ນັບເປັນເທື່ອທຳອິດ ໃນຮອບຫຼາຍໆປີ ທີ່ປະຊາຊົນອາເມຣິກັນອາດຈະບໍ່ໄດ້ຍິນໂດຍກົງ ຈາກຫົວໜ້າໜ່ວຍສືບລັບຕ່າງໆ ກ່ຽວກັບໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດ ແລະຮີບດ່ວນທີ່ສຸດ ທີ່ພວມປະເຊີນໜ້າປະເທດຊາດຢູ່.
ພວກເຈົ້າໜ້າທີ່ສືບລັບຂອງສະຫະລັດ ບໍ່ຍອມໃຫ້ຄວາມເຫັນໃນວັນພະຫັດຜ່ານມານີ້ ກ່ຽວກັບການປະຕິເສດເຖິງຄວາມເປັນໄປໄດ້ທີ່ວ່າ ຫົວໜ້າໜ່ວຍສືບລັບອາດຈະຍົກເລີກ ພາກສ່ວນທີ່ໃຫ້ປະຊາຊົນຊາບໃນການຮັບຟັງຄຳໃຫ້ການ ກ່ຽວກັບການຊັ່ງຊາເບິ່ງໄພຂົ່ມຂູ່ໃນທົ່ວໂລກປະຈຳປີ ຊຶ່ງຈະເພັ່ງເລັງໃສ່ອັນຕະລາຍນັບແຕ່ການກໍ່ການຮ້າຍ ໄປຫາອາວຸດນິວເຄລຍ ຕະຫລອດຈົນການປ່ຽນແປງຂອງດິນຟ້າອາກາດ ແລະອິນເຕີແນັດ.
ໂຄສົກຂອງຫ້ອງການຜູ້ອຳນວຍການອົງການສືບລັບແຫ່ງຊາດ ຫຼື ODNI ກ່າວຕໍ່ວີໂອເອວ່າ “ພວກເຮົາຈະສືບຕໍ່ປຶກສາຫາລື ກັບຄະນະກຳມະການຂອງສະພາຕ່ຳ ແລະສະພາສູງ ກ່ຽວກັບວັນເວລາແລະຮູບແບບ ໃນການຮັບຟັງຄຳໃຫ້ການກ່ຽວກັບການຊັ່ງຊາເບິ່ງໄພຂົ່ມຂູ່ໃນທົ່ວໂລກ ສຳລັບປີນີ້.”
ຂ່າວກ່ຽວກັບວ່າ ບັນດາໜ່ວຍສືບລັບຂອງສະຫະລັດໄດ້ຊອກຫາຊ່ອງທາງທີ່ຈະຍົກເລີກພາກສ່ວນທີ່ຈະເປີດເຜີຍໃຫ້ປະຊາຊົນຮູ້ ກ່ຽວກັບຄຳໃຫ້ການນັ້ນ ໄດ້ມີການລາຍງານເປັນເທື່ອທຳອິດ ໂດຍວາລະສານ Politico ຊຶ່ງໄດ້ອ້າງ 3 ແຫຼ່ງຂ່າວທີ່ຮູ້ເລື້ອງດີໃນການເຈລະຈາໂດຍກ່າວວ່າ ພວກເຈົ້າໜ້າທີ່ສືບລັບບໍ່ຢາກປາກົດໂຕຕໍ່ໜ້າກ້ອງ ທີ່ມີຄວາມເຫັນຂັດແຍ້ງກັບທັດສະນະຄວາມເຫັນທີ່ສະໜັບສະໜຸນໂດຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.
ໂຄສົກຄົນນຶ່ງຂອງຄະນະກຳມະການສືບລັບສະພາສູງສະຫະລັດ ໃຫ້ການຢືນຢັນໃນວັນພະຫັດຜ່ານມານີ້ວ່າ ການເຈລະຈາກ່ຽວກັບການໄປໃຫ້ການດັ່ງກ່າວ ພວມດຳເນີນຢູ່ ໂດຍໃຫ້ຂໍ້ສັງເກດວ່າ “ວັນເວລາແລະຮູບແບບ ຈະມີການຕົກລົງກັນໂດຍປະທານຄະນະກຳມະການ.