ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ສັ່ງ​ໃຫ້​ປິດ ລະ​ບົບ​ຂົນ​ສົ່ງ ໃນ​ເມືອງວູ​ຮານ ເພື່ອ​ປ້ອງ​ກັນ ການ​ລະ​ບາດ ຂອງ​ເຊື້ອ​ໄວ​ຣັ​ສ​ ສາຍ​ພັນ​ໃໝ່


ພະ​ນັກ​ງານ​ໂຮງ​ໝໍ ລ້າງ​ທາງ​ເຂົ້າ​ສຸກ​ເສີນ ໂຮງ​ໝໍ​ເມືອງວູ​ຮານ ບ່ອນ​ທີ່​ພວກ​ຄົນ​​ປ່ວຍ​ຈຳ​ນວນ​ນຶ່ງ ພວມ​ໄດ້​ຮັບ​ການ​ປິ່ນ​ປົວ
ເມື່ອວັນ​ພຸດ ທີ 22 ມັງ​ກອນ 2020.
ພະ​ນັກ​ງານ​ໂຮງ​ໝໍ ລ້າງ​ທາງ​ເຂົ້າ​ສຸກ​ເສີນ ໂຮງ​ໝໍ​ເມືອງວູ​ຮານ ບ່ອນ​ທີ່​ພວກ​ຄົນ​​ປ່ວຍ​ຈຳ​ນວນ​ນຶ່ງ ພວມ​ໄດ້​ຮັບ​ການ​ປິ່ນ​ປົວ ເມື່ອວັນ​ພຸດ ທີ 22 ມັງ​ກອນ 2020.

ເຈົ້າ​ໜ້າ​ທີ່​ຈີນ​ສັ່ງ​ໃຫ້​ປິດ​ສະ​ໜາມ​ບິນ ສະ​ຖາ​ນີ​ລົດ​ໄຟ​ ແລະ​ລົດ​ໂດຍ​ສານ​ໄລ​ຍະໄກ ທັງ​ເຂົ້າ​ແລະ​ອອກ​ຈາກ​ເມືອງວູ​ຮານໃນຄວາມ​ພະ​ຍາ​ຍາມ​ເພື່ອ​ຄວບ​ຄຸມ​ການແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ອີງ​ຕາມ​ລາຍ​ງານ​ຂອງ​ສືມວນ​ຊົນ​ທາງການ​ຈີນ.

ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ເອົາ​ຊີ​ວິດ​ຜູ້​ຄົນ​ໄປ​ແລ້ວ ຢ່າງ​ໜ້ອຍ 17 ຄົນ ແລະ​ມີ​ຜູ້​ປ່ວຍ​ຍ້ອນ​ໂຣກ​ດັ່ງ​ກ່າວ​ອີກ 440 ຄົນ.

ໜັງ​ສື​ພິມ China Daily ລາຍງ​ານ​ວ່າ ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ​ພາຍ​ໃນ​ເມືອງ​ດັ່ງ​ກ່າວ ຊຶ່ງ​ຮວມ ທັງ​ລົດ​ເມ ລົດ​ໄຟ​ໃຕ້​ດິນ ແລະ​ເຮືອ​ຂ້າມ​ຟາກ ກໍ​ຈະ​ຖືກ​ສັ່ງ​ໃຫ້ຍົກ​ເລີກ ເລີ້ມ​ແຕ່​ເວ​ລາ 10 ໂມງ​ເຊົ້າ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ເປັນ​ຕົ້ນ​ໄປ. ມີ​ການ​ຮຽກ​ຮ້ອງບໍ່​ໃຫ້​ປະ​ຊາ​ຊົນ ​ເດີນ​ທາງ​ອອກ​ຈາກ​ເມືອງ​ດັ່ງ​ກ່າວ “ຖ້າ​ຫາກ​ບໍ່​ມີ​ເຫດ​ການ​ທີ່​ຈຳ​ເປັນ.”

ໂດຍ​ປົກ​ກະ​ຕິ​ແລ້ວ ຊາວ​ຈີນ​ຈຳ​ນວນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ຈະ​ພາ​ກັນ​ເດີນ​ທາງ​ໃນ​ເວ​ລານີ້​ຂອງ​ປີ ເພື່ອ​ໄປ​ສະ​ເຫຼີມ​ສະ​ຫຼອງວັນ​ຂຶ້ນ​ປີ​ໃໝ່ ຫຼື ​ກຸດ​ຈີນ.

ໂຮງ​ໝໍ​ຢູ່​ເມືອງວູ​ຮານ​ລາຍ​ງານ​ວ່າ ມີ​ຈຳ​ນວນ​ຜູ້​ປ່ວຍ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ອີງ​ຕາມ​ສື່ມວນ​ຊົນ​ຂອງ​ຈີນ. ສະ​ຫະ​ພັນ​ໂຮງ​ໝໍ​ເມືອງວູ​ຮານ ມີ​ລາຍ​ງານ​ວ່າ ໄດ້​ຂະຫຍາຍ​ໜ່ວຍ​ຮັບ​ມື​ກັບ​ພວກ​ຄົນ​ໄຂ້ຕື່ມ​ຂຶ້ນ 5 ເທົ່າ ເພື່ອ​ຊ່ວຍ​ພວກ​ຄົນ​ປ່ວຍ.

​ຄະ​ນະ​ກຳ​ມະ​ການ​ຂອງອົງ​ການ​ອະ​ນາ​ໄມ​ໂລກ ບໍ່​ສາ​ມາດ​ບັນ​ລຸ​ການ​ຕັດ​ສິນ​ໃຈ​ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ​ວ່າ ຈະ​ປະ​ກາດ​ໃຫ້​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ເປັນ​ບັນ​ຫາ​ສຸກ​ເສີນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຫຼື​ບໍ່. ຄະ​ນະ​ກຳ​ມະ​ການ​ຈະພົບ​ປະ​ກັນ​ອີກ ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ທີ່​ນະ​ຄອນ​ເຈ​ນີ​ວາ.

ມີ​ພວກ​ພະ​ນັກ​ງານ​ແພດ 15 ຄົນ ຮວມ​ຢູ່​ໃນ​ພວກ​ທີ່​ຕິດ​ເຊື້ອ​ໄວ​ຣັ​ສ ຊຶ່ງ​ເວ​ລານີ້ ໄດ້​ລະ​ບາດ​ແຕ່​ເມືອງວູ​ຮານ ໄປ​ຫາ​ນະ​ຄອນ​ຫຼວງ​ປັກ​ກິ່ງ ຊຽງ​ໄຮ້ ແລະ​ແຂວງກວາງ​ຕຸ້ງ​ ຕະ​ຫລອດ​ທັງ​ປະ​ເທດ​ຍີ່​ປຸ່ນ ເກົາ​ຫຼີ​ໃຕ້ ໄທ ໄຕ້​ຫວັນແລະ​ສະ​ຫະ​ລັດ.

ສະ​ຫະ​ລັດ​ໄດ້​ປະ​ກາດ​ກໍ​ລະ​ນີ​ຕິດ​ເຊື້ອ​ທຳ​ອິດ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ທີ່​ລັດ​ວໍ​ຊິງຕັນທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ. ເຈົ້າ​ໜ້າ​ທີ່​ການ​ແພດ​ທີ່ນັ້ນ​ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ເດີ​ນ​ທາງ​ກັບ​ຄືນ​ມາ​ຊີ​ອາ​ໂຕ້ ຫຼັງ​ຈາກ​ໄດ້​ໄປ​ຢ້ຽມ​ຢາມ​ເມືອງວູ​ຮານ ​ໃນ​ອາ​ທິດ​ແລ້ວ ຊຶ່ງຜູ້​ກ່ຽວ​ເປັນ​ໂຣກ​ອັກ​ເສບ​ປອດ​ຫຼືປອດບວມ​ ແຕ່​ຍັງ​ມີ​ອາການ​ບໍ່​ຮ້າຍ​ແຮງ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG