄນ​ເງິນ​ສົດ​ທີ່​ມີ​ຄວາມ​ຕ້ອງ​ການ​ສູງ ເຮັດ​ໃຫ້​ທະ​ນາ​ຄານ​ຕ່າງໆ​ຈຳ​ກັດ​ໃນ​ການ​ຖອນເງິນ​ອອກ ແລະ​ເງິນ​ປອນ​ຂອງ​ເລ​ບາ​ນອນ ໄດ້ຕົກ​ລາ​ຄາ​. ນອກນັ້ນ​ຍັງ​ມີ​ການ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ ແລະ​ສະ​ພາບ​ເງິນ​ເຟີ້ ພວມ​ຖີບ​ໂຕ​ສູງ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG