ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະ​ຫານ ສ​ຫລ 11 ຄົນ ເຂົ້າ​ໂຮງ​ໝໍ ຫຼັງ​ຈາກ ອີ​ຣ່ານ ຍິງ​ລູກ​ສອນ​ໄຟ ໂຈມ​ຕີ ຢູ່​ອີ​ຣັກ


ທະ​ຫານ​ອາ​ເມ​ຣິ​ກັນ ແລະ​ນັກ​ຂ່າວ ຢືນ​ຢູ່​ໃກ້ໆ​ຂຸມ​ລະ​ເບີດ ທີ່​ເກີດ​ຈາກ​ການ​ໂຈມ​ຕີ​ຂອງ​ອີ​ຣ່ານ ຢູ່​ຖານ​ທັບ​ອາ​ກາດ ອາ​ລ-ອາ​ຊາດ ໃນ​ແຂວງ​ອາ​ລ​ບາ ຂອງ​ອີ​ຣັກ ເມື່ອວັນ​ທີ 13 ມັງ​ກອນ 2020.
ທະ​ຫານ​ອາ​ເມ​ຣິ​ກັນ ແລະ​ນັກ​ຂ່າວ ຢືນ​ຢູ່​ໃກ້ໆ​ຂຸມ​ລະ​ເບີດ ທີ່​ເກີດ​ຈາກ​ການ​ໂຈມ​ຕີ​ຂອງ​ອີ​ຣ່ານ ຢູ່​ຖານ​ທັບ​ອາ​ກາດ ອາ​ລ-ອາ​ຊາດ ໃນ​ແຂວງ​ອາ​ລ​ບາ ຂອງ​ອີ​ຣັກ ເມື່ອວັນ​ທີ 13 ມັງ​ກອນ 2020.

ກອງ​ທັບ​ສະ​ຫະ​ລັດ ກ່າວ​ວ່າ ມີ​ທະ​ຫານ 11 ຄົນ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ຍ້ອນມີ “​ອາ​ການ​ເຈັບ​ປວດ​ຫົວ ​ຍ້ອນ​ແຮງ​ກະ​ທົບ” ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງອີ​ຣ່ານ​ເມື່ອ​ໄວໆ​ມານີ້​ ຕໍ່​ຖານ​ທັບ​ອີ​ຣັກ 2 ແຫ່ງ ບ່ອນ​ທີ່​ທະ​ຫານ​ອາ​ເມ​ຣິ​ກັນ​ພັກ​ເຊົາ​ຢູ່ນັ້ນ.

ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣ່ານດັ່ງ​ກ່າວແມ່ນເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ​ທີ່ໄດ້​ສັງ​ຫານ​ນາຍພົນ​ກາ​ສ​ເຊັມ ຊູ​ເລ​ມາ​ນີ ຜູ້​ບັນ​ຊາ​ການກຳ​ລັງອາ​ລ​ກຸດ ​ຂອງ​ກອງ​ທັບ​ພິ​ທັກ​ປະ​ຕິອິ​ສ​ລາມອີຣ່ານ.

ຮ້ອຍ​ເອກ ບິ​ລ ເອີ​ແບນ ໂຄ​ສົກ​ຂອງ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ວັນ​ພະ​ຫັດຜ່ານ​ມານີ້​ວ່າ “ໃນ​ຂະ​ນະ​ທີ່​ບໍ່​ມີ​ທະຫານ​ອາ​ເມ​ຣິ​ກັນ​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ຂອງ​ອີ​ຣ່ານເມື່ອ​ວັນ​ທີ 8 ມັງ​ກອນຜ່ານ​ມາ ຕໍ່​ຖານ​ທັບ​ອາ​ກາດອາ​ລ-ອາ​ຊາດ ກໍ​ຕາມ ແຕ່​ກໍມີ​ຫຼາຍໆ​ຄົນ​ໄດ້​ຮັບ​ການ​ປິ່ນ​ປົວຍ້ອນ​ມີ​ອາ​ການ​ເຈັບ​ປວດຫົວ​ຈາກ​ແຮງ​ລະ​ເບີດ ​ແລະ​ເວ​ລານີ້ ​ກໍຍັງ​ມີ​ການ​ຊັ່ງ​ຊາ​ຢູ່.”

ມີ​ທະ​ຫານ 8 ຄົນ​ໄດ້​ຮັບ​ການກວດ​ຕື່ມ ທີ່​ສູນ​ກາງ​ການ​ແພດ​ປະ​ຈຳ​ຂົງ​ເຂດ ​ຢູ່​ທີ່ເມືອງ​ແລນສ​ທູ​ລ (Landstuhl) ໃນ​ປະ​ເທດ​ເຢຍ​ຣະ​ມັນ ໃນ​ຂະ​ນະ​ທີ່​ອີກ 3 ຄົນໄດ້​ຖືກ​ສົ່ງ​ໄປ​ກວດ​ທີ່​ຄ້າຍ​ອາ​ຣິ​ຟ​ຈານ ໃນ​ປະ​ເທດ​ຄູ​ເວດ.

ທ່ານ​ເອີ​ແບນ ກ່າວ​ຕື່ມ​ວ່າ “ເວ​ລາ​ໃດ​ເຫັນ​ວ່າ​ເຮັດ​ໜ້າ​ທີ່​ໄດ້​ແລ້ວ ພວກ​ທະ​ຫານ​ເຫຼົ່າ​ນີ້​ກໍ​ຄາດ​ວ່າ ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ປະ​ເທດ​ອີ​ຣັກ.”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່າ​ນ​ດໍ​ໂນ​ລ ທ​ຣຳ ໄດ້ກ່າວຫຼັງ​ຈາກ​ການ​ໂຈມ​ຕີ​ຂອງອີ​ຣ່ານ​ຢູ່​ໃນ​ອີ​ຣັກ​ວ່າ ບໍ່​ມີ​ທະ​ຫານ​ອາ​ເມ​ຣິ​ກັນ​ໄດ້​ຮັບ​ບາດ​ເຈັບ. ເຈົ້າ​ໜ້າ​ທີ່​ຫຼາຍໆຄົນ​ໃນ​ວັນ​ສຸກວານນີ້ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ອາດ​ຈະ​ບໍ່​ຮູ້​ເລື້ອງ ກ່ຽວ​ກັບ​ການບາດ​ເຈັບ​ເຫຼົ່າ​ນີ້ ​ທັນ​ທີຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ດັ່ງ​ກ່າວນັ້ນ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG